ບໍລິສັດລັດພັດທະນະຊົນນະບົດ ມອບເງິນໃຫ້ກະຊວງປ້ອງກັນປະເທດ
ເວລາອອກຂ່າວ: 2023-02-01 09:06:20 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 262 | ຄວາມນິຍົມ:
ວັນທີ 31 ມັງກອນ 2023 ນີ້, ບໍລິສັດລັດພັດທະນະຊົນນະບົດໄດ້ນຳເງິນຈຳນວນ 200.000.000 ກີບ. ມາມອບໃຫ້ກະຊວງປ້ອງກັນປະເທດ, ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ (20 ມັງກອນ 1949 - 20 ມັງກອນ 2023).
ກ່າວມອບໂດຍ ສະຫາຍ ພັນເອກ ສຸກນິລັນ ຄຳພິລາວົງ ຜູ້ອຳນວຍການບໍລິສັດລັດພັດທະນະຊົນນະບົດ ແລະ ກ່າວຮັບໂດຍ ສະຫາຍ ພົນໂທ ທອງລອຍ ສິລິວົງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ.
ໃນໂອກາດນີ້, ສະຫາຍ ພົນໂທ ທອງລອຍ ສິລິວົງ ໄດ້ກ່າວສະແດງຄວາມຂອບໃຈຕໍ່ຄະນະພັກ-ຄະນະອຳນວຍການບໍລິສັດລັດພັດທະນະຊົນນະບົດທີ່ເຫັນໄດ້ຄວາມໝາຍ, ຄວາມສຳຄັນຂອງວັນສ້າງຕັ້ງກອງທັບປະຊາຊົນລາວ ແລະ ໄດ້ນຳເອົາເງິນຈຳນວນດັ່ງກ່າວມາມອບໃຫ້ກະຊວງປ້ອງກັນປະເທດ, ອັນເປັນການປະກອບສ່ວນສຳຄັນເຂົ້າໃນການພັດທະນາກອງທັບໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ ແລະ ທັນສະໄໝ.
ໂດຍ: ບຸນຊ້ອຍ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ