ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ວິທະຍາຄານ ນາຍ​ທະຫານ​ບົກ ກົມ​ມະ​ດຳ ເປີດ​ຊຸດ​ຮຽນ​ບຳລຸງ​ໃຫ້​ພະນັກງານ​ນຳພາ-ບັນຊາ ລະບົບ 6 ເດືອນ
ເວລາອອກຂ່າວ: 2023-02-02 08:33:03 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 181 | ຄວາມນິຍົມ:



ວັນ​ທີ 31 ມັງກອນ 2023 ນີ້, ວິທະຍາຄານ ນາຍ​ທະຫານ​ບົກ ກົມ​ມະ​ດຳ ໄດ້​ຈັດ​ຕັ້ງ​ເປີດ​ຊຸດ​ຮຽນ​ບຳລຸງ​ໃຫ້​ແກ່​ພະນັກງານ​ສາຍ​ນຳພາ-ບັນຊາ​ລະບົບ 6 ເດືອນ​ຊຸດ​ທີ 9 ຂຶ້ນ. ໂດຍ​ການ ເປັນ​ປະທານ​ຂອງ ສະຫາຍ ພົນ​ຈັດຕະວາ ສົມ​ພອນ ມິດ​ຕະ​ພອນ ຮອງ​ຫົວໜ້າ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ, ມີ​ສະຫາຍ ພັນ​ເອກ ບົວ​ໄລ ສີ​ລັກ​ສາ ຫົວໜ້າ​ການ​ທະຫານ ວິທະຍາຄານ ນາຍ​ທະຫານ​ບົກ ກົມ​ມະ​ດຳ, ມີ​ຄະນະ​ພັກ-ຄະນະ​ບັນຊາ, ມີ​ບັນດາ​ກົມ​ອ້ອມ​ຂ້າງ​ກະຊວງ​ປ້ອງ​ກັນ​ປະເທດ, ຄະນະ​ຫ້ອງ, ພະແນກການ, ຄະນະ​ວິຊາ​ຄູ, ກອງພັນ, ພະນັກງານ​ຫຼັກແຫຼ່ງ​ນັກຮຽນ-ນັກ​ສຶກ​ສາ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ພອນ​ສະຫວັນ ສີ​ບຸນ​ເຮືອງ ຮອງ​ຫົວໜ້າ​ຫ້ອງ ອົບຮົມ-ກໍ່ສ້າງ ວິທະຍາຄານ ນາຍ​ທະຫານ​ບົກ ກົມ​ມະ​ດຳ ໄດ້​ຜ່ານ​ແຜນການ​ເປີດ​ຮຽນ​ຊຸດ​ທີ 9 ໂດຍ​ປະຕິບັດ​ຕາມ​ຂໍ້​ຕົກລົງ​ຂອງກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ວ່າ​ດ້ວຍການອະນຸມັດ​ໃຫ້ ວິທະຍາຄານ ນາຍ​ທະຫານ​ບົກ ກົມ​ມະ​ດຳ ເປີດ​ຊຸດ​ຮຽນ ບຳລຸງ​ໃຫ້​ພະນັກງານ​ນຳພາ-ບັນຊາ​ຂັ້ນ​ກອງຮ້ອຍ, ກອງພັນ​ ລະບົບ 6 ເດືອນ​ຊຸດ​ທີ 9 ປະຈຳ ປີ 2022-2023 ໃຫ້​ມີ​ຄຸນ​ນະ​ພາບ​ສູງ ເຊິ່ງ​ມີ​ນັກຮຽນ​ເຂົ້າ​ບຳລຸງ ຈຳນວນ 60 ສະຫາຍ. ໃນ​ນີ້, ​ໄດ້ແບ່ງ​ອອກ​ເປັນ 2 ສາຍ​ຄື: ສາຍ ນຳພາ 30 ສະຫາຍ ແລະ ສາຍ​ບັນຊາ 30 ສະຫາຍ, ພ້ອມ​ທັງ​ແບ່ງ​ອອກ​ເປັນ 3 ກຸ່ມ​ຄວາມ​ຮູ້​ຄື: ກຸ່ມ​ຄວາມ​ຮູ້​ດ້ານ​ວິຊາ​ລວມ 238 ຊົ່ວໂມງ ເທົ່າ​ກັບ 22,36%, ກຸ່ມ​ຄວາມ​ຮູ້​ດ້ານ​ວິຊາ​ສະເພາະ 336 ຊົ່ວໂມງ ເທົ່າ​ກັບ 9,87%, ສາຍ​ບັນຊາ​ມີ 3 ກຸ່ມ​ຄວາມ​ຮູ້​ຄື: ກຸ່ມ​ຄວາມ​ຮູ້​ດ້ານ​ວິຊາ​ລວມ 168 ຊົ່ວໂມງ ເທົ່າ​ກັບ 15,79%, ກຸ່ມ ຄວາມ​ຮູ້​ດ້ານວິຊາ​ສະເພາະ 406 ຊົ່ວໂມງ ເທົ່າ​ກັບ 38,16%, ໂຄງການ​ທ້າຍ​ຊຸດ​ຮຽນ 105 ຊົ່ວໂມງ ເທົ່າ​ກັບ 9,87%. ທັງ​ນີ້, ກໍ​ເພື່ອ​ແນໃສ່​ເຮັດ​ໃຫ້​ພະນັກງານ ບັນຊາ-ນຳພາ​ໃນ​ກຳລັງ​ປະກອບ​ອາວຸດ​ຢູ່​ໃນ​ກຳລັງ​ຫຼວງ ກຳລັງທ້ອງຖິ່ນ​ກຳ​ແໜ້ນ ແລະ ມີ​ປະສິດທິ​ພາບ​ສູງ​ທາງ​ດ້ານ​ທິດ​ສະ​ດີຫຼັກການ ແລະ ພາກ​ປະຕິບັດ​ຕົວຈິງ​ໄປ​ພ້ອມກັນ ແລະ ທັງ​ເປັນການ​ພັດທະນາ​ໂຄງການ​ຫຼັກສູດການຮຽນ-ການ​ສອນ​ຂອງວິທະຍາຄານ​ໃຫ້​ມີ​ຄຸນ​ນະ​ພາບ ແລະ ເຂັ້ມແຂງ​ດ້ານ​ການເມືອງ-ການ​ທະຫານ​ສູງ​ຂຶ້ນ​ເລື້ອຍໆ. ໂອກາດ​ນີ້ ສະຫາຍ ພົນ​ຈັດຕະວາ ສົມ​ພອນ ມິດ​ຕະ​ພອນ ໄດ້​ໂອ້​ລົມ ແລະ ຮຽກຮ້ອງ​ມາ​ຍັງ​ຄະນະ​ພັກ-ຄະນະ​ບັນຊາ​ແຕ່​ລະ​ຂັ້ນ​ຈົ່ງ​ເອົາໃຈໃສ່​ໃນ​ການ​ຊີ້​ນຳ-ນຳພາ ແລະ ເນັ້ນ​ໝັກ​ໃຫ້​ຄູ-ອາຈານ, ນັກຮຽນ​ທຸກ​ສະຫາຍ​ຈົ່ງ​ພ້ອມ​ກັນ​ຕັ້ງໜ້າ​ຂຶ້ນ​ຫ້ອງ​ປະຕິບັດ​ຕາມ​ໂຄງການ​ຫຼັກສູດ​ການ​ຮຽນ-ການ​ສອນ​ໃຫ້​ເຂັ້ມ​ງວດ, ນັກຮຽນ​ຕ້ອງ​ພ້ອມ​ກັນ​ຮ່ຳຮຽນ​ຫັດ​ແອບ​ເອົາ ວິຊາ​ສິລະ​ປະຍຸດ-ຍຸດທະວິທີ​ນຳ ຄູ-ອາຈານ​ໃຫ້​ແໜ້ນ, ເພື່ອ​ນຳໄປ​ຈັດ​ຕັ້ງ​ໝູນ​ໃຊ້​ເຂົ້າ​ໃນ​ໜ້າທີ່​ການ ເມືອງ​ຢູ່​ກົມ​ກອງ​ຂອງ​ຕົນ​ໃຫ້​ບັນລຸ​ໝາກຜົນ​ສູງ. ໂດຍ: ລຸນ​ທອງ ສີ​ບຸນ​ເຮືອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ