ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄະນະ​ນຳ​ກອງ​ພົນ​ທີ 1 ອວຍພອນ ບໍລິສັດ ໂກ​ເອ​ໂກ ທະຫານ​ເຂດ 4 ກອງທັບ​ປະຊາຊົນ​ຫວຽດນາມ
ເວລາອອກຂ່າວ: 2023-02-01 09:18:05 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 59 | ຄວາມນິຍົມ:



ໃນ​ວັນ​ທີ 21 ມັງກອນ 2023 ນີ້, ສະຫາຍ ພັນ​ເອກ ວົງ​ຈັນ ພັນ​ຈັນທະ​ມານ ຫົວໜ້າ​ການເມືອງ​ ກອງ​ພົນທີ 1 ພ້ອມ​ຄະນະ ເຂົ້າ​ອວຍພອນບໍລິສັດ​ໂກ​ເອ​ໂກ ທະຫານເຂດ 4 ກອງທັບ​ປະຊາຊົນ​ຫວຽດນາມ ປະຈຳ​ແຂວງ​ໄຊ​ສົມບູນ ເນື່ອງ​ໃນ​ໂອກາດ​ບຸນປີໃໝ່​ຫວຽດນາມ​ ໂດຍ​ການ​ຕ້ອນຮັບ​ຂອງ ສະຫາຍ ພັນ​ເອກ ໂຮ​ຊີ​ ແມັງ ປະທານ ບໍລິສັດ ຂຸດ​ຄົ້ນ​ບໍ່​ແຮ່ ແລະ ຫຼອມ​ເຫຼັກ ວຽງ​ຈັນ (ໂກ​ເອ​ໂກ) ພ້ອມ​ນີ້, ສະຫາຍ ກໍໄດ້​ກ່າວ​ສະແດງ​ຄວາມ​ຂອບໃຈ ຢ່າງ​ສູງ​ຕໍ່ ຄະນະ​ພັກ-ຄະນະ​ນຳ​ກອງ​ພົນ​ທີ 1 ທີ່​ໄດ້​ນຳ​ເອົາ​ກະຕ່າ​ຂອງຂວັນ ແລະ ຄຳ​ອວຍພອນ​ໄຊ​ອັນ​ປະເສີດ​ມາ​ອວຍພອນ​ໃນ​ຄັ້ງ​ນີ້​ເຊິ່ງ​ສະແດງ​ເຖິງ​ນ້ຳໃຈ, ໄມຕີ​ຈິດ, ມິດຕະພາບ, ຄວາມ​ສາມັກຄີ​ຮັກແພງ​ແບບ​ພິເສດ ແລະ ການ​ຮ່ວມ​ມື​ຮອບດ້ານ ລະຫວ່າງ​ສອງ​ຊາດ, ສອງ​ກອງທັບ ລາວ-ຫວຽດນາມ ໂດຍ​ສະເພາະລະຫວ່າງ​ກອງ​ພົນ​ທີ 1 ກັບ​ບໍລິສັດ​ ໂກ​ເອ​ໂກເຊິ່ງ​ເປັນ​ກົມ​ກອງ​ທີ່​ໄດ້​ໃຫ້ການ​ຊ່ວຍເຫຼືອ​ເຊິ່ງ​ກັນ ​ແລະ ​ກັນ​ຕະຫຼອດ​ມາ. ​ໂດຍ: ໂກ​ຮັງ ພັນທະ​ວົງ ພາບ: ຂາວ ທິດາ​ກອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ