

![]()
ຄະນະພັກກົມໃຫຍ່ເຕັກນິກກອງທັບ ສະຫຼຸບການນຳພາ ຂອງຄະນະບໍລິຫານງານພັກ
ເວລາອອກຂ່າວ: 2023-02-02 08:46:02 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 8 | ຄວາມນິຍົມ:
ໃນທ້າຍເດືອນມັງກອນ 2023 ນີ້, ຄະນະບໍລິຫານງານພັກ ກົມໃຫຍ່ເຕັກນິກກອງທັບ ໄດ້ສະຫຼຸບການນຳພາ ຂອງຄະນະບໍລິຫານງານພັກ ປະຈຳປີ 2022 ແລະ ຜ່ານທິດທາງແຜນການ ປີ 2023 ຂຶ້ນ. ໂດຍການເປັນປະທານຂອງ ສະຫາຍ ພົນຕີ ປະສິດ ທ່ຽງທຳ ກຳມະການຄະນະປະຈຳພັກກະຊວງປ້ອງກັນປະເທດ, ເລຂາຄະນະພັກກົມໃຫຍ່, ຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີບັນ ດາສະຫາຍໃນຄະນະບໍລິຫານງານພັກກົມໃຫຍ່ ເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ທອງພັນ ສຸທຳມະວົງ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ ໄດ້ຍົກໃຫ້ເຫັນຜົນງານຫຼາຍດ້ານ ແລະ ເປັນເຈົ້າການຈັດຕັັ້ງຄົ້ນຄວ້າເຊື່ອມຊຶມ ແລະ ຜັນຂະຫຍາຍມະຕີກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງຄະນະພັກກະຊວງປ້ອງກັນປະເທດ, ມະຕິມະຕິກອງປະຊຸມໃຫຍ່ຄັ້ງທີ I ຂອງຄະນະພັກ ກົມໃຫຍ່ເຕັກນິກ ເຂົ້າໃນໜ້າທີ່ການເມືອງຂອງກົມກອງ, ຄະນະພັກກົມໃຫຍ່ພວກເຮົາໄດ້ເອົາໃຈໃສ່ນຳພາ-ຊີ້ນຳຢ່າງໃກ້ຊິດ ເພື່ອຮັບປະກັນເຮັດໃຫ້ການຈັດຕັ້ງພັກ-ສະມາຊິກພັກ ມີຄວາມໜັກແໜ້ນ, ເຂັ້ມແຂງທາງດ້ານການເມືອງ-ແນວຄິດ, ການຈັດຕັ້ງ ແລະ ແບບແຜນການນຳພາໂດຍປະຕິບັດຕາມ 5 ຫຼັກການ 3 ທິດນຳໃນການປັບປຸງກໍ່ສ້າງພັກ, ເພື່ອນຳພາ-ຊີ້ນຳຂົງເຂດຄວາມຮັບຜິດຊອບຂອງຕົນ ມີຜົນສຳເລັດຕາມແຜນການ, ໄດ້ຊີ້ນຳບັນດາຮາກຖານພັກ ປະຕິບັດແຜນການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2022. ພ້ອມທັງ, ຈັດຕັ້ງການກວດກາຕີລາຄາແບ່ງຄຸນນະພາບສະມາຊິກພັກ-ໜ່ວຍພັກສຳເລັດຕາມແຜນການເພື່ອສົ່ງໃຫ້ກົມຈັດຕັ້ງພັກ-ກົມໃຫຍ່ການເມືອງກອງທັບຄົ້ນຄວ້າຮັບຮອງ ຈຳນວນ 59 ໜ່ວຍພັກ, ສະເພາະໜ່ວຍພັກທີ່ຄະນະພັກກະຊວງໄດ້ຮັບຮອງ ຈຳນວນ 66 ໜ່ວຍພັກກໍໄດ້ຈັດຕັ້ງພິທີມອບຮັບຢ່າງລະອຽດ, ໄດ້ເອົາໃຈໃສ່ປັບປຸງກໍ່ສ້າງພະນັກງານທັງ 3 ຮຸ້ນໄປພ້ອມໆກັນ, ປະຈຸບັນກົມໃຫຍ່ເຕັກ ມີຈຳນວນພົນທັງໝົດ 2.196 ສະຫາຍ, ຍິງ 425 ສະຫາຍ, ໄດ້ຄົ້ນຄວ້າ ແລະ ປັບປຸງໂຄງປະກອບການຈັດຕັ້ງຈຳນວນຂັ້ນຫ້ອງການກົມໃຫຍ່ເຕັກນິກ ແລະ ກົມກອງຂຶ້ນກັບສຳເລັດລໍຖ້າຂັ້ນເທິງອານຸມັດ ແລະ ນຳສະເໜີຂັ້ນເທິງແຕ່ງຕັ້ງພະນັກງານເຕັກນິກຢູ່ກຳລັງຫຼວງ ແລະ ກຳລັງທ້ອງຖິ່ນຕາມການສະເໜີຂອງແຕ່ລະກົມກອງ, ເບີກ-ຈ່າຍ ວັດຖຸອາໄຫຼ່ ຈຳນວນທັງໝົດ 1.161 ລາຍການ, ຂຶ້ນແຜນຊື້ວັດຖຸ-ອາໄຫຼ່ ລົດຕັງ-ຫຸ້ມເກາະ ຈຳນວນ 49 ລາຍການ, ຮັບລົດໃໝ່ ຈຳນວນ 119 ຄັນ, ຮັບລົດເກົ່າເຂົ້າສາງ 19 ຄັນ, ຈ່າຍລົດທັງໝົດ 25 ຄັນ, ຈ່າຍວັດຖຸ-ອາໄຫຼ່ລົດສູ້ຮົບ 32 ລາຍການ. ໃນນີ້, ເບີກ-ຈ່າຍອາວຸດຍຸດໂທປະກອນໃຫ້ບັນດາກົມກອງທະຫານ ທັງໝົດ 608 ໂຕນ, ເຮັດໜ້າທີ່ຮັບປະກັນດ້ານເຕັກນິກໃຫ້ແກ່ໂຄງການ 01728, ລົງກວດກາພາຫະນະ-ອາວຸດຍຸດໂທປະກອນເຕັກນິກທົ່ວກອງທັບສຳເລັດ, ເຂົ້າຮ່ວມພິທີສະຫຼຸບທອດຖອນບົດຮຽນບັ້ນຊ້ອມຮົບ ກຳປັ່ນຫຼັກ-2 ຢູ່ກອງພັນໃຫຍ່ທີ 11, ບົວລະບັດ ຂັ້ນ II, ສ້ອມແປງ ຄືນລົດຫຸ້ມເກາະ BTR 60PR ຈຳນວນ 7 ຄັນ, ລົດຫຸ້ມເກາະ BR DM-2 ຈໍານວນ 1 ຄັນ ລວມ 8 ຄັນ ຢູ່ສາງ ກ. 2 ໄດ້ 10%, ລົງກວດນັບບັນຊີວັດຖຸອາໄຫຼ່ລົດຫຸ້ມເກາະ ຢູ່ສາງ ອ.1 ຈຳນວນ 46 ລາຍການ, ຍິງທົດລອງລູກປືນດັດແປງ 7,62x39 ຍັດໝື້ລູກ 7,62x54 ຢູ່ໂຮງງານ ອ.410, ສ້ອມແປງລົດ ຈຳນວນ 45 ຄັນ ສຳເລັດ 20 ຄັນ, ສ້ອມແປງປືນໃຫຍ່ໜ້າດິນ ຈຳນວນ 43 ກະບອກ ສຳເລັດ, ສ້ອມແປງປືນໃຫຍ່ປ້ອງກັນອາກາດ ຈຳນວນ 29 ກະບອກ ສຳເລັດ, ສ້ອມແປງລົດຕິດຕັ້ງປືນ 122 ຈຳນວນ 1 ຄັນ ສຳເລັດ, ສ້ອມແປງປືນທະຫານຮາບ ຈຳນວນ 554 ກະບອກ ສຳເລັດ 237 ກະບອກ, ບົວລະບັດລູກປືນ 122 ມມ, 130 ມມ ລູກຄົກ 82 ມມ, ລູກປືນ BM-14 ມີ່ນ TM-57 ແລະ ເລົາປືນ 14,5 ມມ ຈຳນວນ 98,9 ໂຕນ ແລະ ວຽກງານອື່ນໆ ລ້ວນແຕ່ສຳເລັດຕາມລະດັບຄາດໝາຍ.
ໂອກາດນີ້, ສະຫາຍ ພົນຕີ ປະສິດ ທ່ຽງທຳ ກໍໄດ້ເນັ້ນໜັກໃຫ້ບັນດາສະຫາຍໃນຄະນະບໍລິຫານງານພັກທົ່ວອົງການກົມໃຫຍ່ ຈົ່ງພ້ອມກັນເອົາໃຈໃສ່, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານທີ່ໄດ້ຮັບການມອບໝາຍ, ເປັນເຈົ້າການໃນການປະຕິບັດ, ເປັນແກນນຳອັນໜັກແໜ້ນໃນການຊີ້ນຳ-ນຳພາຂົງເຂດຄວາມຮັບຜິດຊອບຂອງຕົນເປັນຢ່າງດີ, ກຳແໜ້ນຫຼັກການນຳພາຂອງພັກ, ລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ, ແບ່ງງານໃຫ້ບຸກຄົນຮັບຜິດຊອບຢ່າງຈະແຈ້ງ, ຮັກສາໄດ້ຄວາມສາມັກຄີເປັນປຶກແຜ່ນແໜ້ນໜາໃນໝູ່ຄະນະ, ພ້ອມກັນເຮັດສຳເລັດໜ້າທີ່ ທີ່ຂັ້ນເທິງມອບໝາຍ ແລະ ປັບປຸງກໍ່ສ້າງພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນຂຶ້ນໄປເລື້ອຍໆ.
ໂດຍ: ພູສະນິດ ສິງເມືອຄຳ

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ