ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໂຮງຮຽນ​ທິດ​ສະ​ດີ​ການເມືອງ​ກອງທັບ ປິດ​ຊຸດ​ບຳລຸງ​ ທິດ​ສະ​ດີ​ມາກ-ເລ​ນິນ ຊຸດ​ທີ III
ເວລາອອກຂ່າວ: 2023-02-01 09:02:36 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 204 | ຄວາມນິຍົມ:



ວັນ​ທີ 31 ມັງກອນ 2023 ນີ້, ໂຮງຮຽນ​ທິດ​ສະ​ດີ​ການເມືອງ​ກອງທັບ ໄດ້​ຈັດ​ພິທີ​ປິດ​ຊຸດ​ບຳລຸງ​ທິດ​ສະ​ດີ​ມາກ-ເລ​ນິນ ລະບົບ​ຊັ້ນ​ສູງ 5 ເດືອນ ຊຸດ​ທີ III ສົກຮຽນ 2022-2023, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພົນ​ຕີ ສອນ​ທອງ ພົມ​ລາ​ວົງ ກຳມະການ​ຄະນະ​ປະຈຳ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ ຮອງ​ຫົວໜ້າ​ກົມ​ໃຫຍ່​ການເມືອງ​ກອງທັບ, ມີ​ແຂກ​ທີ່​ຖືກ​ເຊີນ​ຈາກ​ບັນດາ​ກົມ​ໃຫຍ່, ຊ່ຽວຊານ​ຫວຽດນາມ, ຕາງໜ້າ​ໂຮງຮຽນ​ທິດ​ສະ​ດີ​ການເມືອງ ​ປກສ, ມີ​ຄະນະ​ພັກ-ຄະນະ​ອຳນວຍ​ການ​ໂຮງຮຽນ​ທິດ​ສະ​ດີ​ການເມືອງ​ກອງທັບ ຕະຫຼອດ​ຮອດ​ພະນັກງານ​ຄູ-ອາຈານ ແລະ ນັກຮຽນ​ເຂົ້າ​ຮ່ວມ. ສະຫາຍ ພັນ​ເອກ ບຸນ​ທັນ ຈັນທະ​ລີ​ມາ ຮອງ​ຫົວໜ້າ​ການ​ທະຫານ, ຫົວໜ້າ​ຫ້ອງ​ອົບຮົມ​ກໍ່ສ້າງ​ໂຮງຮຽນ​ທິດ​ສະ​ດີ​ການເມືອງ​ກອງທັບ ໄດ້​ສະຫຼຸບ​ຜົນສຳເລັດ​ຂອງ​ການ​ບຳລຸງ​ທິດ​ສະ​ດີ​ມາກ-ເລ​ນິນ ລະບົບ​ຊັ້ນ​ສູງ 5 ເດືອນ ຊຸດ​ທີ III ສົກຮຽນ 2022-2023 ວ່າ: ຜ່ານ​ການ​ອົບຮົມ​ບຳລຸງ​ມາ​ເປັນ​ເວລາ 5 ເດືອນ​ເຫັນ​ວ່າ​ນັກ​ສຶກ​ສາ​ແຕ່​ລະ​ສະຫາຍ​ໄດ້​ເອົາໃຈໃສ່​ປະຕິບັດ​ບັນດາ​ຂໍ້​ກຳນົດ, ກົດ​ລະບຽບ​ຂອງ​ໂຮງຮຽນ​ວາງ​ອອກ​ຢ່າງ​ເຂັ້ມ​ງວດ, ເອົາໃຈໃສ່​ຄົ້ນຄວ້າ​ຮ່ຳຮຽນ ຍາດ​ແຍ່ງ​ເອົາ​ຄວາມ​ຮູ້​ນຳ​ຄູ​-ອາຈານ​ໂດຍ​ສະເພາະ​ທາງ​ດ້ານ​ພື້ນຖານ​ທິດ​ສະ​ດີ​ມາກ-ເລ​ນິນ ເພື່ອ​ເປັນ​ພື້ນຖານ​ໃຫ້​ແກ່​ການເຄື່ອນໄຫວ​ນຳພາ, ຄຸ້ມ​ຄອງ ແລະ ກຳ​ແໜ້ນ​ບາດກ້າວ​ດຳເນີນວຽກ​ງານ​ພັກ, ວຽກ​ງານ​ການເມືອງ​ຢູ່​ໃນ​ກອງທັບ ກໍ​ຄື​ການ​ປັບປຸງ​ກໍ່ສ້າງ​ກົມກອງ​ໃຫ້​ມີ​ຄວາມ​ເຂັ້ມແຂງ​ຮອບດ້ານ. ນອກ​ນີ້, ນັກ​ສຶກ​ສາ​ຍັງ​ໄດ້​ພົບ​ປະ​ແລກປ່ຽນ​ບົດຮຽນ​ເຊິ່ງ​ກັນ ແລະ ກັນ​ໃນ​ການເຄື່ອນໄຫວ​ວຽກ​ງານ​ພັກ-ວຽກ​ງານ​ການເມືອງ ຂອງ​ແຕ່​ລະ​ກົມ​ກອງ​ທ້ອງຖິ່ນ​ໃນ​ໄລຍະ​ຜ່ານ​ມາ ແລະ ໄປ​ທັດສະນະ​ສຶກ​ສາ​ຖອດ​ຖອນ​ບົດຮຽນ​ການ​ນຳພາ-ຊີ້​ນຳ​ກໍ່ສ້າງ​ກົມ​ກອງ​ຢູ່​ກອງພັນ​ໃຫຍ່ 11 ເຊິ່ງ​ແມ່ນ​ກອງ​ຕົວ​ແບບ​ຂອງ​ກະຊວງ​ປ້ອງ​ກັນ​ປະເທດ. ຜ່ານ​ການ​ອົບຮົມ​ບຳລຸງ​ໄລຍະ 5 ເດືອນ ສາມາດ​ສັງ​ລວມ​ຄວາມ​ຮັບ​ຮູ້, ເຂົ້າໃຈ​ດ້ານ​ເນື້ອ​ໃນ​ພື້ນຖານ​ທິດ​ສະ​ດີ​ການເມືອງ ແລະ ການ​ທະຫານ ໄດ້​ຄະແນນ​ສະເລ່ຍ​ເກຼດ A ຈຳນວນ 11 ສະຫາຍ, ເກຼດ B+ ຈຳນວນ 18 ສະຫາຍ. ນອກຈາກ​ການ​ຄົ້ນຄວ້າ​ຮ່ຳຮຽນ​ແລ້ວ, ນັກ​ສຶກ​ສາ​ຍັງ​ໄດ້​ເອົາໃຈໃສ່​ປະກອບສ່ວນ​ເຂົ້າ​ໃນ​ການ​ປັບປຸງ​ກໍ່ສ້າງ​ໂຮງຮຽນ​ທິດ​ສະ​ດີ​ການເມືອງ​ກອງທັບ ຕາມ​ຄຳ​ຂວັນ​ທີ່​ວ່າ: “ກໍ່ສ້າງ​ໂຮງຮຽນ​ທິດ​ສະ​ດີ​ການເມືອງ​ກອງທັບ ໃຫ້​ກາຍເປັນ​ເບົ້າ​ຫຼໍ່​ທາງ​ດ້ານ​ການເມືອງ-ແນວ​ຄິດ ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ”. ໃນ​ພິທີ​ໄດ້​ຜ່ານ​ຂໍ້​ຕົກລົງ​ຂອງ​ໂຮງຮຽນ​ທິດ​ສະ​ດີ​ການເມືອງ​ກອງທັບ ວ່າ​ດ້ວຍ​ການ​ມອບ​ໃບຢັ້ງຢືນ​ໃຫ້​ນັກ​ສຶກ​ສາ​ບຳລຸງ​ທິດ​ສະ​ດີ​ມາກ-ເລ​ນິນ ລະບົບ​ຊັ້ນ​ສູງ 5 ເດືອນ ຊຸດ​ທີ III ສົກຮຽນ 2022-2023 ຈຳນວນ 31 ສະຫາຍ ໂດຍ​ການ​ຂຶ້ນ​ມອບ​ຂອງ ສະຫາຍ ພົນ​ຈັດຕະວາ ຄຳ​ໄພ ຟອງ​ດາລາ ຫົວໜ້າ​ການ​ທະຫານ​ໂຮງຮຽນ​ທິດ​ສະ​ດີ​ການເມືອງ​ກອງທັບ. ໂອກາດ​ນີ້, ສະຫາຍ ພົນ​ຕີ ສອນ​ທອງ ພົມ​ລາ​ວົງ ໄດ້​ມີ​ຄຳ​ເຫັນ​ໂອ້​ລົມ​ຫຼາຍ​ບັນຫາ​ທີ່​ສຳຄັນ ພ້ອມ​ທັງ​ເນັ້ນ​ໃຫ້​ໜັກ​ໃຫ້​ຄະນະ​ພັກ-ຄະນະ​ອຳນວຍ​ການ​ໂຮງຮຽນ ເອົາໃຈໃສ່​ຕໍ່​ວຽກ​ງານ​ກໍ່ສ້າງ​ພັກ, ກໍ່ສ້າງ​ພະນັກງານ​ພາຍ​ໃນ​ກົມ​ກອງ​ໃຫ້​ມີ​ຄວາມ​ໜັກ​ແໜ້ນ​ທາງ​ດ້ານ​ການເມືອງ-ແນວ​ຄິດ ແລະ ການຈັດຕັ້ງ, ສືບຕໍ່​ສະຫຼຸບ​ຖອດ​ຖອນ​ບົດຮຽນ​ການຈັດຕັ້ງ​ປະຕິບັດ​ແຜນການ​ອົບຮົມ-ກໍ່ສ້າງ​ນັກຮຽນ​ບຳລຸງ​ໃນ​ສົກຮຽນ​ຜ່ານ​ມາ ແລະ ສືບຕໍ່​ກະກຽມ​ແຜນການ​ອົບຮົມ-ຫັດ​ແອບ ໃຫ້​ພະນັກງານ​ທີ່​ຈະ​ມາ​ບຳລຸງ​ໃນຕໍ່ໜ້າ​ໃຫ້​ໄດ້​ຮັບ​ຜົນ​ດີ​ກວ່າ​ເກົ່າ. ຄູ-ອາຈານ​ກໍຕ້ອງ​ສືບຕໍ່​ປັບປຸງ​ເນື້ອ​ໃນ​ໂຄງການ​ຫຼັກສູດ​ໃຫ້​ແທດເໝາະ, ຮັບປະກັນ​ໃຫ້ການ​ສິດສອນ​ສົກຮຽນ​ຕໍ່​ໄປ​ໃຫ້​ມີ​ຄຸນ​ນະ​ພາບ​ດີ​ກວ່າ​ເກົ່າ, ຕັ້ງໜ້າ​ຄົ້ນຄວ້າ ແລະ ປັບປຸງ​ບົດສອນ​ຂອງ​ຕົນ​ໃຫ້​ດີ ເພື່ອ​ກຽມພ້ອມ​ສົ່ງ​ຄວາມ​ຮູ້​ໃຫ້​ນັກຮຽນ​ເຂົ້າໃຈ​ງ່າຍ, ສາມາດ​ກຳ​ໄດ້​ເນື້ອ​ໃນ​ທິດ​ສະ​ດີ-ຫຼັກການ ແລະ ພາກ​ປະຕິບັດ​ຕົວ​ຈິງ, ສຳລັບ​ນັກຮຽນ ພາຍຫຼັງ​ກັບ​ຄືນ​ສູ່​ກົມ​ກອງ​ໃຫ້​ນຳ​ເອົາ​ທິດ​ສະ​ດີ-ຫຼັກການ ແລະ ບົດຮຽນ​ທີ່​ຄູ​-ອາຈານ​ຖ່າຍ​ທອດ​ໃຫ້​ນັ້ນ ໄປ​ຈັດ​ຕັ້ງ​ປະຕິບັດ ແລະ ຜັນ​ຂະຫຍາຍ​ໃນ​ວຽກ​ງານ​ຕົວ​ຈິງ​ຂອງ​ກົມ​ກອງ​ໃຫ້​ມີ​ອັນ​ໃໝ່, ສ້າງ​ກົມ​ກອງ​ໃຫ້​ເປັນ​ກົມ​ກອງ​ໜ່ວຍ​ພັກ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ. ໂດຍ: ເພັດ ສົມ​ນໍ​ວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ