ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສະຫຼຸບ​ການ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ກິລາ ​ ຊີງ​ຂັນ​ຫົວໜ້າ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ
ເວລາອອກຂ່າວ: 2023-02-02 08:38:17 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 538 | ຄວາມນິຍົມ:



ໃນ​ວັນ​ທີ 30 ມັງກອນ 2023 ນີ້, ກົມ​ໃຫຍ່​ພະລາທິການ​ກອງທັບ ໄດ້​ສະຫຼຸບ​ການຈັດຕັ້ງ​ທີມ​ນັກ​ກິລາ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ກິລາ​ມວນ​ຊົນ ​ຊີງ​ຂັນ​ຫົວໜ້າ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ, ໃນ​ໂອກາດ​ສະເຫຼີມສະຫຼອງ​ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 74 ປີ ທີ່​ຫາກໍສຳເລັດ​ໄປໃນ​ໄລຍະ​ຜ່ານ​ມາ​ນີ້, ໂດຍ​ການ​ປັນ​ປະທານ​ຂອງ ສະຫາຍ ພົນ​ຕີ ຄຳ​ເພັດ ສີ​ຊາ​ນົນ ຫົວໜ້າ​ກົມ​ໃຫຍ່​ພະລາທິການ​ກອງທັບ, ມີ​ຄະນະ​ຊີ້​ນຳ​ລວມ ແລະ ອະນຸ​ກຳມະການ​ຮັບຜິດຊອບ ພ້ອມ​ດ້ວຍ​ນັກ​ກິລາ​ເຂົ້າ​ຮ່ວມ. ສະຫາຍ ພົນ​ຈັດຕະວາ ສີ​ທອງ ຖີ່ນ​ສະຫວັນ ຫົວໜ້າ​ກົມ​ເສນາ​ພະ​ລາ ກົມ​ໃຫຍ່​ພະລາທິການ​ກອງທັບ ຮອງ​ຄະນະ​ຊີ້​ນຳ​ລວມ ໄດ້​ຜ່ານ​ບົດ​ສະຫຼຸບ​ຫຍໍ້ ນັບ​ແຕ່​ໄລຍະ​ກະກຽມ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ຕົວ​ຈິງ​ຂອງ​ນັກ​ກິລາ​ແຕ່​ລະ​ປະເພດ, ເຊິ່ງ​ການຈັດຕັ້ງ​ກົມ​ໃຫຍ່​ພະລາທິການ​ກອງທັບ ໄດ້​ສົ່ງ​ທີມ​ນັກ​ກິລາ​ຂອງ​ຕົນ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ມີ​ຢູ່ 4 ປະເພດ​ກິລາ​ຄື, ກິລາ​ເຕະບານ, ບານສົ່ງ​ຊາຍ, ກະຕໍ້​ ແລະ ກິລາ​ເປ​ຕັງ​ປະສົມ​ຍິງ-ຊາຍ, ຜ່ານ​ການ​ແຂ່ງຂັນ​ຕົວ​ຈິງ​ເຫັນ​ວ່າ ທີມ​ນັກ​ກິລາ​ກົມ​ໃຫຍ່​ພະລາທິການ​ກອງທັບ ສາມາດ​ຍາດ​ໄດ້​ຮອງ​ຊະນະ​ເລີດ​ທີ 2 ປະເພດ​ກິລາ​ກະຕໍ້​ ແລະ ທີ 3 ກິລາ​ເປ​ຕັງ​ປະສົມ​ຍິງ-ຊາຍ, ສ່ວນ​ກິລາ​ເຕະບານ, ບານສົ່ງ​ຊາຍ​ແມ່ນ​ຕົກ​ຮອບ 8 ທີມ ແລະ 2 ປະເພດ​ກິລາ​ກະຕໍ້​ ແລະ ເປ​ຕັງ​ປະສົມ​ຍິງ-ຊາຍ ແມ່ນ​ສາມາດ​ເປັນ​ຕົວ​ແທນ​ເຂດ 5 ນະຄອນຫຼວງ​ເພື່ອ​ສົ່ງ​ເຂົ້າ​ຮ່ວມ​ງານ​ແຂ່ງ​ກິລາ​ທົ່ວ​ກອງທັບ​ຄົບ ໃນ​ການ​ສ້າງ​ຂະ​ບວນ​ການ​ຂ່ຳນັບ​ຮັບ​ຕ້ອນ​ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ​ຄົບຮອບ 75 ປີ ຄັ້ງ​ທີ 3 ໃນ​ປີ 2024. ໂອກາດ​ນີ້, ສະຫາຍ ພົນ​ຕີ ຄຳ​ເພັດ ສີ​ຊາ​ນົນ ກໍ​ໄດ້​ກ່າວ​ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ​ຕໍ່​ຜົນງານ ແລະ ຜົນສຳເລັດ​ທີ່​ຄະນະ​ຮັບຜິດຊອບ​ທຸກ​ພາກສ່ວນ​ພ້ອມ​ດ້ວຍ​ທີມ​ນັກ​ກິລາ​ຍາດ​ມາ​ໄດ້ ແລະ ໄດ້​ເປັນ​ຕົວ​ແທນ​ເຂດ 5 ນະຄອນຫຼວງ ເພື່ອ​ເຂົ້າ​ຮ່ວມ​ງານ​ແຂ່ງ​ກິລາ​ທົ່ວ​ກອງທັບ ຄັ້ງ​ທີ 3 ໃນ​ປີ 2024 ທີ່​ຈະ​ມາ​ເຖີງ​ນີ້. ພ້ອມ​ນີ້, ​ຍັງ​ໄດ້​ຮຽກຮ້ອງ​ໃຫ້​ຄະນະ​ຊີ້​ນຳ​ລວມ, ອະນຸ​ກຳມະການ​ຮັບຜິດຊອບ​ວຽກ​ງານ​ກິລາ​ທຸກ​ພາກສ່ວນ ແລະ ທີມ​ນັກ​ກິລາ​ແຕ່​ລະ​ປະເພດ ຕ້ອງ​ສູ້​ຊົນ​ສ້າງ​ໃຫ້​ມີ​ທີມ​ນັກ​ກິລາ​ມວນ​ຊົນ, ນັກ​ກິລາ​ການ​ທະຫານ​ຂອງ​ກົມ​ໃຫຍ່​ພະລາທິການ​ກອງທັບ ເພື່ອ​ສົ່ງ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ໃນ​ວັນ​ສຳຄັນ​ຕ່າງໆ​ຂອງ​ກອງທັບ, ເພີ່ມ​ທະວີ​ຄວາມ​ຮັບຜິດຊອບ​ຂອງ​ຕົນ​ເອງ​ເຂົ້າ​ໃນ​ໜ້າທີ່​ວຽກ​ງານ​ການເມືອງ​ຂອງ​ກົມ​ກອງ ກໍ່​ຄື​ການຈັດຕັ້ງ​ຂັ້ນ​ເທິງ​ມອບ​ໝາຍ​ໃຫ້, ຍົກ​ສູງ​ຄວາມ​ສາມັກຄີ, ກຳແໜ້ນ​ເນື້ອ​ໃນ​ຈິດໃຈ​ບົນ​ພື້ນຖານ​ສ້າງ​ຄວາມ​ເຂັ້ມແຂງ​ທາງ​ດ້ານ​ກຳລັງ​ແຮງ​ໃຈ, ແຮງ​ກາຍ, ມີ​ນ້ຳໃຈ​ນັກ​ກິລາ​ທີ່​ດີ ແລະ ກຽມພ້ອມ​ສູ້​ທຸກ​ນັດ​ຂອງ​ການ​ແຂ່ງຂັນ. ໂດຍ: ຄຳ​ປະສົງ ລາດ​ຊະ​ວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ