ແຂວງບໍລິຄຳໄຊ ສະຫຼຸບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ປະຈຳປີ 2022
ເວລາອອກຂ່າວ: 2023-02-01 09:04:53 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 808 | ຄວາມນິຍົມ:
ວັນທີ 26 ມັງກອນ 2023 ນີ້, ແຂວງບໍລິຄຳໄຊ ໄດ້ເປີດກອງປະຊຸມສະຫຼຸບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ປະຈຳປີ 2022 ແລະ ວາງທິດທາງແຜນການປີ 2023, ໂດຍການເປັນປະທານຂອງ ສະ ຫາຍ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງ ແຂວງບໍລິຄຳໄຊ ປະທານຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ມີສະຫາຍ ພົນຕີ ສະຫວ່າງໄຊ ສິນນະວົງ ຫົວໜ້າຫ້ອງການຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ມີບັນດາຄະນະປະຈຳພັກແຂວງ, ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ແລະ 7 ເມືອງ ພ້ອມດ້ວຍພະນັກງານຫຼັກແຫຼ່ງຈາກ ກອງບັນຊາການທະຫານແຂວງ, ກອງບັນຊາການປ້ອງກັນຄວາມສະຫງົບແຂວງ ແລະ ແຂກຖືກເຊີນອ້ອມຂ້າງແຂວງເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ຈວງ ຈັນ ລາດຊະວົງ ກຳມະການຄະນະປະຈຳພັກແຂວງ ຮອງປະທານຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງບໍລິຄຳໄຊ ໄດ້ຜ່ານບົດສະຫຼຸບການຈັດຕັ້ງເຄື່ອນໄຫວວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃນ 1 ປີຜ່ານມາ ແລະ ທິດທາງແຜນການ ປະຈຳປີ 2023, ເຊິ່ງບົດສະຫຼຸບໄດ້ຕີລາຄືນສະພາບການໂດຍລວມຂອງໂລກ, ພາກພື້ນ ແລະ ສະພາບການພາຍໃນປະເທດ ເວົ້າລວມ, ເວົ້າສະເພາະຢູ່ແຂວງບໍລິຄຳໄຊ, ພາຍໃຕ້ການນຳພາ-ຊີ້ນຳຂອງພັກ-ລັດຖະບານ, ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ ແລະ ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ເຮັດສະພາບພາຍໃນແຂວງມີຄວາມສະຫງົບປອດໄພໂດຍພື້ນຖານ, ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ເປັນລະບຽບຮຽບຮ້ອຍ, ລະບົບການຈັດຕັ້ງໄດ້ຮັບການປັບປຸງຢ່າງໜັກແໜ້ນ, ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບນັບມື້ເຕີບໃຫຍ່ເຂັ້ມແຂງ ທາງດ້ານປະລິມານ ແລະ ຄຸນນະພາບ, ເຮັດໃຫ້ປະຊາຊົນບັນດາເຜົ່າໃນທົ່ວແຂວງມີຄວາມອຸ່ນອຽນທຸ່ນທ່ຽງ ຢູ່ທ່າງທຳມາຫາກິນສ້າງເສດຖະກິດຄອບຄົວ ພັດທະນາທ້ອງຖິ່ນຂອງຕົນຕາມແນວທາງປ່ຽນແປງໃໝ່ຂອງພັກ-ລັດ. ນອກນີ້, ຍັງໄດ້ສຸມໃສ່ສຶກສາອົບຮົມນ້ຳໃຈຮັກຊາດ, ການກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ, ການປັບປຸງກໍ່ສ້າງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ເປັນຂອງທົ່ວປວງຊົນຮອບດ້ານ ແລະ ສຸມໃສ່ແກ້ໄຂບັນຫາ 4 ເຖື່ອນຕິດພັນກັບ 9 ຫົວຂໍ້ສຳມະນາວິ ທະຍາສາດຂອງແຂວງ ເຮັດໃຫ້ທົ່ວແຂວງມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ເສດຖະກິດໄດ້ຮັບການພັດທະນາເປັນກ້າວໆ. ໃນກອງປະຊຸມ ຍັງໄດ້ຜັດປ່ຽນກັນປະກອບຄຳຄິດຄຳເຫັນແລກປ່ຽນສະພາບການເຊິ່ງກັນ ແລະ ກັນຢ່າງກົງໄປກົງມາດ້ວຍຄວາມຮັບຜິດຊອບສູງ ພ້ອມທັງເປັນເອກະພາບຮັບຮອງເອົາເນື້ອໃນບົດສະຫຼຸບ ແລະ ທິດທາງແຜນການໄປຈັດຕັ້ງປະຕິບັດໃນຕໍ່ໜ້າໃຫ້ໄດ້ຮັບຜົນສຳເລັດ.
ໂອກາດນີ້, ສະຫາຍ ກອງແກ້ວ ໄຊສົງຄາມ ໄດ້ໂອ້ລົມຕໍ່ກອງປະຊຸມ, ກ່ອນອື່ນສະຫາຍໄດ້ຍ້ອງຍໍຊົມເຊີຍຕໍ່ການຈັດຕັ້ງປະບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃນໄລຍະຜ່ານມາເຖິງແມ່ນວ່າຈະມີສິ່ງທ້າທ້າຍຫຼາຍດ້ານ ແຕ່ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃນແຕ່ລະຂັ້ນໄດ້ປະບັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ ແລະ ເຮັດສຳເລັດໜ້າທີ່ທີ່ສຳຄັນຫຼາຍດ້ານ. ສະຫາຍຍັງໄດ້ຮຽກຮ້ອງໃຫ້ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຕ່ລະຂັ້ນສືບຕໍ່ປະຕິບັດໜ້າທີ່ການເມືອງອັນມີກຽດຂອງຕົນທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້ ພ້ອມກັນຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເປັນວຽກງານທົ່ວປວງຊົນຮອບດ້ານ ເພື່ອຕອບຕ້ານ ແລະ ທັບມ້າງທຸກກົນອຸບາຍຫັນປ່ຽນໂດຍສັນຕິຂອງກຸ່ມຄົນບໍ່ທີ່ຫວັງມ້າງເພທຳລາຍປະເທດຊາດ ແລະ ລະບອບໃໝ່ຂອງພວກເຮົາ.
ໂດຍ: ສີທອງ ຈັນທະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ