ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ນັກ​ກິລາ​ປິ່ງປ່ອງ​ເຍົາວະ​ຊົນ​ລາວ ຍາດ​ໄດ້​ແຊັມ​ລາຍການ​ໃຫຍ່ WTT
ເວລາອອກຂ່າວ: 2023-02-01 09:12:17 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 239838701 | ຄວາມນິຍົມ:



ນັກ​ກິລາ​ປິ່ງ​ປ່ອງ​ເຍົາວະ​ຊົນ ​ລາວ ກໍ​ຄື ທ້າວ ໄຊຊະນະ ໄຊ​ສະ ຫວາດ ໃນ​ຮຸ່ນ​ອາຍຸ​ບໍ່​ເກີນ 11 ປີ​ປະເພດ​ຊາຍ​ດ່ຽວ ສາມາດເອົາ​ຊະນະ ນັກ​ກິລາ​ຈາກ ສະຫະລັດ​ອາ​ເມ​ຣິ​ກາ ຍາດ​ໄດ້​ແຊັມ​ລາຍ ການ​ໃຫຍ່ WTT Youth Contender Doha 2023 ທີ່​ໂດ​ຮາ ປະເທດ​ກາ​ຕ້າ ລະຫວ່າງ​ວັນ​ທີ 27-30 ມັງກອນ 2023 ທີ່​ຜ່ານ​ມາ ໃນ​ກ່ອນ​ໜ້າ​ນັ້ນ ທ້າວ ໄຊຊະນະ ສາມາດ​ເອົາ​ຊະນະ​ນັກ​ກິລາ​ເຈົ້າ ພາບ​ຂາດ​ລອຍ 3-0 ເຊັດ ກ່ອນ​ ຜ່ານ​ເຂົ້າ​ຮອບ​ຊີງ​ຊະນະ​ເລີດ​ ພົບ ​ກັບ Abinav PRASANNA ນັກ​ກິລາ​ຈາກ​ສະຫະລັດ​ອາ​ເມ​ຣິ​ ກາ ແລະ ເປັນ ໄຊຊະນະ ເຮັດ​ຜົນງານ​ໄດ້​ດີ​ກວ່າ​ສາມາດ​ເອົາ ​ຊະນະ​ໄປ 3-0 ເຊັດ 11-8, 11-6 ແລະ 11-2 ສ້າງ​ປະຫວັດ ສາດ​ຍາດ ແຊັມ​ໄປ​ຄອງ​ໃນ​ຮຸ່ນ​ອາຍຸ​ບໍ່​ເກີນ 11 ປີ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ