ທະຫານແຂວງໄຊຍະບູລີ ກວດຄັດເລືອກທະຫານໃໝ່ ປີ 2022
ເວລາອອກຂ່າວ: 2023-02-01 09:00:11 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 343 | ຄວາມນິຍົມ:
ວັນທີ 16 ມັງກອນ 2023, ສະຫາຍ ພັນໂທ ທອງວັນ ອິນທະພາວົງ ຄະນະພັກກົມກຳລັງພົນ ກົມໃຫຍ່ເສນາທິການກອງທັບ ຫົວໜ້າໜ່ວຍງານກວດກາຄັດເລືອກທະຫານໃໝ່ ປະຈຳສົກປີ 2022 ພ້ອມຄະນະໄດ້ກວດກາຄັດເລືອກທະຫານໃໝ່ ຢູ່ກອງບັນຊາການທະຫານແຂວງໄຊຍະບູລີ, ໂດຍມີຂອງ ສະຫາຍ ພັນເອກ ໄວ ຍາກອນ ເພັດສະລາດ ຫົວໜ້າ ຫ້ອງເສນາທິການ ກອງບັນຊາການທະຫານແຂວງໄຊຍະບູລີ, ມີພະນັກງານທີ່ກ່ຽວຂ້ອງ ຕະຫຼອດຮອດທະຫານໃໝ່ເຂົ້າຮ່ວມ.
ໂດຍປະຕິບັດຕາມກົດໝາຍພັນທະປ້ອງກັນຊາດ ແລະ ອີງຕາມຂໍ້ຕົກລົງຂອງກົມໃຫຍ່ເສນາທິການກອງທັບ ວ່າດ້ວຍ ການແບ່ງປັນໂຕເລກລະດົມພົນ ປະຈຳປີ 2022 ເຊິ່ງສາມາດລະດົມໄດ້ 80 ສະຫາຍ. ໃນນີ້, ແບ່ງປັນໃຫ້ກອງພົນທີ 2 ຈຳນວນ 30 ສະຫາຍ ແລະ ມອບໃຫ້ກອງບັນຊາການທະຫານແຂວງໄຊຍະບູລີ 50 ສະຫາຍ, ໃນນັ້ນ ຜູ້ທີ່ສະໝັກເຂົ້າເປັນທະຫານໃໝ່ຕ້ອງມີຊີວະປະຫວັດຈະແຈ້ງ, ເປັນຄົນລາວ, ສັນຊາດລາວ ມີອາຍຸແຕ່ 18 ປີ ເຖິງ 25 ປີ, ມີລະດັບການສຶກສາຈົບມັດທະຍົມປາຍຂຶ້ນໄປ ບໍ່ຈົບວິຊາສະເພາະກໍໄດ້ ຖ້າຈົບວິຊາສະເພາະຕ້ອງແມ່ນວິຊາສະເພາະທີ່ກອງທັບຕ້ອງການຄື: ປຸງແຕ່ງອາຫານ, ກະສິກຳ, ວິໄຈເຄມີ, ແພດ, ເຕັກນິກກົນຈັກ ແລະ ເຄຫາ ຈຶ່ງພິຈາລະນາຮັບເອົາ. ພ້ອມກັນນັ້ນ, ຮ່າງກາຍຕ້ອງບໍ່ສັກເມິກ-ສັກລາຍ, ບໍ່ບ່ອງຫູ ແລະ ເຮັດສັນຍາກຳຕ່າງໆ, ເພດຊາຍຕ້ອງແມ່ນຊາຍແທ້ ລວງສູງ 160 ຊັງຕີແມັດ, ນ້ຳໜັກ 60 ກິໂລກຣາມຂຶ້ນໄປ, ຕ້ອງເປັນໂສດ, ບໍ່ເຄີຍເປັນທະຫານ ແລະ ຕຳ ຫຼວດມາກ່ອນ, ບໍ່ເຄີຍຕ້ອງໂທດ, ບໍ່ມີສານເສບຕິດໃນຮ່າງກາຍ. ການກວດກາຄັດເລືອກທະຫານໃໝ່ຄັ້ງນີ້ ໄດ້ກວດກາຊີວະປະ
ຫວັດ, ກວດນ້ຳໜັກ-ລວງສູງ, ກວດຮ່າງກາຍ, ກວດສານເສບຕິດ ແລະ ສະແກນລາຍມື. ທັງນີ້, ກໍເພື່ອກວດກາມາດຖານເງື່ອນໄຂຂອງຜຸ້ທີ່ສະໝັກເຂົ້າເປັນທະຫານໃໝ່ຕາມເງື່ອນໄຂທີ່ກະຊວງປ້ອງກັນປະເທດໄດ້ກຳນົດໄວ້, ເພື່ອຈະປະກອບເຂົ້າໃນການຄຸ້ມຄອງກຳລັງປະກອບອາວຸດຂອງກອງທັບ ໃນກຳລັງຫຼວງ ແລະ ກຳລັງທ້ອງຖິ່ນ ໃນການກຽມພ້ອມເຮັດສອງໜ້າທີ່ຍຸດທະສາດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ໂດຍ: ສົມຈີນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ