ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ລົດ​ແກ້ວ ​ຍາດ​ໄດ້ 3 ຫຼຽນ​ຄຳ ​ໃນ​ງານ​ມະຫະກຳ​ກີລາ​ມະຫາວິທະຍາໄລ ທົ່ວ​ປະເທດ​ໄທ
ເວລາອອກຂ່າວ: 2023-02-01 09:14:51 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 239838703 | ຄວາມນິຍົມ:



ນາງ ລົດ​ແກ້ວ ອິນ​ທະ​ກຸມ ມານ ນັກ​ແລ່ນ​ຍິງ​ມື 1 ຂອງ ​ສປປ ລາວ ຍາດໄດ້ 3 ຫຼຽນ​ຄຳ ແລະ 1 ຫຼຽນ​ທອງ ໃນ​ງານ​ມະຫະ​ກຳ​ກີ ລາ​ມະຫາວິທະຍາໄລ ທົ່ວ​ປະເທດ​ໄທ ຄັ້ງ​ທີ 48 ທີ່​ດອກຈານ ບ້ານ ​ຊຽງ​ເກມ ປະເທດ​ໄທ ໃນ​ລະຫວ່າງ ​ວັນ​ທີ 24-28 ມັງກອນ 2023 ແລະ ກ່ອນ​ໜ້າ​ນີ້​ກໍ​ຍາດ​ໄດ້​ຊະນະ​ເລີດ ຈາກ​ກິລາ​ແລ່ນ​ມາ​ແລ້ວ​ຫຼາຍ ​ຄັ້ງ. ສຳລັບ ລົດ​ແກ້ວ ກ້າວ​ເຂົ້າ​ສູ່​ ການ​ສຶກ​ສາ​ຕໍ່​ລະດັບ​ປະລິນຍາ​ເອກ ທີ່​ມະຫາວິທະຍາໄລ​ກຣຸງ​ເທບ​ທົນ​ບຸ​ຣີ ນັບ​ແຕ່​ປີ 2021 ຄະນະ​ບໍລິຫານ​ທຸລະ​ກິດ ສາຂາ​ການ​ຈັດການ ແລະ ໄດ້​ຮັບ​ໃຊ້​ມະຫາວິທະຍາໄລ​ດັ່ງກ່າວ ເຂົ້າ​ຮ່ວມ​ແຂ່ງຂັນ​ໃນ​ງານ​ມະ​ຫະ​ກຳ​ກີລາມະຫາວິທະຍາໄລທົ່ວ​ປະ ເທດ​ໄທ ຄັ້ງ​ທີ 48 ທີ່​ດອກ​ຈາກ ບ້ານ​ຊຽງ​ເກມ ປະເທດ​ໄທ ເປັນ​ເຈົ້າພາບ. ສ່ວນ​ລາງວັນ​ທີ່ ລົດ​ແກ້ວ ຍາດ​ໄດ້​ຫຼາຍ​ທີ່​ສຸດ​​ເຖິງ 100 ກວ່າ​ລ້ານ​ກີບ ລາຍການ​ໃຫຍ່​ໃນ​ລາວ 3 ຫຼ່ຽມ​ຄຳ ໃນ​ປີ 2022.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ