ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພັນ​ໃຫຍ່ 202 ປະກາດ​ການຈັດຕັ້ງ​ຂັ້ນ​ຕ່າງໆ
ເວລາອອກຂ່າວ: 2023-02-01 09:10:32 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 94 | ຄວາມນິຍົມ:



ພິທີ​ປະກາດ​ການຈັດຕັ້ງ ຢູ່​ກອງພັນ​ໃຫຍ່ 202 ກອງ​ພົນ​ທີ 2 ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 24 ມັງກອນ 2023 ນີ້, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ຄຳ​ດີ ໄຊ​ຍະ​ວົງ ຫົວໜ້າ​ການ​ທະຫານ ກອງ​ພົນ​ທີ 2, ມີ​ຜູ້ຕາງໜ້າພະແນກການ​ທີ່​ມາ​ຈາກກອງ​ພົນ, ຄະນະ​ພັກ-ຄະນະ​ບັນຊາ ກອງພັນ​ໃຫຍ່, ຂະແໜງການ​ທີ່​ ກ່ຽວຂ້ອງ ພ້ອມ​ດ້ວຍ​ພະນັກງານ​ສະມາຊິກ​ພັກ​ກອງພັນ​ໃຫຍ່ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ໄຊຊະນະສີ​ສົມ​ພອນ ຫົວໜ້າ​ພະ​ແນກ​ພະນັກງານ ຫ້ອງ​ການເມືອງ ​ກອງ​ພົນ​ທີ 2 ຜ່ານ​ຂໍ້​ຕົກລົງ​ຂອງ ກົມ​ໃຫຍ່​ການເມືອງ​ກອງທັບ ວ່າ​ດ້ວຍ ​ການ​ແຕ່ງຕັ້ງ ຮອງ​ຫົວໜ້າ​ພະ​ແນກ​ເຕັກນິກ ​ກອງພັນ​ໃຫຍ່ 202, ອີງ​ຕາມ​ກົດໝາຍ​ນາຍ​ທະຫານ​ກອງທັບ​ປະຊາຊົນ​ລາວ(ສະບັບ​ປັບປຸງ) ໃນ​ພາກ​ທີ II ໝວດ​ທີ 4 ມາດຕາ 26 ວ່າ​ດ້ວຍ​ການ​ແຕ່ງຕັ້ງ​ຍົກຍ້າຍ​ນາຍ​ທະຫານ, ໃນ​ການ​ປັບປຸງ​ບູລະນະ​ກົງຈັກ​ການຈັດຕັ້ງ​ນຳພາ-ບັນຊາ​ໃນ​ກຳລັງ​ປະກອບ​ອາວຸດ​ໃຫ້​ເຂັ້ມແຂງ, ໜັກ​ແໜ້ນ​ຮອບດ້ານ ເພື່ອ​ເຮັດ​ສຳເລັດ​ໜ້າທີ່​ປົກ​ປັກ​ຮັກສາ ແລະ ພັດທະນາ​ປະເທດ​ຊາດ ກົມ​ໃຫ​​ຍ່​ການເມືອງ​ກອງທັບ ຕົກລົງ ແຕ່ງຕັ້ງ ສະຫາຍ ​ພັນ​ຕີ ຄຳ​ພັນ ຈັນທະ​ວີ​ໄຊ ເປັນ​ຮອງ​ຫົວໜ້າ​ພະ​ແນກ​ເຕັກນິກ ກອງພັນ​ໃຫຍ່ 202 ແລະ ຂໍ້​ຕົກລົງ​ຂອງ​ກອງ​ພົນ​ທີ 2 ວ່າ​ດ້ວຍ​ການ​ປັບປຸງ​ບູລະນະ​ການຈັດຕັ້ງ ຫົວໜ້າ​ຂະແໜງ, ຊ່ວຍ​ວຽກ ແລະ ຄະນະ​ກອງ​ຮ້ອຍຂຶ້ນ​ກັບ​ກອງພັນໃນ​ກອງພັນ​ໃຫຍ່ 202 ກອງ​ພົນ​ທີ 2 ຕົກລົງ ແຕ່ງຕັ້ງ ສະຫາຍ ພັນ​ຕີ ສົມ​ສະຫງວນ ພົມ​ສີ ເປັນ​ຫົວໜ້າ​ ຂະແໜງ​ນະໂຍບາຍ, ສະຫາຍ ຮ້ອຍ​ເອກ ບຸນ​ໂຮມ ວິ​ທາ​ຈຽນ ເປັນ​ຫົວໜ້າ​ຂະແໜງ​ສືບ​ຂ່າວ, ສະຫາຍ ຮ້ອຍ​ໂທ ພຸດ ພິ​ທັກ​ຂະ​ວົງ ເປັນ​ຫົວໜ້າ​ຂະແໜງ​ສ້ອມແປງ, ສະຫາຍ ຮ້ອຍ​ໂທ ພອນ​ສະຫວັນ ພາ​ວິໄລ ເປັນ​ຫົວໜ້າ​ຂະແໜງ​ເຊື້ອ​ໄຟ, ສະຫາຍ ຮ້ອຍ​ເອກ ສະຫງັດ ຄຳ​ອ່ອນ ຊ່ວຍ​ວຽກ​ຂະແໜງ​ອົບຮົມ, ສະຫາຍ ຮ້ອຍ​ໂທ ບຸນ​ທຽມ ທອງ​ປະເສີດ ຊ່ວຍ​ວຽກ​ຂະແໜງ​ກຳລັງ​ພົນ, ສະຫາຍ ຮ້ອຍ​ໂທ ຄຳ​ມ່ວນ ບຸດ​ສະ​ດີ ຊ່ວຍ​ວຽກ​ຂະແໜງ​ປ້ອງ​ກັນ​ອາກາດ, ສະຫາຍ ຮ້ອຍ​ໂທ ຄຳ​ກິ່ງ ພິລາ​ຈິດ ຊ່ວຍ​ວຽກ​ຂະແໜງ​ຄຸ້ມ​ຄອງ​ລົດ, ສະຫາຍ ຮ້ອຍ​ໂທ ຄຳ​ແກ້ວ ດວງ​ມະ ນີ ເປັນ​ຫົວໜ້າ​ການ​ທະຫານ ກອງຮ້ອຍ​ທີ 1 ແລະ ສະຫາຍ​ຮ້ອຍ​ໂທ ທອງ​ວັນ ແສງ​ສຸ​ລິ​ວົງ ເປັນ​ຮອງ​ຫົວໜ້າ​ການ​ທະຫານ ກອງຮ້ອຍ​ທີ 1 ກອງພັນ 22. ໂດຍ: ຄຳ​ຊາຍ ກວ່າງ​ຄຸນ​ສີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ