ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ພົບ​ປະ​ໂອ​້ລົມ​ນັກ​ສຶກ​ສາ​ຮຽນ​ກໍ່ສ້າງ​ນັກສະແດງ ຢູ່ ສ ສ ຫວຽດນາມ
ເວລາອອກຂ່າວ: 2023-02-01 09:02:21 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 75 | ຄວາມນິຍົມ:



ວັນ​ທີ 25 ມັງກອນ 2023 ນີ້, ກອງ​ສິລະ​ປະກອນ​ກອງທັບ ໄດ້​ຈັດ​ພິທີ​ພົບ​ປະ​ໂອ້​ລົມ​ນັກ​ສຶກ​ສາ ຮຽນ​ກໍ່ສ້າງ ນັກສະແດງ ຢູ່ ສ ສ ຫວຽດນາມ​ເນື່ອງ​ໃນ​ໂອກາດ​ພັກ​ປີ​ໃໝ່​ຫວຽດນາມ ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ໂທ ສຸ​ວັນນີ ດວງ​ປະເສີດ ຫົວໜ້າ​ການເມືອງ ກອງ​ສິລະ​ປະກອນ​ກອງທັບ ມີ​ຄະນະ​ພັກ-ຄະນະ​ບັນຊາ ຕະຫຼອດ​ຮອດ​ນັກ​ສຶກ​ສາ​ເຂົ້າ​ຮ່ວມ. ສະຫາຍ ຮ້ອຍ​ເອກ ແອນ້ອຍ ພອຍ​ທຳ​ມະ​ວົງສາ ຫົວໜ້າ​ຄະນະ​ນັກ​ສຶກ​ສາ ໄດ້​​ລາຍ​ງານ ສະພາບ​ການເຄື່ອນໄຫວ​ຂອງ​ນັກ​ສຶກ​ສາ​ທີ່​ກຳລັງ​ສຶກ​ສາ​ຢູ່ ສ ສ ຫວຽດ ນາມ​ໃນ​ໄລຍະ​ທີ່​ຜ່ານ​ມາ, ນັກ​ສຶກ​ສາ​ສ່ວນ​ຫຼາຍ ມີ​ທັດສະນະ​ຫຼັກ​ໝັ້ນ​ອັນ​ຖືກຕ້ອງ, ມີ​ແນວ​ຄິດ​ອຸ່ນ​ອຽນ​ທຸ່ນ​ທ່ຽງ, ເຊື່ອ​ໝັ້ນ​ຕໍ່​ການ​ນຳພາ​ຂອງ​ພັກ-ລັດ, ປະຕິບັດ​ລະບຽບ​ວິໄນ ຂອງ​ກອງທັບ​ໄດ້​ດີ ເວົ້າ​ລວມ, ເວົ້າ​ສະເພາະ ແມ່ນ​ການ​ປະຕິບັດ​ຂໍ້​ກຳນົດ ກົດ​ລະບຽບ​ຂອງ​ໂຮງຮຽນ​ທີ່​ຕົນ​ກຳລັງ​ສຶກ​ສາ​ຮ່ຳຮຽນ​ຢູ່​ໄດ້​ດີ​ສົມຄວນ ແລະ ຍັງ​ມີ​ຄວາມ​ສາມັກຄີ​ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ​ເປັນ​ຢ່າງ​ດີ. ໃນ​ໄລຍະ​ຜ່ານ​ມາ ​ແຕ່​ລະ​ສະຫາຍ​ມີ​ຄວາມ​ດຸໝັ່ນ ໃນ​ການ​ສຶກ​ສາ​ຮ່ຳຮຽນ​ແຕ່​ລະວິ​ຊາ ຂອງ​ໃຜລາວ​ໄດ້​ເປັນ​ຢ່າງ​ດີ ແລະ ມີ​ການ​ເຝິກຊ້ອມ​ໃນ​ແຕ່​ລະ​ມື້ ຂຶ້ນ​ຫ້ອງ​ໄດ້​ຖືກ​ຕາມ​ເວລາ ຕາມ​ຕາຕະລາງ ຂອງ​ໂຮງຮຽນ​ໄດ້​ວາງ​ອອກ​. ໂອກາດ​ນີ້, ສະຫາຍ ພັນ​ໂທ ສຸ​ວັນນີ ດວງ​ປະເສີດ ໄດ້​ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ​ຕໍ່​ນັກ​ສຶກ​ສາ​ທີ່​ກຳລັງ​ສຶກ​ສາ​ຢູ່ ​ສສ ຫວຽດນາມ ພ້ອມ​ທັງ​ເນັ້ນ​ໜັກ​ໃຫ້​ນັກ​ສຶກ​ສາ​ຈົ່ງ​ພ້ອມ​ກັນ​ຍົກ​ສູງ​ຄວາມ​ຮັບຜິດຊອບ​ຕໍ່ໜ້າທີ່​ການເມືອງ, ສືບຕໍ່​ເຝິກຝົນ​ຫຼໍ່​ຫຼອມ​ຕົນ​ເອງ​ໃຫ້​ກາຍເປັນ​ພະນັກງານ​ທີ່​ດີ, ມີ​ຄຸນ​ທາດ​ການເມືອງ​ໜັກ​ແໜ້ນ, ມີ​ຄຸນສົມບັດ​ສິນ​ທຳ​ປະຕິວັດ, ປະຕິບັດ​ຂໍ້​ກຳນົດ, ກົດ​ລະບຽບ​ຂອງ​ໂຮງ ຮຽນ ແລະ ກອງທັບ​ວາງ​ອອກ, ພ້ອມ​ກັນ​ນຳ​ເອົາ​ບົດຮຽນ​ທີ່​ໄດ້​ຮ່ຳຮຽນ​ມາ​ໄປ​ໝູນໃຊ້​ເຂົ້າ​ໃນ​ວຽກ​ງານ​ຕົວ​ຈິງ, ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ກົມ​ກອງ​ຂອງ​ຕົນ​ໃຫ້​ໜັກ​ແໜ້ນ, ເຂັ້ມແຂງ​ໃນ​ທຸກ​ດ້ານ, ແທດເໝາະ​ກັບ​ສະພາບ​ຄວາມ​ເປັນ​ຈິງ​ຂອງ ໜ້າທີ່​ການເມືອງ​ໃນ​ໄລຍະ​ໃໝ່.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ