ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ພະ​ແນກ​ຊັບພະຍາກອນ ແລະ ສິ່ງແວດລ້ອມ​ແຂວງ​ອຸດົມ​ໄຊ ມອບ​ເຄື່ອງ​ກິລາ​ໃຫ້​ຫ້ອງ​ການເມືອງ​ທະຫານ​ແຂວງ
ເວລາອອກຂ່າວ: 2023-02-01 09:16:40 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 75 | ຄວາມນິຍົມ:



ໃນ​ວັນ​ທີ 16 ມັງກອນ 2023 ນີ້, ທ່ານ ຄອນ​ສີ ໄຊ​ຍະ​ໝອນ ຮອງ​ຫົວໜ້າ​ພະ​ແນກ​ຊັບພະຍາກອນ ແລະ ສິ່ງແວດລ້ອມ​ແຂວງ​ອຸດົມ​ໄຊ ພ້ອມ​ດ້ວຍ​ຄະນະ ໄດ້​ນຳ​ເອົາ​ເຄື່ອງ​ກິລາ​ຈຳນວນ 30 ຊຸດ ລວມ​ມູນ​ຄ່າ 1.350.000 ກີບ ມອບ​ໃຫ້​ຄະນະ​ໜ່ວຍ​ພັກ​ທີ III ຫ້ອງ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ອຸດົມ​ໄຊ ເນື່ອງ​ໃນ​ໂອກາດ​ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 74 ປີ (20 ມັງກອນ 1949-20 ມັງກອນ 2023 ), ກ່າວ​ຮັບ​ໂດຍ ສະຫາຍ ພັນ​ໂທ ວິຈິດ ໄຊ​ຍະ​ເວັນ ຮອງ​ເລຂາ​ໜ່ວຍ​ພັກ​ທີ III ຫົວໜ້າ​ພະ​ແນກ​ບໍລິຫານ ຫ້ອງ​ການເມືອງ​ ທະຫານ​ແຂວງ​ອຸດົມ​ໄຊ ພ້ອມ​ທັງ​ກ່າວ​ສະແດງ​ຄວາມ​ຂອບໃຈ​ເປັນ​ຢ່າງ​ສູງ​ມາ​ຍັງ​ຫົວໜ້າ​ພະ​ແນກ​ຊັບພະຍາກອນ ແລະ ສິ່ງ​ແວວ​ລ້ອມ​ແຂວງ​ອຸດົມ​ໄຊ ທີ່​ໃຫ້ການ​ສະໜັບສະໜູນ​ຊ່ວຍເຫຼືອ​ນຳ​ເອົາ​ວັດຖຸ​ປັດ​ໄຈ​ມາ​ມອບ​ໃຫ້​ໃນ​ຄັ້ງ​ນີ້. ຂ່າວ: ​ ນາງ​ ວິໄລ​ພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ