

![]()
ສຳເລັດກອງປະຊຸມວຽກງານການເງິນທົ່ວກອງທັບ ປະຈຳປີ 2022
ເວລາອອກຂ່າວ: 2023-02-02 08:48:12 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 26 | ຄວາມນິຍົມ:
ກອງປະຊຸມວຽກງານການເງິນທົ່ວກອງທັບປະຈຳປີ 2022 ໄດ້ດຳເນີນມາເປັນເວລາ 2 ວັນ ເຕັມໄປດ້ວຍບັນຍາກາດຟົດຟື້ນ ແລະ ດ້ວຍຄວາມຮັບຜິດຊອບສູງຂອງບັນດາສະຫາຍຕໍ່ເນື້ອໃນກອງປະຊຸມໄດ້ເຮັດໃຫ້ກອງປະຊຸມດັ່ງກ່າວສຳເລັດຕາມຈຸດ ປະສົງຄາດໝາຍ ໃນວັນທີ 1 ກຸມພາ 2023 ນີ້, ໂດຍການເປັນປະທານຂອງສະຫາຍ ພົນໂທ ທອງລອຍ ສິລິວົງ ກຳມະການສູນການພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະນຳກະຊວງ, ບັນດາກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ຄະນະພັກ-ຄະນະບັນຊາ, ກົມແຜນການ-ການເງິນ, ກົມກອງກຳລັງຫຼວງ-ກຳລັງ ທ້ອງຖິ່ນທົ່ວກອງທັບເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ບຸນຊູ
ດວງຄຳມີ ກຳມະການຄະນະພັກ ກະຊວງ ປ້ອງກັນປະເທດ ຫົວໜ້າກົມການເງິນກະຊວງປ້ອງກັນປະເທດ ໄດ້ສະຫຼຸບຄືນຜ່ານການດຳເນີນກອງປະຊຸມໃນໄລຍະ 2 ວັນຜ່ານມາ ການຈັດຕັ້ງປະຕິບັດວຽກງານການເງິນໃນປີ 2022 ເຊິ່ງຜູ້ເຂົ້າຮ່ວມໄດ້ພ້ອມກັນຄົ້ນ ຄວ້າຕີລາຄາຄືນສະພາບການທີ່ສົ່ງຜົນກະທົບຕໍ່ການຈັດຕັ້ງປະຕິບັດວຽກງານການເງິນໃນສຸມປີຜ່ານມາ ພ້ອມທັງໄດ້ສຸມໃສ່ຄົ້ນຄວ້າປະກອບຄຳຄິດເຫັນໃສ່ເນື້ອໃນຕ່າງໆຂອງກອງປະຊຸມ ເຊິ່ງຍົກໃຫ້ເຫັນດ້ານຕັ້ງໜ້າ, ຜົນງານທີ່ເຮັດສຳເລັດ, ຈຸດອ່ອນທີ່ຍັງຄົງຄ້າງ, ວິທີການແກ້ໄຂ ແລະ ເອກະພາບໃນການຈັດຕັ້ງປະຕິບັດວຽກງານໃນປີ 2023 ເພື່ອເປັນການປັບປຸງບັນດາລະ ບຽບການ ແລະ ນິຕິກຳທາງດ້ານວຽກງານການເງິນ ໃຫ້ຮັດກຸມກວ່າເກົ່າ.
ໃນຕອນທ້າຍ ສະຫາຍ ພົນໂທ ທອງລອຍ ສິລິວົງ ໄດ້ຍົກເຫັນສະພາບການຂອງໂລກ ແລະ ພາກພື້ນ ກໍຄືປະເທດເຮົາທີ່ພວມຜັນແປໄປຢ່າງສັບຊ້ອນ, ຍົກໃຫ້ເຫັນບັນຫາທີ່ຕ້ອງໄດ້ເອົາໃຈໃສ່ໃນຕໍ່ໜ້າ ແລະ ມີຄຳເຫັນຫຼາຍ ບັນຫາສຳຄັນ ເພື່ອເປັນແນວທາງໃນການຈັດຕັ້ງປະຕິບັດວຽກງານການເງິນໃນປີ 2023 ເປັນຕົ້ນແມ່ນ ບັນຫາການເກັບລາຍຮັບງົບປະມານບໍ່ໄດ້ຕາມຄາດໝາຍ, ບັນຫາໜີ້ສິນຄຸມເຄືອ, ບັນຫາລາຄາສິນຄ້າແພງ ຄ່າຄອງຊີບສູງ, ການສະໜອງງົບປະມານຂອງລັດຈຳກັດ ແລະ ອື່ນໆ ທີ່ມີຜົນກະທົບໂດຍກົງຕໍ່ການພັດທະ ນາກົມກອງ, ພັດທະນາກອງທັບ ຍ້ອນແນວນັ້ນພວກເຮົາຕ້ອງເປັນເຈົ້າຕົນເອງ ເພີ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຕ້ານທັດສະນະແນວຄິດເອື່ອຍອີງ, ລໍຖ້າແຕການເບີກຈ່າຍ ຈາກຂັ້ນເທິງ, ຄະນະນັກ-ຄະນະບັນຊາ ແລະ ຂະແໜງການເງິນແຕ່ລະຂັ້ນຕ້ອງປະຕິບັດຫຼັກການ, ແບບ ແຜນວິທີເຮັດວຽກຂອງພະນັກງານພັກ-ລັດ, ໂດຍສະ ເພາະແມ່ນຫຼັກການແບບລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະບຸກຄົນຮັບຜິດຊອບ, ພາຍໃນຕ້ອງມີຄວາມສາມັກຄີເປັນເອກະພາບ, ເອົາໃຈໃສນຳໃຊ້ຮ່ວງງົບປະມານໃຫ້ຖືກຕ້ອງຕາມຮ່ວງຕາມຂະແໜງການ ແລະ ຖືກຕ້ອງຕາມຂໍ້ກຳນົດຂອງການເງິນ, ລະບອບກວດກາ, ເປັນແຕ່ລະໄລຍະ ພ້ອມທັງປະຕິບັດການຄຸ້ມຄອງລະບອບອັດຕາຕ່າງໆໃຫ້ເຂັ້ມງວດໂປ່ງໃສ, ປະຕິບັດຕົວເລກງົບປະມານໃຊ້ຖືກເປົ້າໝາຍ, ປະຢັດ ແລະ ຈັດຕັ້ງປະຕິບັດປົກກະຕິ ແລະ ໃຫ້ເປັນເອກະພາບກັນໃນທົ່ວກອງທັບ ກ່ຽວກັບວຽກງານກວດສອບບັນຊີດ້ານຕ່າງໆ ເພີ່ມທະວີຄວາມເປັນເຈົ້າການຊີ້ນຳ-ນຳພາ, ບັນຊາຂອງຄະນະພັກ, ຄະນະບັນຊາແຕ່ລະຂັ້ນ ໃນການຄຸ້ມຄອງປົກປັກຮັກສາແລະ ນຳໃຊ້ວັດຖຸ-ງົບປະມານການເງິນຕາມລະບອບອັດຕາທີ່ຂັ້ນເທິງກຳນົດ, ຄຸ້ມຄອງ-ນຳໃຊ້ຕົວເລກງົບປະມານທີ່ໄດ້ຮັບແບ່ງປັນໃຫ້ລະອຽດຮັດກຸມ, ຖືກເປົ້າໝາຍ ແລະ ເອົາໃຈໃສ່ວຽກງານກວດກາ, ວຽກງານວິຊາສະເພາະການເງິນໃຫ້ເປັນປົກກະຕິ, ຮັບ ປະກັນຄວາມໂປ່ງໃສ ສາມາດກວດສອບໄດ້ ຕາມຂໍ້ກຳນົດລະບຽບຫຼັກການ ພ້ອມທັງເອົາ ໃຈໃສ່ປັບປຸງກໍ່ສ້າງພະນັກງານວິຊາສະເພາະການເງິນທາງດ້ານຈຳນວນ ແລະ ຄຸນນະພາບ ທາງດ້ານຄຸນທາດການເມືອງສິນທຳປະຕິວັດ ຄວາມຮູ້-ຄວາມສາມາດ, ຄວາມຊື່ສັດບໍລິສຸດ ຄວາມຮັບຜິດຊອບ, ສ້າງໃຫ້ມີພະນັກງານສືບທອດປ່ຽນແທນຢ່າງຕໍ່ເນື່ອງ, ນຳໃຊ້ພະນັກງານຂະແໜງການເງິນ ແລະ ວິຊາການໃຫ້ຖືກຕາມຄວາມຮູ້-ຄວາມສາມາດ ເພື່ອຮັບປະກັນໃຫ້ແກ່ການປະຕິບັດໜ້າທີ່ບໍລິຫານລ້ຽງດູທັບ, ສ້າງປະຖົມປັດໄຈພື້ນຖານວັດຖຸ-ເຕັກນິກ ໃຫ້ແກ່ການປັບປຸງກໍ່ສ້າງເຫຼົ່າຮົບການເງິນ ກ້າວຂຶ້ນແບບແຜນທັນສະໄໝເທື່ອລະກ່າວ ເຂັ້ມງວດຕໍ່ພະນັກງານທີ່ເຮັດຜິດກົດໝາຍ ແລະ ລະບຽບວິໄນດ້ານການເງິນ, ເອົາໃຈໃສ່ການຄຸ້ມຄອງງົບປະມານໃຫ້ຮັດກຸມ, ປະຕິບັດວິໄນການເງິນໃຫ້ມີຄວາມສັກສິດ ແລະ ເຂັ້ມງວດ ເອົາໃຈໃສ່ວຽກງານຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານ ແລະ ປະຕິບັດວິໄນການເງິນລະ ບົບບັນຊີສະຫຼຸບຖອດຖອນບົດ ຮຽນລາຍງານໃຫ້ທັນເວລາ, ກົມກອງກຳລັງຫຼວງ, ກຳລັງທ້ອງຖິ່ນ ຕ້ອງສ້າງແຜນການເງິນ-ແຜນວຽກ ປະຈຳເດືອນ, ງວດ, ປີ ແລະ ແຜນຂໍຖອນເງິນ ເພື່ອສົ່ງໃຫ້ກົມການເງິນ ( ກຳລັງຫຼວງ ), ຫ້ອງການງົບປະມານ ແລະ ຄັງເງິນປະຈຳແຂວງ ( ກຳລັງທ້ອງຖິ່ນ) ໃຫ້ທັນເວລາທີ່ກຳ ນົດໄວ້.

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ