ບາງບັ້ນຮົບທີ່ດຸເດືອດຂອງ ສະຫາຍ ພັນໂທ ພັນທະນິດ ແສງສະຫວ່າງ ນັກຮົບແຂ່ງຂັນ
ເວລາອອກຂ່າວ: 2023-02-01 09:23:00 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 60 | ຄວາມນິຍົມ:
ສະຫາຍ ພັນໂທ ພັນທະນິດ ແສງສະຫວ່າງ ນັກຮົບແຂ່ງຂັນແຫ່ງຊາດ, ອະດີດຫົວໜ້າຫ້ອງການບໍລິຫານ ກົມໃຫຍ່ເສນາທິການກອງທັບ ໄດ້ເລົ່າບາງເຫດການບັ້ນສູ້ຮົບທີ່ເດັ່ນ, ດຸເດືອດຂ້ຽວຂາດເອົາເປັນເອົາຕາຍໃນສະໝໍລະພູມສູ້ຮົບຂອງຕົນ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີວ່າ: ການເຄື່ອນໄຫວສູ້ຮົບຂອງຂ້າພະເຈົ້າແມ່ນມີ3 ໄລຍະ ແລະ ໄລຍະທີ 4 ແມ່ນເຮັດໜ້າທີ່ປ້ອງກັນຜູ້ນຳທີ່ມາບັນຊາສູ້ຮົບກົດໜີບໃຫ້ຝ່າຍວຽງຈັນຍອມເຊັນສັນຍາວຽງຈັນ ໃນວັນທີ 21 ມີນາ 1973 ເຊິ່ງມີລາຍລະອຽດແຕ່ລະໄລຍະດັ່ງນີ້:
ບັ້ນຕີປົດປ່ອຍແຂວງຫົວພັນ ປີ 1960-1961: ໃນເວລານັ້ນ, ຂ້າພະເຈົ້າ ສັງກັດຢູ່ໝູ່ທີ 2 ໝວດ 2 ກອງຮ້ອຍທີ 1 ກອງພັນທີ 1 ມີອ້າຍບຸນກອງເປັນນາຍໝູ່, ອ້າຍບຸນເນັງເປັນຮອງຫົວໜ້າໝູ່, ອ້າຍສົມໃຈ ເປັນຫົວໜ້າໝວດ, ອ້າຍບຸນຍັງ ວໍລະຈິດ ເປັນຮອງຫົວໜ້າໝວດ, ອ້າຍຄູນເປັນຫົວໜ້າກອງຮ້ອຍ, ອ້າຍບຸນທົດເປັນຮອງຫົວໜ້າກອງຮ້ອຍ, ອ້າຍສວຍ ເປັນຫົວໜ້າກອງພັນ. ຂ້າພະເຈົ້າໄດ້ເຂົ້າຮ່ວມຕີສັດຕູຢູ່ເຂດບ້ານສົບເບົາ 1 ຄັ້ງ, ຕີຢູ່ເມືອງແອດ 4 ຄັ້ງ ປົດປ່ອຍໄດ້ໝົດເຂດລ່ອງມ້າ ຫຼັງຈາກນັ້ນເດີນທາງຜ່ານນາສະລາ, ສະເລີຍ, ເມືອງເປິນ, ຫົວເມືອງ, ເມືອງລາບ ເພື່ອລົງສົມທົບກອງພັນທີ 2 ແລະ ກຳລັງເປັນກາງຮັກຊາດເຂົ້າປົດປ່ອຍທົ່ງໄຫຫີນຊຽງຂວາງ. ຕົ້ນເດືອນພະຈິກ 1960 ເວລາທີ່ກຳລັງພວກເຮົາໄດ້ເດີນທາງຮອດເມືອງລາບ-ສົບອໍ້ອ້າຍນ້ອງເປັນໄຂ້ມາເລເຣຍ 8 ສະຫາຍ, ຜູ້ບັນຊາໄດ້ສັງໃຫ້ຢຸດພັກເຊົ່າຢູ່ເຂດນັ້ນກ່ອນ, ພໍດີກັບສັດຕູໄດ້ເຫັນກຳລັງພວກເຮົາກ່ອນ ແລະ ສະກັດລັດຍິງໝູ່ສືບຂ່າວທີ່ບັນຊາໂດຍສະຫາຍ ຊາ ເປັນຫົວໜ້າໝູ່ສືບຂ່າວຖືກຍິງເສຍຊີວິດ ແລະ ອ້າຍນ້ອງຖືກບາດເຈັບ 2 ສະຫາຍ. ເມື່ອເປັນຄືແນວນັ້ນ ອ້າຍ ບຸນຍັງ ວໍລະຈິດ ໄດ້ສັ່ງໃຫ້ກຳລັງພວກເຮົາ ແລະ ປະຊາຊົນເຂດນັ້ນເຂົ້າກອບກູ້ເອົາອ້າຍນ້ອງສືບຂ່າວ.
ວັນທີ 25 ພະຈິກ 1960 ສັດຕູໃຊ້ກຳລັງຈາກທິດບວມຫຼົງແຂວງຊຽງຂວາງຂຶ້ນຍຶດເອົາຈຸດສູງບ້ານຖ້ຳລາ ໃນເວລາ 10 ໂມງ. ໃນເວລານັ້ນ ໝວດ 2 ກອງ
ຮ້ອຍທີ 1 ຈັ້ງທ່າຢູ່ຫ່າງຈາກບ້ານຖ້ຳລາປະມານ 1 ກິໂລແມັດ ໄດ້ຮັບຂ່າວວ່າສັດຕູໄດ້ຍຶດບ້ານຖ້ຳລາໝົດແລ້ວ, ກອງຮ້ອຍໄດ້ສັ່ງໃຫ້ໝວດທີ 1 ອ້າຍຄຳລຽງ ແລະ ໝວດທີ 2 ເຄື່ອນເຂົ້າທາງທິດເໜືອບ້ານຖ້ຳລາສັງເກດຕິດຕາມການເຄື່ອນໄຫວຂອງສັດຕູຢ່າງໃກ້ຊິດເພື່ອຕີຍຶດບ້ານຖ້ຳລາຄືນໃຫ້ໄດ້. ເວລາ 17 ໂມງ ທັງ 2 ໝວດເຄື່ອນໄປທາງທິດເໜືອບ້ານຖ້ຳລາຕິດຕາມສັດຕູຈົນຮອດເວລາ 12:00 ໂມງ ທ່າມກາງອາກາດທີ່ໜາວເຢັນໃນປ່າດົງຕຶບໜາເຂດຊາຍແດນຊຳເໜືອ-ຊຽງຂວາງ. ເມື່ອໄປຮອດຈຸດທີ່ໝາຍໝວດ 2 ກອງຮ້ອຍທີ 1 ໄດ້ເລັດລອດເຂົ້າປະຊິດຕີນປ້ອມສັດຕູຍຶດສະໜາມ ແລະ ຂະຫຍາຍຮູບແຖວສູ້ຮົບຕາມຄຳສັ່ງຂອງຜູ້ບັນຊາກອງຮ້ອຍ, ໝວດ 2 ເປັນກຳລັງບຸກຕີປີກຈຸດໜັກ, ການຂະຫຍາຍຮູບແຖວ ແລະ ຂຸດຂຸມຄອງສູ້ຮົບສຳເລັດໃນເວລາ 1 ໂມງ. ສະເພາະຂ້າພະເຈົ້າ ແລະ ນາຍໝູ່ ບຸນກອງ ຈັດວາງໃຫ້ຂຸດຂຸມຕິດກັບກົກໄມ້ໃຫຍ່ຢູ່ຫ່າງຈາກຮອງຫົວໜ້າໝູ່ ບຸນເນັງ ປະມານ 10 ແມັດ, ຫ່າງຈາກຂຸມຄອງສູ້ຮົບຮອງຫົວໜ້າໝວດອ້າຍ ບຸນຍັງ ວໍລະຈິດ ປະມານ 20 ແມັດ. ຮອດເວລາ 5 ໂມງມື້ຕໍ່ມາສຽງປືນແຕກເປັນສັນຍານບຸກໂຈມຕີສັດຕູດັງຂຶ້ນ, ນາຍໝວດສັ່ງໃຫ້ບຸກຕີສັດຕູຢ່າງແຂງແຮງ, ເວລານັ້ນສັດຕູສຸມກຳລັງໄຟປືນກົນໜັກ, ກົນກາງ, ປືນຄົກ 60 ມມ, ຄົກ 81 ມມ, ປືນເດກາ 82 ມມ ຢ່າງໜັກທີ່ສຸດ, ລູກປືນໃຫຍ່ສັດຕູຖືກງ່າໄມ້ໃຫຍ່ຫັກລົງໃສ່ຂຸມຄອງບ່ອນຂ້າພະເຈົ້າຢູ່ຫຼາຍງ່າ ຍ້ອນສັດຕູຄິດວ່າເປັນບ່ອນກຳລັງຈຸດໜັກຂອງກຳລັງອິດສະຫຼະ. ອ້າຍ ບຸນຍັງ ວໍລະຈິດ ຫຼຽວເຫັນຈຸດທີ່ຂ້າພະເຈົ້າຢູ່ເປັນຈຸດທີ່ສັດຕູຍິງສຸມໃສ່ຢ່າງໜັກທີ່ສຸດ ດັ່ງນັ້ນ ອ້າຍ ບຸນຍັງ ວໍລະຈິດ ຈຶ່ງຮ້ອງໃສ່ວ່າ: ພັນທະນິດ! ອອກຈາກຂຸມຄອງມາຫາອ້າຍໄວ. ເມື່ອໄດ້ຍິນສຽງເອີ້ນຄືແນວນັ້ນ ຂ້າພະເຈົ້າກໍກະໂດດອອກຈາກຂຸມຄອງສູ້ຮົບຂອງຕົນແລ່ນໄປຫາຂຸມຄອງສູ້ຮົບຂອງອ້າຍ ບຸນຍັງ ວໍລະຈິດ ທັນທີ. ທັນໃດນັ້ນ ອ້າຍບຸນຍັງ ວໍລະຈິດ ກໍແລ່ນອອກຈາກຂຸມຄອງຂອງເພິ່ນແລ້ວມາຈັບເອົາແຂນຂ້າພະເຈົ້າ ແລະ ກອດເອົາຕົວຂ້າພະເຈົ້າລົງຂຸມຄອງສູ້ຮົບຂອງເພິ່ນຢ່າງປອດໄພ. ສຽງປືນບຸກຕີຂອງສັດຕູດັ່ງສະນັ່ນຈົນຫູດັບຕັບໃໝ້ທົ່ວບໍລິເວນພູດັ່ງກ່າວ ການບຸກຕີຂອງກຳລັງພວກເຮົາຢ່າງໜັກ ແລະ ການຕອບໂຕ້ຄືນຂອງກຳລັງສັດຕູດຳເນີນໄປໄລຍະສັ້ນປະມານ 10 ກວ່ານາທີສຽງປືນຂອງສັດຕູອ່ອນລົງເປັນສັນຍານວ່າສັດຕູບໍ່ໄຫວແລ້ວ, ສຽງເປົາແກຂອງນາຍໝູ່ ບຸນຍອຍ ດັງຂຶ້ນຜູ້ບັນຊາກອງຮ້ອຍ ອ້າຍບຸນທົດ ຮ້ອງສັ່ງອ້າຍນ້ອງຕະລຸມບອນ! ສຽງຮ້ອງຕະລຸມບອນຂອງອ້າຍນ້ອງໝວດ 2 ດັງຂຶ້ນຢ່າງກ້ອງກັງວານໄປທົ່ວສະໜາມຮົບ, ພວກສັດຕູແລ່ນແຕກໄປທາງທິດໃຕ້ບ້ານຖ້ຳລາ, ຈຳນວນໜຶ່ງຖືກດັບສູນກັບທີ່, ຈຳນວນຖືກບາດເຈັບ. ຂ້າພະເຈົ້າເອງ ແລະ ຮອງຫົວໜ້າໝວດ ບຸນເນັງ, ທ້າວຄູນ ກັບຫົວໜ້າໝວດສົມໃຈ ໄລ່ຕີສັດຕູໄປຕາມສັນພູລົງໃສ່ຫ້ວຍນ້ອຍທີ່ຮົກເຮື້ອດ້ວຍໄມ້ແຮ່, ປ່າແຂມສັດຕູຢ້ານຫຼາຍກິ້ງລົງຕົກຜາຫີນ, ພວກເຂົາຖິ້ມບ່າໂລຖົງເຄື່ອງ ແລະ ປືນຫຼາຍກະບອກ. ກຳລັງພວກເຮົານຳໄປຮອດສັນພູປ່າຫຍ້າຄາເຫັນພວກສັດຕູລັດບຸປ່າຈະອອກມາໃສ່ທາງ ຫົວໜ້າໝວດສົມໃຈ ເຫັນ ແລະ ສັ່ງໃຫ້ທະຫານຍິງທັນທີ, ສັດຕູຕາຍຕື່ມອີກ 2 ຄົນ ບາດເຈັບຈຳນວນໜື່ງ. ຫຼັງຈາກເກັບກວດສະໜາມແລ້ວກຳລັງພວກເຮົາໄດ້ກັບຄືນມາສູນບັນຊາກອງຮ້ອຍຢູ່ບ້ານຖ້ຳລາ ແລະ ມື້ຕໍ່ມາໄດ້ກັບຄືນໄປບ້ານນາຄັງ.
ວັນທີ 28 ພະຈິກ 1960 ໄດ້ເຂົ້າຮ່ວມຕີຕ້ານສັດຕູທີ່ຫຼອນເຂົ້າມາຕີກຳລັງພວກເຮົາຢູ່ສັນພູບ້ານນາຄັງ ແຕ່ກຳລັງພວກເຮົາໄດ້ຕອບຕ້ານຄືນຢ່າງອົງອາດ ແລະ ຮັກສາເຂດທີ່ໝັ້ນສັນພູນາຄັງໄວ້ໄດ້, ພ້ອມທັງຮັກສາກຳລັງປອດໄພດີ. ມື້ຕໍ່ມາ ທ່ານ ສະໝານ ວິຍະເກດ ໄດ້ນຳພາກອງຮ້ອຍທີ 1 ຂອງກອງພັນທີ 1, ກອງຮ້ອຍທີ 4 ແລະ ກຳລັງທະຫານໃໝ່ຂອງແຂວງຫົວພັນ ເຄື່ອນທັບໄປທາງນາກຸດ-ນາທອດ ຈະເຂົ້າສົມທົບກອງພັນທີ 2 ເຂົ້າຍຶດເມືອງຄຳ. ແຕ່ຍ້ອນການເດີນທາງບໍ່ທັນກັນຈຶ່ງພັກທັບຢູ່ເທິງບ້ານນາທອດເມື່ອຮອດເວລາ 7 ໂມງເຊົ້າ ສັດຕູເຄື່ອນກຳລັງມາຕາມຫຼັງ, ເວລານັ້ນຜູ້ບັນຊາຂັ້ນກອງຮ້ອຍ, ຂັ້ນໝວດຍັງພວມປະຊຸມກັນຢ່າງຮິບດ່ວນ ທາມກາງການນຳພາ-ຊີ້ນຳຂອງທ່ານ ສະໝານ ວິຍະເກດ. ບັງເອີນສັດຕູທີ່ເຄື່ອນທັບມາຕາມຫຼັງພວກເຮົາມາເຫັນທະຫານເຮົາກຳລັງປະຊຸມກັນຢູ່ນັ້ນ ພວກມັນກໍ່ບຸກຕີເຂົ້າໃສ່ກຳລັງພວກເຮົາທີ່ກຳລັງປະຊຸມກັນທັນທີ. ທຳອິດໝວດທີ 1, ໝວດທີ 2 ກອງຮ້ອຍທີ 1 ບໍ່ທັນຕອບຕ້ານຄິດວ່າແມ່ນກຳລັງທະຫານເຮົາສອງກອງຮ້ອຍທີ່ມານຳຫຼັງ, ພວກມັນບຸກເຂົ້າຢ່າງໜັກຈຶ່ງຮູ້ວ່າແມ່ນສັດຕູ, ຈາກນັ້ນຜູ້ບັນຊາກອງຮ້ອຍກໍໄດ້ອອກຄຳສັ່ງຕ່າວໂຈມຕີຄືນຢ່າງແຂງແຮງ, ພວກມັນບຸກເຂົ້າມາບໍ່ໄດ້ຈຶ່ງຂຶ້ນຢຶດປ້ອມສູງເບື້ອງຊ້າຍທາງທີ່ມາແຕ່ນາຄັງ (ເຮັດໃຫ້ຫົວໜ້າກອງຮ້ອຍທີ 1 ອ້າຍຄູນ ແລະ ຫົວໜ້າໝວດອ້າຍສົມໃຈ ແລະ ອ້າຍນ້ອງໝວດທີ 1 ຖືກເສຍຊີວິດໃນຕອນນັ້ນ). ເວລາຕໍ່ມາສຽງປືນມິດໄປໝູ່ 2, ໝວດ 2 ໄດ້ຮັບຄຳສັ່ງຈາກຜູ້ບັນຊາຂຶ້ນຍຶດເອົາປ້ອມພູສູງຕໍ່ໜ້າບ່ອນພັກທັບຄືນ. ຕື່ນເຊົ້າມາປະມານ 4-5 ໂມງ ເຫັນຄົນຍ່າງທາງໜ້າປ້ອມ. ສະຫາຍ ບຸນກອງ ຜູ້ບັນຊາໝູ່ ໄດ້ສັ່ງໃຫ້ຂ້າພະເຈົ້າລົງພູດ່ວນໄປລາຍງານຜູ້ບັນຊາກອງຮ້ອຍ. ຫຼັງຈາກລາຍງານແລ້ວກໍ່ກັບຄືນປ້ອມຍາມບັງເອີນສັດຕູເຫັນກຳລັງພວກເຮົາ, ພວກມັນໄດ້ຍິງປືນສຸມໃສ່ເຮັດໃຫ້ອ້າຍນ້ອງເສຍຊີວິດ 1 ສະຫາຍ. ພວກເຮົາໄດ້ຕີຕ້ານຄືນເຮັດໃຫ້ພວກມັນແຕກກະແຈກກະຈາຍເຫັນແຕ່ກອງເລືອດພວກມັນ 4 ຈຸດ ແລະ ຕາຍກັບທີ 1 ຄົນ. ຮອດວັນທີ 31 ພະຈິກ 1960 ກຳລັງພວກເຮົາໄດ້ເຄື່ອນທັບຮອດບ້ານຈໍຮອກກາງ ເມືອງຄຳ ກາຍປົດບວມລົງໄປສົມທົບກອງພັນທີ 2 ຕາມແຜນການໄດ້ຢ່າງປອດໄພ.
ປະຕິບັດຕາມຄຳສັ່ງຂອງເສນາທິການກອງບັນຊາການທະຫານສູງສຸດ ລົງມາຊ່ວຍແຂວງວຽງຈັນ ປີ 1968-1969. ອີງຕາມຄຳສັ່ງຂອງເສນາທິການກອງບັນຊາການທະຫານສູງສຸດ, ສະຫາຍ ວີສອນ ຫົວໜ້າເຄມີຫ້ອງເສນາທິການກອງບັນຊາການທະຫານສູງສຸດ ໄດ້ເອົາຄຳສັ່ງແຈ້ງລົງມາຫາກອງບັນຊາການເຂດຊຽງຂວາງ ມອບໃຫ້ຂ້າພະເຈົ້າ ຮັບຜິດຊອບອ້າຍນ້ອງເຄມີ ຈຳນວນ 6 ສະຫາຍ ລົງສົມທົບກັບກຳລັງທ້ອງຖິ່ນ ແລະ ປະຊາຊົນລົບລ້າງທາດເບື່ອເຄມີທີ່ສັດຕູໃຊ້ທຳລາຍຕົ້ນໄມ້ ແລະ ຜົນລະປູກຂອງປະຊາຊົນ 4 ບ້ານ ແລະ ສົມທົບກັບກຳລັງທ້ອງຖິ່ນສົມຮົບກໍ່ສ້າງຮາກຖານການເມືອງຮັກສາເຂດທີ່ໝັ້ນພູປ່າມັນວຽງຈັນ ຕາເວັນອອກບໍ່ໃຫ້ສັດຕູທຳລາຍຄື: ບ້ານຜາລະແວກ 1 ຈຸດ(ບ້ານເຜົ່າມົ້ງ), ບ້ານນ້ຳຍິງລ່ອງຊານ 2 ຈຸດ(ເຜົ່າຢ້າວ) ບ້ານພູໂສດ 1 ຈຸດ(ເຜົ່າຢ້າວ)ໂດຍການຊີ້ນຳຂອງທ່ານ ສາລີ ວົງຄຳຊາວ, ທ່ານ ທອງແປນ ເປັນເຈົ້າແຂວງ, ທ່ານນາຍພົນ ບົວໄລ ແສນຈົງຮັກ ເປັນຄະນະພັກແຂວງ ແລະ ອ້າຍນ້ອງພວກເຮົາໄດ້ສຸມກຳລັງຕອບຕ້ານເຊື້ອເຄມີດ້ວຍຄວາມຮັບຜິດຊອບສູງ ແລະ ຮັບປະກັນຄວາມປອດໄພໃຫ້ແກ່ຮາກຖານປະຊາຊົນທີ່ຖືກຜົນກະທົບໃນແຕ່ລະຈຸດ.
ວັນທີ 19 ກັນຍາ 1968 ໄດ້ຮັບມອບໝາຍໜ້າທີ່ຈາກທ່ານເຈົ້າແຂວງ ແລະ ນາຍພົນ ບົວໄລ ແສນຈົງຮັກ ໃຫ້ໝູ່ເຄມີພວກເຮົາຕີສັດຕູຢູ່ບ້ານແກ້ງນ້ອຍ(ຮູນ້ຳງື່ມດຽວນີ້) ສົມທົບກັບກອງພັນ 500 ຈຳນວນ 1 ໝວດ. ວັນທີ 20 ພະຈິກ ເຄື່ອນກຳລັງໄປຫາບ້ານແກ້ງເປີນແບບປິດລັບຫຼອນຕີ, ສະຫາຍ ວີສອນ ບັນຊາປີກຈຸດໜັກມີ 1 ໝວດ, ເຄມີ 1 ຈຸ ປືນຟົ່ນໄຟ 1 ກະບອກ ລົງໄປຫາຄ້າຍສັດຕູ, ສ່ວນຂ້າພະເຈົ້າບັນຊາປີກສຳຮອງ 1 ໝູ່, ເຄມີ 1 ຈຸ, ປືນຟົ່ນໄຟ 1 ກະບອກ ທາງລົງນ້ຳສາງຂອງທະຫານສັດຕູ ແຕ່ຍ້ອນພື້ນຖານຍ້ານປະຊາຊົນຕາຍຈິງບອກພີ້ນ້ອງໄວ້ວ່າ: ຖ້າໄດ້ຍິນສຽງປືນໃຫ້ພາກັນລົງລົບລີ້ຢູ່ກອງລາງເຮືອນ.
ຄະນະຊີ້ນຳລວມບອກວ່າ: ໃຫ້ກອງຮ້ອຍ 14 ຕີພິເສດສູນກາງແຕກສຽງປືນກ່ອນ, ກອງພັນ 500 ແຕກສຽງປືນຕາມຫຼັງ, ເວລາ 4 ໂມງ 30 ຂອງເຊົ້າວັນທີ 21 ກັນຍາ 1968 ສຽງປືນແຕກຂຶ້ນສັດຕູຮ້ອງກັນລົງຂຸມຄອງທັນທີ, ປີກຈຸດໜັກ ແລະ ປີກສຳຮອງພວກເຮົາບຸກຕີສັດຕູຢ່າງແຂງແຮງທີ່ສຸດ ປີກຈຸດໜັກສົມທົບກັບທະຫານຮາບກອງພັນ 500 ໃຊ້ປືນພົ່ນໄຟບັ້ງທີ 1 ແລະ ທີ 2 ແຕ່ກໍທຳລາຍຮົ້ວໄມ້ຝາງສອງຊັ້ນບໍ່ໄດ້ເຮັດໃຫ້ອ້າຍນ້ອງກອງພັນ 500 ຖືກຍິງເສຍຊີວິດ 2 ສະຫາຍ ແລະ ບາດເຈັບ 3 ສະຫາຍ, ສະຫາຍ ວີສອນ ຫົວໜ້າບັນຊາປີກຈຸດໜັກກໍຖືກລູກປືນຄົກ 60 ມມ ຢູ່ກະໂພກຍ່າງບໍ່ໄດ້,ສະນັ້ນຜູ້ບັນຊາຈິງໄດ້ສັ່ງຖອນເພື່ອຮັກສາກຳລັງ. ສ່ອນປີກສຳຮອງທີ່ຂ້າພະເຈົ້າບັນຊານັ້ນກໍບຸກຂຶ້ນຄັ້ງທີ 1 ຍິງປືນພົ່ນໄຟໝົດສອງບັ້ງກໍ່ທຳລາຍຮົ້ວບໍ່ໄດ້ ແລະ ບຸກຂຶ້ນຄັ້ງທີ 2 ຈຳຮົ້ວຂອງສັດຕູຍິງປືນພົ່ນໄຟຄັ້ງທີ 3 ກໍ່ບໍ່ສາມາດທຳລາຍຮົ້ວສອງຊັ້ນຂອງພວກມັນໄດ້ ແລະ ໄດ້ຖອນກຳລັງລົງມາຫານ້ຳສາງຂອງພວກມັນ, ພາອ້າຍນ້ອງເລາະລຽບຂຶ້ນຕາມສາຍນ້ຳງື່ມ ເພື່ອຂ້າມໄປຫາແກ້ງເປີນຂຶ້ນຮອດປາກນ້ຳງາວລົງໃຊ້ນ້ຳງື່ມຖືກຍົນແອບ 105 ຈຳນວນ 4 ລຳຍິງທະລົ່ມຢ່າງໜັກ ແຕ່ພວກເຮົາກໍ່ສາມາດລົບລີ້ໄປຢູ່ບ່ອນປອດໄພ. ມື້ຕໍ່ມາໄດ້ຍິນຂ່າວຈາກຮາກຖານປະຊາຊົນວ່າກຳລັງພວກມັນຖືກດັບສູນ 19 ຄົນ ແລະບາດເຈັບ 25 ຄົນ. ເມື່ອສະພາບການເປັນຄືແນວນັ້ນກຳລັງໃຈຕໍ່ສູ້ຂອງພວກມັນກໍ່ຖົດຖ່ອຍເກີດມີແນວຄິດເຕັນໂຕນໂຍນໜີ້ຈາກປົດຄ້າຍຂອງພວກມັນ.
ບັ້ນຮົບກູ້ກຽດຖືກສັດຕູປິດລ້ອມຢູ່ພູເລັງເປັນເວລາ 7 ເດືອນ
ວັນທີ 25 ກໍລະກົດ 1969 ຂ້າພະເຈົ້າ ແລະ ອ້າຍນ້ອງກັບຮອດພູເລັງ ຊຽງຂວາງ ໃນເວລາປະມາ 19 ໂມງ, ວັນທີ 18-19 ສິງຫາ ໄດ້ຂຶ້ນປະຈຳປ້ອມສັງເກດຕາມຄຳສັ່ງຂອງເສນາທິການເຂດ. ວັນທີ 20 ສິງຫາ ສັດຕູເປີດສາກໃຊ້ຍົນບຸກຕີທາງອາກາດເຂົ້າເຂດທົ່ງໄຫຫີນ, ໂພນສະຫວັນ, ຄັງໄຂ, ສຳນັກເຂດພູເລັງ, ນານິວ, ສາມແຍກໜອງເປັດ ຕາມສາຍທາງເລກ 7 ຢ່າງໜັກໜວງໃນທຸກມື້. ແຕ່ເວລານັ້ນສູນກາງພັກຮູ້ແລ້ວວ່າ ຈັກກະພັດອາເມຣິກາປະຕິບັດທິດສະດີ ນິກເຊີນ ທີ່ວ່າ: ຈູດກ້ຽງ, ທຳລາຍກ້ຽງ ແລະ ດັບສູນກ້ຽງ.
ພວກມັນໃຊ້ຍົນແອບ 4 ຫັດ, ແອບ105, ເບ 52, ເຕ 28 ຍິງຖະຫຼົ່ມໃສ່ເຮືອນຊານບ້ານຊ່ອງປະຊາຊົນ, ໄຮ່ນາຕາກ້າ ຈົນຫູດັບຕັບໄໝ້ ແລະ ທາງທິດເໜືອທົ່ງໄຫ້ຫີນໃຊ້ເບແອດ 201, ແອດອູ 113 ຈາກບວມຫຼົງເຂົ້າມາຍຶດເອົາພູສັນນ້ອຍ, ສັນໃຫຍ່, ພູຄິວ, ພູນົກກົກ, ພູເຝືອງ, ພູໜູລາວ, ພູໂຮຍ, ພູຫຍ້າຄາ, ຕັດເສັ້ນທາງ 3 ແຍກໜອງເປັດ ຍຶດສາງຂອງເຂດຢູ່ຖຳແອວ, ຕັດເສັ້ນທາງຂົນສົ່ງເມືອງຄຳຫາເມືອງແປກ, ພູທຸຍ, ພູອວດ, ຄັງໄຂ, ຈອມພູເລັງ, ບ້ານພາດ, ລາດບວກ.
ສ່ວນຢູ່ທາງທິດໃຕ້ທົ່ງໄຫຫີນ ພວກມັນໄດ້ໃຊ້ເບເວ 28, 21, 27, ເບແອດ 204, 203, 209, ເບເວ 101 ບິນຖິ້ມລະເບີດຍຶດສັນພູຫຼວງ, ລອງມາດ, ພູຂີ້ໝົດ, ບ້ານນາ, ລອງປົດ, ຂະຫຍາຍໄປທິດກາງແສນ. ໃນເວລານັ້ນຄະນະພັກເຂດ ທ່ານສິງກະໂປ ສີໂຄດຈຸນລະມະນີ, ທ່ານຄຳພີມ, ທ່ານ ຈູມມາລີ ໄຊຍະສອນ ແລະ ບັນດາອົງການເສນາ, ການເມືອງ, ພະລາ ພ້ອມດ້ວຍຄອບຄົວ ໄດ້ອອກຈາກວົງປິດລ້ອມຂອງພວກມັນກ່ອນ ແລະ ກຳລັງເປັນກາງຮັກຊາດ ທ່ານເດືອນ, ທ່ານ ທຽບ, ທ່ານ ແຈ້ງ ແລະ ທ່ານອື່ນໆ ກໍ່ໄດ້ເຄື່ອນກຳລັງອອກໄປສູ່ແນວຫຼັງທາງທິດໜອງແຮດເພື່ອຮັກສາກຳລັງ.
ນອກນັ້ນພວກມັນຍັງໃຊ້ກຳລັງພິເສດວາງປາວ 19 ກອງພັນ ແລະ ທະຫານຫຸ່ນວຽງຈັນ, ທະຫານຮັບຈ້າງໄທ 10 ກອງພັນ ພວກມັນໄດ້ໃຊ້ຍົນໂດດຈ່ອງ ແລະ ກຳລັງໄຟໜ້າດິນ ແລະ ໜ່ວຍບຸກຕີ ເພື່ອຫວັງດັບສູນກຳລັງປະຕິວັດພວກເຮົາ ແຕ່ກໍ່ບໍ່ສາມາດເຮັດໄດ້, ເວລານັ້ນຂ້າພະເຈົ້າໄດ້ອອກເດີນທາງຮອດນ້ຳຄູນເມືອງແປກແລ້ວ, ຕອນເຊົ້າຂອງວັນທີ 21 ສິງຫາ 1969 ຫ້ອງການເມືອງເຂດໄດ້ຈັດຕັ້ງພິທີໄວ້ອາໄລເຖິງດວງວິນຍານຂອງ ປະທານ ໂຮ່ຈິມິງ ຜູ້ນຳທີ່ແສນເຄົາລົບຮັກຂອງປະຊາຊົນຫວຽດນາມ ແລະ ເວລານັ້ນເອງ ພະນັກງານເສນາ 6 ສະຫາຍ, ໝູ່ເຄມີ 2 ໝູ່, ໝວດສື່ສານ ຍັງຄ້າງຢູ່ພູເລັງ. ຍ້ອນແນວນັ້ນ ຂ້າພະເຈົ້າໄດ້ສະເໜີ ອ້າຍ ວີສຽນ ຫົວໜ້າພະແນກສູ້ຮົບເຂດ ຂໍກັບຄືນໄປຊ່ວຍອ້າຍນ້ອງທີ່ຍັງຕິດຄ້າງຢູ່ທີ່ນັ້ນ ແລະ ໄດ້ຮັບການອະນຸມັດເຫັນດີຕົກລົງຈາກ ທ່ານ ສະໝານ ວິຍະເກດ, ເວລາ 4 ໂມງແລງຂອງວັນທີ 21 ສິງຫາ 1969 ເພີ່ນໄດ້ເອີ້ນຂ້າພະເຈົ້າ ແລະ ສະຫາຍ ສີຮັກ ໄປພົບ ພ້ອມທັງແນະນຳໃຫ້ສອງຄົນພວກເຮົາຢ່າງເຂັ້ມແຂງ ແລະ ໜັຫແໜ້ນ ໃນການຕັດສິນໃຈຄັ້ງນີ້, ໂອກາດນີ້ ທ່ານ ສີພອນ ຜາລີຂັນ ໄດ້ເວົ້າຕໍ່ໜ້າເຮົາວ່າ: ດີທີ່ສຸດແລ້ວທີ່ສະຫາຍ ພັນທະນິດ ແສງສະຫວ່າງ ສະໝັກໃຈເຂົ້າໄປຊ່ວຍອ້າຍນ້ອງ ເພາະວ່າສະຫາຍມີບົດຮຽນການຕີສັດຕູປົດປ່ອຍຢູ່ຊຳເໜືອ, ປົດປ່ອຍຊຽງຂວາງຄັ້ງທຳອິດ ແລະ ລົງຊ່ວຍຢູ່ແຂວງວຽງຈັນ ເປັນຜູ້ທີ່ມີບົດຮຽນໃນການບັນຊາອີກດ້ວຍ.
ວັນທີ 26 ສິງຫາ 1969, ທ່ານ ສີພອນ ຜາລີຂັນ ໄດ້ສັ່ງໃຫ້ຂ້າພະເຈົ້າໄປຫາເພີ່ນຢູ່ກອງພັນທີ 2 ,ຂ້າພະເຈົ້າໄດ້ນຳພາອ້າຍນ້ອງໄປ 4 ສະຫາຍ, ຫຼອດຕີນປ້ອມສັດຕູຢູ່ບ້ານພາດ, ທ່ານ ສີພອນ ຜາລີຂັນ ໄດ້ມອບໃຫ້ຂ້າພະເຈົ້າປືກສາຫາລືກັບ ສະຫາຍ ສີຮັກ, ສະຫາຍ ຄຳອ້າຍ, ສີເຫຼືອ ບຸນຄ້ຳ ຮ່ວມກຳລັງເຂົ້າກັນຈັດຕັ້ງເປັນກອງພັນນ້ອຍປະສົມກັບແນວລາວຮັກຊາດ ແລະ ກຳລັງເປັນກາງຮັກຊາດຕາມການຕົກລົງຂອງຄະນະພັກຫ້ອງການເມືອງເຂດ ໃນນັ້ນ ໄດ້ຈັດຕັ້ງເປັນສອງກອງຮ້ອຍຂຶ້ນກັບກອງຮ້ອຍ 15 ກຳລັງແນວລາວຮັກຊາດ ແລະ ກອງຮ້ອຍ 16 ກຳລັງເປັນກາງຮັກຊາດ. ໃນເມື່ອຈັດຕັ້ງກຳລັງກັນແລ້ວພວກເຮົາໄດ້ຫຼອນຕີສັດຕູຢູ່ 3 ຈຸດຄື: ປ້ອມພູເຫຼັກປຽກ, ພູຂຽວ ແລະ ພູຄັງໄຂເທິງໜອງສະເດັດຢ່າງດຸເດືອດ ເຮັດໃຫ້ກຳລັງພວກມັນອົກສັ່ນຂັວນຫາຍ, ຂ້າພະເຈົ້າກັບສະຫາຍ ສົມນຶກ ໄດ້ນຳເອົາກຳລັງຕິດຕໍ່ສື່ສານ, ເຄມີ ປິດລັບຕີສັດຕູຢູ່ເຂດພູເຫຼັກປຽກ ແລະ ພູຂຽວ ເວລາ 10 ໂມງກາງຄືນ ຂອງວັນທີ 28 ສິງຫາ 1969 ພວກເຮົາຂ້າສັດຕູຕາຍກັບທີ 18 ຄົນ, ຖືກບາດເຈັບ 23 ຄົນ.ອັນພົ້ນເດັດແມ່ນສະຫາຍ ຂົມມະນີ ອ້າຍນ້ອງເຫຼົ່າເຄມີ ໄດ້ແກວ້ງລະເບີດໃສ່ສັດຕູຕາຍຄາທີ່ 2 ຄົນ,ບາດເຈັບ 3 ຄົນ ແລະ ສະຫາຍ ອູຄຳ ບັນຊາຕີພູຄັງໄຂ ເທິງໜອງສະເດັດ ຂ້າສັດຕູຕາຍກັບທີ 5 ຄົນ, ບາດເຈັບ 7 ຄົນ. ຕອນແລງວັນທີ 29 ສິງຫາ 1969 ພວກມັນໄດ້ໃຊ້ຍົນອີເລີກົບແຕ 1 ລຳມາຫວ່ານໃບປິວ ບັງຂັບໃຫ້ກຳລັງພວກເຮົາອອກມາຍ້ອມຈຳນົນພາຍໃນ 10 ວັນ ແລະ ໃຊ້ປາກເລີປະກາດພ້ອມ ຖ້າບໍ່ອອກມາຍ້ອມຈັບໄດ້ບ່ອນໃດຈະຍິງຖິ້ມຢູ່ບ່ອນນັ້ນ, ພວກເຈົ້າຖືກປິດລ້ອມໄວ້ໝົດແລ້ວອອກບໍ່ໄດ້ ແຕ່ເຖິງແນວໃດກໍ່ຕາມຄະນະພັກການທະຫານເຂດ ໄດ້ສັ່ງໃຫ້ກຳລັງພວກເຮົາຕີຕ້ານຢ່າງແຂງແຮງ ແລະ ສາມາດອອກຈາກວົງປິດລ້ອມຂອງພວກມັນໄດ້ຢ່າງປອດໄພ.
ວັນທີ 13 ກັນຍາ 1969 ຂ້າພະເຈົ້າໄດ້ພາອ້າຍນ້ອງໄປເຄື່ອນໄຫວທິດບ້ານຊ້າງ ທາງຫຼັງບ້ານບີ,ເວລານັ້ນສັດຕູມາຈາກບ້ານບີ. ຂ້າພະເຂົ້າ ໄດ້ສັ່ງໃຫ້ອ້າຍນ້ອງແລ່ນຂຶ້ນປອມພູປາກແປກຍຶດເອົາພູມີປະເທດໄດ້ປຽບເພື່ອຕີສັດຕູ ແຕ່ກຳລັງພວກມັນຫຼາຍກວ່າມັນແບ່ງອອກເປັນສອງປີກ, ປີກທີ 1 ຕີເຊິ່ງໜ້າ, ປີກທີ 2 ຕີເຂົ້າດ້ານຫຼັງກຳລັງພວກເຮົາ. ເມື່ອເຫັນທ່າເສຍປຽບຍ້ອນເຫຼັກຫຼາຍກວ່າຖ່ານ ຂ້າພະເຈົ້າຈຶ່ງສັ່ງອ້າຍນ້ອງກິ້ງລົງພູເພື່ອບໍ່ໃຫ້ຖືກດັບສູນຈົນຮອດຂຸມລີ້ຍົນຂອງບ້ານຟາດຢ່າງປອດໄພສາມາດດັບສູນສັດຕູໄດ້ 3 ຄົນ, ບາດເຈັບ 5 ຄົນ.
ວັນທີ 2 ຕຸລາ 1969 ໃຊ້ຍົນຍິງຂຸມຂອງສູ້ຮົບຂອງ ທ່ານ ເດືອນ ບ່ອນສຳນັກງານກອງພັນຕັ້ງຢູ່ສັນພູເລັງ ເທິງຂຸມຄອງສູ້ຮົບ ທ່ານ ສິງກະໂປ ສີໂຄດຈຸນລະມະນີ ຫ່າງຈາກບ້ານຮາງເຜົ່າມົ້ງປະມານ 150 ແມັດ(ດຽວນີ້ເອີ້ນວ່າ: ຂຸມໂນນຕີ) ຄວາມຈິງແລ້ວມັນເປັນຂຸມຄອງສູ້ຮົບຂອງ ທ່ານ ເດືອນ ແຕ່ທຳອິດ. ຕົກມາຮອດ 2 ໂມງແລງ ສັດຕູໃຊ້ຍົນແອບ 105 ມາຍິງຂຸມຄອງບັນຊາສຳນັກ 4 ຄັ້ງແຕ່ລະຄັ້ງມີຍົນ 4 ລຳ ລວມ 16 ຖ້ຽວລຳ ແລະ ໃຊ້ກຳລັງທະຫານຮາບບຸກຕີອັດປາກຂຸມ ທາງລົງບ້ານຕ່າຍ,ບ້ານຄອງ. ເວລານັ້ນ ສະຫາຍ ສີຮັກ ແລະ ສະຫາຍ ແປນ ຢ້ານສຳນັກກອງພັນຖືກດັບສູນຈຶ່ງມາຂໍຄຳເຫັນນຳຂ້າພະເຈົ້າເພື່ອຈະຖອນກຳລັງອອກ ແຕ່ຂ້າພະເຈົ້າທຸ່ນທ່ຽງບໍ່ຢ້ານ, ປ້ອມເທິງຂຸມສຳນັກກອງພັນສັດຕູຢຶດໝົດແລ້ວ ຍິນແຕ່ສຽງລົມກັນຂອງທະຫານພວກມັນແຊວໆ. ຂ້າພະເຈົ້າ ສັ່ງໃຫ້ສະຫາຍ ສີຮັກ, ສະຫາຍ ແປນ ຊຽ່ວຊານຫວຽດນາມ ຖອນກຳລັງລົງໄປຫາບ້ານຕ່າຍ, ບ້ານເຫຼັກ, ບ້ານຄອງ ບ່ອນກອງຮ້ອຍ 15 ຕັ້ງທັບຢູ່. ຂ້າພະເຈົ້າສັ່ງໃຫ້ສະຫາຍ ໂສພາ ກຳລັງສື່ສານຈັບປືນອາກາລີ້ຢູ່ຂຸມຄອງສູ້ຮົບກັບເຮົາລໍຖ້າສັດຕູລົງມາເພື່ອດັບສູນ ແລະ ປ້ອງກັນບໍ່ໃຫ້ພວກມັນຢຶດໄດ້ພູເລັງທັງໝົດ.ຂ້າພະເຈົ້າຈັບປືນເບ 40 ແລະ ປືນສັ້ນ ສັງເກດສະຖານະການເພື່ອລໍຖ້າໃຫ້ພວກມັນລົງມາຫາຂຸມຄອງແຕ່ພວກມັນກໍ່ບໍ່ກ້າລົງມາ. ຫຼັງຈາກນັ້ນສັດຕູໄດ້ໃຊ້ຍົນຖິ້ມລູກລະເບີດຢ່າງຕໍ່ເນື່ອງແຕ່ພວກເຮົາສອງຄົນກໍ່ທຸ່ນທ່ຽງ ມືກຳປືນຢ່າງແໜ້ນລໍຖ້າລັ່ນໄກປືນແຕ່ກໍ່ມິດງຽບໄປພວກມັນບໍ່ໄດ້ລົງມາ, ຈາກນັ້ນປະມານ 30 ນາທີກວ່າ ຂ້າພະເຈົ້າສັ່ງໃຫ້ສະຫາຍ ໂສພາ ລົງໄປຫາກອງຮ້ອຍ 15 ເທິງບ້ານເຫຼັກ.
ຫຼັງຈາກນັ້ນໄດ້ 2 ມື້ ຂ້າພະເຈົ້າໄດ້ພາ ສະຫາຍ ອູຄຳ, ສະຫາຍ ປອງ, ສະຫາຍ ຕັ້ງ ຂຶ້ນຕາມສັນພູເລັງທິດບ້ານຄອງຫ່າງຈາກກອງຮ້ອຍ 15 ໄປຕາມປ່າຫຍ້າຄາ, ສະຫາຍ ຕັ້ງ ບໍ່ກ້າໄປກ່ອນ ຂ້າພະເຈົ້າຈຶ່ງເວົ້າວ່າ: ເຮົາຈະເດີນໜ້າໄປກ່ອນພວກສະຫາຍ ຖ້າເຮົາເຕະມິ່ນທີ່ສັດຕູຫ້າງໄວ້ ເຮົາຈະສັ່ງໃຫ້ບັນດາສະຫາຍມູບລົງເນີ! ຫ່າງຈາກບ່ອນນັ້ນປະມານ 500 ແມັດ ເຮົາກໍ່ເຕະມິ່ນແທ້ແຕ່ໂຊກດີມິ່ນບໍ່ແຕກ ເມື່ອໄປຮອດປ້ອມສັດຕູ ເຫັນແຕ່ເປົາເຂົ້າສອງເປົາປະໄວປ້ອມນັ້ນ ພວກມັນໄດ້ຖອຍໜີໄປທິດບ້ານຟາດໝົດແລ້ວ.
ສັດຕູປິດລ້ອມພວກເຮົາໃນບັ້ນຮົບກູ້ກຽດຢູ່ພູເລັງແຕ່ຕົ້ນເດືອນສິງຫາຈົນເຖິງເດືອນກຸມພາ 1970, ມື້ປົດປ່ອຍທົ່ງໄຫຫີນຄັ້ງສຸດທ້າຍລວມເປັນເວລາ 7 ເດືອນ. ດ້ວຍການສູ້ຮົບຂອງກຳລັງພວກເຮົາສາມາດຕີຕ້ານດັບສູນພວກມັນໄດ້ຢ່າງອົງອາດກ້າຫານ. ຈາກຜົນງານດັ່ງກ່າວ ທ່ານ ຈູມມາລີ ໄຊຍະສອນ ໄດ້ສັ່ງໃຫ້ເຮົາພັກຜ່ອນໃນການເຄື່ອນໄຫວສູ້ຮົບເປັນເວລາ 1 ເດືອນ ຍ້ອນຂ້າພະເຈົ້າໄດ້ກິ້ງເກືອກລີເລືອໃນສະໜາມສູ້ຮົບມາຫຼາຍແລ້ວ. ທ່ານ ຈູມມາລີ ໄຊຍະສອນ ໄດ້ແນະນຳໃຫ້ຂ້າພະເຈົ້າ ສະຫຼຸບຜົນງານການເຄື່ອນໄຫວສູ້ຮົບຂອງກອງພັນນ້ອຍປະສົມແນວລາວຮັກຊາດ ແລະ ກຳລັງເປັນກາງຮັກຊາດ ພ້ອມກັບກຳລັງຫຼວງ, ກຳລັງທະຫາອາສາສະໝັກຫວຽດນາມ ສາມາດປົດປ່ອຍທົ່ງໄຫຫີນໄດ້ຢ່າງສົມບູນ.ສາມາດຕີສັດຕູທັງໝົດ 51 ຄັ້ງ, ຂ້າຕາຍກັບທີ 81 ຄົນ, ບາດເຈັບ 217 ຄົນ.
ບັ້ນປ້ອງກັນ ທ່ານ ສີສະຫວາດ ແກ້ວບຸນພັນ ແລະ ຄະນະພັກທະຫານເຂດຊຽງຂວາງ ອອກຈາກເມືອງສຸຍ ແລະ ພູເລັງກັບຄືນຖານທີ່ໝັ້ນຢ່າງປອດໄພ.
ເດືອນ ຕຸລາ 1972 ທ່ານ ເຂັມພອນ ຄະນະພັກການທະຫານເຂດ ມອບໃຫ້ຂ້າພະເຈົ້ານຳພາອ້າຍນ້ອງເຄມີ 7 ສະຫາຍ ໄປຫາ ທ່ານ ບຸນທອນ ຈິດວິລະພົນ ຢູ່ພູປ່າລັນ ພາກນ້ຳຈັດ ເມື່ອໄປຮອດຕີນພູຈອມທົວແລ້ວ, ພວກເຮົາໄດ້ຂຸດຂຸມຄອງລີ້ຍົນ 2 ຈຸດ, ຈຸດທີ 1 ໃຫ້ຄະນະພັກທະຫານເຂດ, ຈຸດທີ 2 ໃຫ້ ທ່ານ ສີສະຫວາດ ແກ້ວບຸນພັນ ຫົວໜ້າເສນາທິການ ກອງບັນຊາການທະຫານສູງສຸດ ທີ່ລົງມາແຕ່ຊຳເໜືອບັນຊາດ້ານຮົບບຸກຕີເຂົ້າເຂດພູສູງ, ພູຄູນ, ມົກລັງຈັງ, ກິວກະຈຳ, ບັງກະໂລ. ເວລານັ້ນກອງພັນທີ 1, ກອງພັນທີ 2 ບຸກຕີເຂົ້າເຂດກາສີ, ວັງວຽງໂດຍແມ່ນ ທ່ານ ຈູມມາລີ ໄຊຍະສອນ ເປັນຜູ້ບັນຊາ, ຄະນະພັກການທະຫານເຂດ ມອບໃຫ້ຂ້າພະເຈົ້າກັບ ສະຫາຍ ບຸນທອມ ສື່ສານຂຶ້ນຢູ່ປ້ອມສັງເກດຕິດຕາມສັດຕູ ເພື່ອລາຍງານໃຫ້ດ້ານຮົບເປັນເວລາສອງມື້ສອງຄືນພ້ອມກັບຈຸຕິດຕໍ່ສື່ສານໂດຍແມ່ນທ່ານ ນາງ ທຸມມະນີ ເປັນຫົວໜ້າຈຸສື່ສານ, ສັດຕູໂຈມຕີພວກເຮົາຢ່າງໜັກແຕ່ສະຫາຍ ບຸນທອມ ບັນຊາສື່ສານໃຊ້ໄຫວພິກສື່ສານຫຼອກສັດຕູໃຊ້ຍົນຍິງປົດຄ້າຍຂອງພວກມັນເອງ ເຮັດໃຫ້ປ້ອມບັນຊາພວກມັນເສຍຫາຍໜັກ ແລ້ວກຳລັງພວກເຮົາຈຶ່ງຖືເອົາກາລະໂອກາດນັ້ນຍຶດເຂດສາລາພູຄູນ, ບັງກະໂລໄດ້ຢ່າງມີໄຊ.
ເດືອນພະຈິກ 1972 ໄດ້ຮັບຄຳສັ່ງຈາກ ທ່ານ ເຂັມພອນ ໃຫ້ຂ້າພະເຈົ້າປ້ອງກັນ ທ່ານ ສີສະຫວາດ ແກ້ວບຸນພັນ ກັບຄືນພູເລັງມາຢູ່ຂຸມຄອງລີ້ຍົນຂອງ ທ່ານ ສິງກະໂປ ສີໂຄດຈຸນລະມະນີ. ເວລາມາຮອດໜອງຕັ້ງເຊິ່ງໜ້າຕີນພູກູດຈອມເຫຼັກ ຖືກຍົນເບ 52 ຍິງຕາມເສັ້ນທາງຂະໜານລັດໜ້າພວກເຮົາປະມານ 200 ກວ່າແມັດ. ຫຼັງຈາກສຽງໝາກໂບມແຕກໝົດແລ້ວ, ຂ້າພະເຈົ້າໄດ້ເວົ້ານຳເພີ່ນວ່າ ບໍ່ມີຫຍັງແລ້ວສະພາບປົກກະຕີ, ພວກເຮົາເດີນທາງຕໍ່ ແລະ ມຸ້ງໜ້າເຂົ້າໄປທາງບ້ານນານີວພູເລັງ. ເມື່ອໄປຮອດເຂດບ້ານນານິີວ, ຂ້າພະເຈົ້າເວົ້ານຳ ທ່ານ ສີສະຫວາດ ແກ້ວບຸນພັນ ວ່າ: ໃຫ້ທ່ານພັກເຊົ່າຢູ່ເຂດນີ້ກ່ອນເພາະວ່າຕາມເສັ້ນທາງເຂດດັ່ງກ່າວແມ່ນມີຍົນຂອງສັດຕູມາຖິ້ມລະເບີດເວລາ 4-7ໂມງເຊົ້າ ແລະ 17 ໂມງແລງຮອດ 22 ໂມງທຸກມື້, ດັ່ງນັ້ນ ເພື່ອຄວາມປອດໄພໃຫ້ຄະນະພວກເຮົາຕິດຕາມສະພາບກ່ອນຈຶ່ງສືບຕໍ່ເດີນທາງເຂົ້າສູນບັນຊາ ເມື່ອພວກເຮົາໄປຮອດພູເລັງສູນບັນຊາແລ້ວ, ທ່ານ ກໍ່ເວົ້າກັບຂ້າພະເຈົ້າວ່າ: ສະຫາຍນີ້ເກັ່ງຫຼາຍ ກຳສະພາບຮາກຖານປະຊາຊົນ ແລະ ຈຸດທີ່ຍົນຂອງສັດຕູຖິ້ມລະເບີດໄດ້ດີ ສົມແລ້ວທີ່ເປັນນັກຮົບປະຕິວັດ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ