ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງ​ປະຊຸມ​ສ່ອງ​ແສງ​ວຽກ​ງານ ພັດທະນາ​ຈຸດ​ສຸມ​ຄັງ​ວຽງ ປະຈຳ​ເດືອນ​ມັງກອນ 2023
ເວລາອອກຂ່າວ: 2023-02-02 08:35:55 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 407 | ຄວາມນິຍົມ:



ກອງ​ປະຊຸມ​ສ່ອງ​ແສງ​ວຽກງານ​ພັດທະນາ​ຈຸດ​ສຸມ​ຄັງ​ວຽງ ປະຈຳ​ເດືອນ​ມັງກອນ 2023 ແລະ ທິດ​ທາງ​ແຜນການ​ປະຈຳ​ເດືອນ​ກຸມພາ, ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 31 ມັງກອນ 2023 ນີ້, ທີ່​ເມືອງ​ໝອກ ແຂວງ​ຊຽງ​ຂວາງ, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພົນ​ຕີ ວົງ​ຄຳ ພົມ​ມະກອນ ກຳມະການ​ສູນ​ກາງ​ພັກ ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ, ຫົວໜ້າ​ຄະນະ​ຊີ້​ນຳ​ພັດທະນາ​ຈຸດ​ສຸມ​ຄັງ​ວຽງ, ມີ​ຄະນະ​ນຳ​ກະຊວງ​ປ້ອງ​ກັນ​ປະເທດ, ບັນດາ​ຄະນະ​ຊີ້​ນຳ​ພັດທະນາ​ຈຸດ​ສຸມ ແລະ ອະນຸກຳມະການ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ຄຳ​ມອນ ສອນ​ພັນ​ໄຊ ຫົວໜ້າ​ຫ້ອງການ​ພັດທະນາ​ຈຸດ​ສຸມ​ຄັງ​ວຽງ ໄດ້​ສະຫຼຸບ​ລາຍ​ງານ​ການເຄື່ອນໄຫວ​ຈັດ​ຕັ້ງ ປະຕິບັດ​ວຽກ​ງານ​ແຜນ​ພັດທະນາ​ຊົນນະບົດ​ຮອບດ້ານ ຕາມ 4 ເນື້ອ​ໃນ 4 ຄາດໝາຍ ຕິດ​ພັນ​ກັບ​ວຽກ​ງານ 3 ສ້າງ ຢູ່​ຈຸດ​ສຸມ ຄັງ​ວຽງ​ໃນ 1 ເດືອນ​ຜ່ານ​ມາ ເຫັນ​ວ່າ: ຄະນະ​ຊີ້​ນຳ​ໄດ້​ເອົາໃຈໃສ່​ໂຄສະນາ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ ໃຫ້​ປະຊາຊົນ​ບັນດາເຜົ່າ​ໃນ​ເຂດ​ດັ່ງກ່າວ​ໄດ້​ຮັບ​ຮູ້​ເຊື່ອມ​ຊຶມ​ແນວທາງ​ນະໂຍບາຍ​ຂອງ​ພັກ, ກົດໝາຍ​ຂອງ​ລັດ​ໂດຍ​ສະເພາະ ມະຕິ, ຄຳ​ສັ່ງ, ຂໍ້​ກຳນົດ, ກົດ​ລະບຽບ​ຕ່າງໆ​ຢ່າງທົ່ວ​ເຖິງ ເປັນຕົ້ນ​ແມ່ນແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ໃນ​ຂອບ​ເຂດ​ຮັບຜິດຊອບ ເຮັດ​ໃຫ້​ເຂົາເຈົ້າ​ມີ​ນ້ຳໃຈ​ຮັກ​ຊາດ, ຮັກ​ລະບອບ​ໃໝ່, ຮັກ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ຕົນ, ມີ​ຄວາມ​ສາມັກຄີ​ປອງ​ດອງ ປະກອບສ່ວນ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ບ້ານ​ຊ່ອງ ກໍ​ຄື​ຄອບຄົວ​ຂອງ​ຕົນ​ໃຫ້​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ, ສາມາດ​ຈຳແນກ​ໄດ້​ມິດ​ສັດຕູ​ຢ່າງ​ຈະແຈ້ງ, ດ້ານ​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ໄດ້​ປະສານ​ສົມທົບ​ກັບ​ກຳລັງ​ຫຼວງ-ກຳລັງ​ທ້ອງຖິ່ນ ແລະ ອຳນາດ​ການ​ປົກຄອງ​ບ້ານ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ, ຕ້ານ​ສະກັດ​ກັ້ນ​ປະກົດ​ການ​ຫຍໍ້ທໍ້​ຕ່າງໆ ເຮັດ​ໃຫ້​ສະພາບ​ມີ​ຄວາມ​ສະຫງົບ​ໂດຍ​ພື້ນຖານ, ຊີ້​ນຳ​ກຳລັງ​ກອງ​ຫຼອນ ສ້າງ​ແຜນການເຄື່ອນໄຫວ​ຕາມ​ຂອບ​ເຂດ​ຮັບຜິດຊອບ​ຂອງ​ຕົນ​ໃຫ້​ມີ​ຄວາມ​ສະຫງົບ. ດ້ານ​ວຽກ​ງານ​ເສດຖະກິດ​ໄດ້​ສົ່ງເສີມ​ໃຫ້​ປະຊາຊົນ​ປູກຝັງ-ລ້ຽງສັດ ຊອກ​ແຫຼ່ງ​ລາຍ​ຮັບ ເພື່ອ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ໃຫ້​ນັບ​ມື້​ດີ​ຂຶ້ນ ແລະ ພື້ນຖານ​ໂຄ່ງ​ລ່າງ ສາທາລະນະ​ສຸກ, ໂຮງຮຽນ, ໂຮງໝໍ ແລະ ທີ່ຢູ່​ອາໄສ​ຂອງ​ປະຊາຊົນ ນັບ​ມື້​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ຕໍ່​ເນື່ອງ. ໂອກາດ​ນີ້, ສະຫາຍ ພົນ​ຕີ ວົງ​ຄຳ ພົມ​ມະກອນ ໄດ້​ເນັ້ນ​ໃຫ້​ຄະນະ​ຮັບຜິດຊອບ ເອົາໃຈໃສ່ ໂຄສະນາ​ສຶກ​ສາ​ອົບຮົມ​ການ ເມືອງ​ນຳພາ-ແນວ​ຄິດ, ນຳ​ເອົາ​ແນວທາງ​ນະໂຍບາຍ​ຂອງ​ພັກ, ກົດໝາຍ​ຂອງ​ລັດ​ລົງ​ເຜີຍແຜ່ ໃຫ້​ປະຊາຊົນ​ໄດ້​ຮັບ​ຮູ້ ເຂົ້າໃຈ ຕໍ່​ແນວທາງ​ປ່ຽນແປງ​ໃໝ່ ຂອງ​ພັກ​ຢ່າງ​ແຂງແຮງ ຍົກ​ສູງ​ສະຕິ​ລະວັງ​ຕົວ, ກຽມພ້ອມ​ປົກ​ປັກ​ຮັກສາ​ບ້ານ​ຊ່ອງ​ຂອງ​ຕົນ, ສະ​​ກັັດ​ກັ້ນ​ທຸກ​ກົນອຸບາຍ​ຂອງ​ກຸ່ມ​ຄົນ​ບໍ່​ຫວັງ​ດີ ເພື່ອ​ເຮັດ​ໃຫ້​ສະພາບ​ມີ​ຄວາມ​ສະຫງົບ​ປອດ​ໄພ100%, ຫັນ​ເອົາ​ການ​ລົງ​ກໍ່ສ້າງ​ຮາກ​ຖານ​ການເມືອງ ພັດທະນາ​ຊົນນະບົດ​ຮອບດ້ານ ເປັນ​ບັນຫາ​ສຳຄັນ, ພັດທະນາ​ເສດຖະກິດ- ສັງຄົມ​ເປັນໃຈ​ກາງ ແລະ ເອົາ​ວຽກ​ງານ​ກໍ່ສ້າງ​ພັກ-ພະນັກງານ​ເປັນ​ຂອດ​ຕັດສິນ, ສົມທົບ​ກັບ​ຂະແໜງ​ການ​ກ່ຽວຂ້ອງ​ຈັດ​ຕັ້ງ​ປະຕິບັດ​ແຜນ​ງານ​ໂຄງການ​ໃຫ້​ສຳເລັດ. ພ້ອມ​ນີ້, ກໍ​ຕ້ອງ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ຮັກແພງ​ກັບ​ປະຊາຊົນ​ໃຫ້​ແໜ້ນ​ແຟ້ນ​ເລິກເຊິ່ງ​ກວ່າ​ເກົ່າ. ໂດຍ: ຄຳ​ສິງ ລິດ​ວິໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ