

![]()
ສາມພາກສ່ວນອວຍພອນຄະນະພັກ-ຄະນະບັນຊາ ກອງພັນໃຫຍ່ 643
ເວລາອອກຂ່າວ: 2023-02-01 09:15:43 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 362 | ຄວາມນິຍົມ:
ເນື່ອງໃນໂອກາດວັນສ້າງ ຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ ແລະ ເພື່ອເປັນການສ້າງຜົນງານຂ່ຳນັບຮັບຕ້ອນວັນສ້າງຕັ້ງ ກອງພັນໃຫຍ່ 643 ຄົບຮອບ 30 ປີ, ທ່ານ ອຳຄາ ບຸນມາບັນຍະວົງ ຮອງເລຂາພັກເມືອງ ເມືອງພູກູດ ພ້ອມດ້ວຍຄະນະ ໄດ້ນຳເອົາກະຕ່າຂອງຂວັນເຂົ້າອວຍພອນຄະນະພັກ-ຄະນະບັນຊາກອງພັນໃຫຍ່ 643 ໂດຍມີ ສະຫາຍ ພັນໂທ ບຸນມີ ດວງມະນີຈັນ ເລຂາຄະນະພັກ ຫົວໜ້າການເມືອງ ກອງພັນໃຫຍ່ 643 ພ້ອມດ້ວຍຄະນະ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.
ໂອກາດນີ້, ທ່ານ ອຳຄາ ບຸນມາບັນຍະວົງ ໄດ້ຕາງໜ້າໃຫ້ຄະນະພັກຫ້ອງວ່າການປົກຄອງເມືອງພູກູດ ອວຍພອນໄຊໃຫ້ຄະນະພັກ-ຄະນະບັນຊາ ແລະ ພະ
ນັກງານ-ນັກຮົບໃນກົມກອງຈົ່ງມີສຸຂະພາບແຂງແຮງ ມີຜົນສຳເລັດໃນໜ້າທີ່ການເມືອງຂອງກົມກອງ ໃນການເຮັດວຽກງານປ້ອງກັນຊາດ ເຮັດໃຫ້ທ້ອງຖິ່ນມີຄວາມ
ສະຫງົບ ແລະ ສືບຕໍ່ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນຖານະເປັນກົມກອງແຮກສ່ຽວ ພ້ອມກັນນີ້ ຍັງເປັນການສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມລະຫວ່າງຫ້ອງ
ວ່າການປົກຄອງເມືອງພູກູດ ແລະ ກອງພັນໃຫຍ່ 643 ທີ່ເຄີຍສືບທອດປະຕິບັດກັນມາແຕ່ດົນນານໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ. ພ້ອມທັງມອບກະຕ່າຂອງຂວັນ ແລະ ວັດຖຸປັດໄຈ ຈຳນວນໜຶ່ງລວມມູນຄ່າ 4.200.000 ກີບ ໃຫ້ກອງພັນໃຫຍ່ 643.
ຂ່າວແຈ້ງຕື່ມວ່າ: ໄລຍະດຽວກັນນັ້ນ, ນາຍບ້ານ ບ້ານຄັງໜອງຫຼວງ ແລະ ນາຍບ້ານ ບ້ານພູເກັງ ພ້ອມດ້ວຍອົງການຈັດຕັ້ງມະຫາຊົນຂັ້ນບ້ານ ໄດ້ນຳເອົາເຂົ້າສານ, ອາຫານແຫ້ງຈຳນວນໜຶ່ງລວມມູນຄ່າ 2.600.000 ກວ່າກີບ ອວຍພອນ ແລະ ມອບໃຫ້ກອງພັນໃຫຍ່ 643 ເຊັ່ນດຽວກັນ ຕໍ່ການມາອວຍພອນຂອງສາມພາກສ່ວນຄັ້ງນີ້, ສະຫາຍ ພັນໂທ ບຸນມີ ດວງມະນີຈັນ ໄດ້ມີຄຳເຫັນກ່າວຮັບ ແລະ ສະແດງຄວາມຂອບໃຈເປັນຢ່າງສູງມາຍັງການນຳເມືອງພູກູດພ້ອມດ້ວຍຄະນະ ແລະ ອົງການຈັດຕັ້ງບ້ານຄັງໜອງຫຼວງ ແລະ ບ້ານພູເກັງ ທີ່ຍາມໃດກໍໄດ້ໃຫ້ຄວາມເປັນຫ່ວງເປັນໃຍ, ໃກ້ສິດຕິດແທດ ພົວພັນສະໜິດແໜ້ນ ໃຫ້ການອູ້ມຊູຊ່ວຍເຫຼືອເຊິ່ງກັນ ແລະ ກັນຕະຫຼອດມາ ອັນໄດ້ເຮັດໃຫ້ຄວາມສາມັກຄີນັບມື້ແໜ້ນແຟ້ນຍິ່ງໆ ປະກອບສ່ວນເຂົ້າໃນວຽກງານ ປກຊ-ປກສ ເຮັດໃຫ້ຂອບເຂດກົມກອງ ແລະ ທ້ອງຖິ່ນມີຄວາມສະຫງົບ.
ໂດຍ: ຄຳໝັ້ນ ຄົງວິໄລ

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ