ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ນິວ​ຄັດ​ເຊິນ ຊະນະ ເຊົາ​ແທມ​ຕັນ ເຂົ້າ​ຊີງ ລີກ​ຄັບ ໃນ​ຮອບ 49 ປີ
ເວລາອອກຂ່າວ: 2023-02-02 08:49:43 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 77 | ຄວາມນິຍົມ:



ການ​ແຂ່ງຂັນ​ເຕະບານ ຄາ​ຣາ​ບາວ​ຄັບ ຫລື ລີກ​ຄັບ ອັງກິດ ຮອບ 4 ທີມ​ສຸດ​ທ້າຍ ນັດ​ທີ 2 ຄູ່​ທີ​ໜຶ່ງ, ຄືນ​ວັນ​ທີ 31 ມັງກອນ​ຜ່ານ​ມາ, ສະໂມສອນ ນິວ​ຄັດ​ເຊິນ ຢູ​ໄນ​ເຕັດ ຍັງ​ຟອມ​ດີ​ຕໍ່​ເນື່ອງເປີດ​ສະໜາມ ເອົາ​ຊະນະ ເຊົາ​ແທມ​ຕັນ ດ້ວຍ​ຄະແນນ ປະຕູ 2-1 ໂດຍ​ນິວ​ຄັດ​ເຊິນ ໄດ້​ສອງ​ປະຕູ​ນຳ​ກ່ອນ​ຈາກ: ຊອນ ລ໋ອງ​ສະ​ຕາ ນາທີ 5' ແລະ 21' ສຳລັບ ເຊົາ​ແທມ​ຕັນ ຍິງ​ໄດ້​ພຽງ​ໜຶ່ງ​ປະຕູ​ຈາກ ເຊອາ​ດຳ ນາທີ 29' ທ້າຍ​ເກມ​ເຈົ້າ​ບ້ານ​ເຫລືອ​ຜູ້​ຫລິ້ນ 10 ຄົນ ເມື່ອ ບຣູ​ໂນ ກຸຍ​ມາ​ຣັດ ໄດ້​ບັດ​ແດງ ນາທີ 82' ແຕ່​ບໍ່​ມີ​ປະຕູ​ເພີ່ມ ຈົບ​ເກມ ນິວ​ຄັດ​ເຊິນ ຊະນະ ເຊົາ​ແທມ​ຕັນ 2-1 ປະຕູ ລວມ​ຜົນ​ສອງ​ນັດ ນິວ​ຄັດ​ເຊິນ ຊະນະ 3-1 ປະຕູ​ ເຂົ້າ​ຊີງ​ຊະນະ​ເລີດ​ລາຍການ​ນີ້ ເປັນ​ຄັ້ງ​ທີ​ສອງ ໃນ​ຮອບ 49 ປີ ຕໍ່​ຈາກ​ລະດູ​ການ 1975-76. ຮອບ​ຊີງ​ຊະນະ​ເລີດ ນິວ​ຄັດ ​ເຊິນ ລໍຖ້າ​ພົບ​ກັບຜູ້​ຊະນະ​ລະ ຫວ່າງ ແມນ​ເຊັດ​ເຕີ ຢູ​ໄນ​ເຕັດ ຫລື ນັອດ​ຕິ້ງ​ແຮມ ຟໍ​ເຣດ ທີ່​ຈະ​ ແຂ່ງຂັນ​ນັດ​ທີ​ສອງ ໃນ​ຄືນ​ວັນ​ພຸດ​ທີ 2 ກຸມພາ​ນີ້ ເວລາ 3:00.ເຊິ່ງ ນັດ​ທຳ​ອິດ ແມນ​ຢູ ເອົາ​ຊະນະ​ມາ​ໄດ້ 3-0 ປະຕູ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ