ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ ​ເລກ 2 ວຽງ​ໄຊ​ ສະຫຼຸບ​ວຽກ​ງານ​ເຕັກນິກ ​ປະຈຳ​ປີ 2022
ເວລາອອກຂ່າວ: 2023-02-01 08:58:47 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 173 | ຄວາມນິຍົມ:



ວັນ​ທີ 18 ມັງກອນ 2023, ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ ​ເລກ 2 ວຽງ​ໄຊ ໄດ້​ສະຫຼຸບ​ວຽກ​ງານ​ເຕັກນິກ ​ປະຈຳ​ປີ 2022 ແລະ ວາງ​ທິດ​ທາງ​ແຜນການ ​ປະຈຳ​ປີ 2023, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ວົງ​ມະນີ​ຈັນ ສາ​ມາ​ວົງ ຫົວໜ້າ​ການ​ທະຫານ​ໂຮງຮຽນ, ມີ​ສະຫາຍ ພັນ​ໂທ ຄຳ​ສອນ ວິລະ​ກຳ ຫົວໜ້າ​ຫ້ອງ​ ເຕັກນິກ ພ້ອມ​ຄະນະ, ມີ​ຄະນະ​ພັກ-ຄະນະ​ບັນຊາ 5 ຫ້ອງ 4 ກອງພັນ ແລະ ພະນັກງານ-ນັກຮົບ ວິຊາ​ສະເພາະ ທົ່ວ​ຫ້ອງ​ເຕັກນິກ ເຂົ້າ​ຮ່ວມ. ສະຫາຍ ພັນ​ຕີ ໜອມ ສີ​ບົວ​ພັນ ຮອງຫົວໜ້າ​ຫ້ອງ​ເຕັກນິກ ໄດ້​​ສະຫຼຸບ​ຕີ​ລາຄາ​ຄືນ​ຕະຫຼອດ​ໄລຍະ 1 ປີຜ່ານມາ, ​ໄດ້​ຍົກ​ໃຫ້​ເຫັນ​ຂໍ້​ສະດວກ​, ຂໍ້ຫຍຸ້ງຍາກ ແລະ ບາງ​ບົດຮຽນ​ທີ່​ຖອດ​ຖອນ​ໄດ້​ໂດຍ​ຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ປີ່ນ​ອ້ອມ 4 ໜ້າທີ່​ໃຫຍ່ 26 ແຜນ​ງານ ທີ່​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ​ວາງ​ອອກ, ຈັດ​ຕັ້ງ​ປະຈຳການ​ຢ່າງ​ເປັນ​ລະບົບ​ຄົບ​ຊຸດ​ເປັນ​ປົກ​​ກະ​ຕິ ແລະ ເອົາໃຈໃສ່ ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ​ໃຫ້​ພະນັກງານ-ນັກຮົບ ໃຫ້​ເຂົ້າໃຈ​ແຈ້ງ​ຕໍ່​ແນວທາງ​ນະໂຍບາຍ​ຂອງ​ພັກ​ໃນ​ໄລຍະ​ໃໝ່. ເອົາໃຈໃສ່​ຕິດຕາມ​ຄຸ້ມ​ຄອງ, ກວດກາ​ການ​ນຳ​ໃຊ້ພາຫະນະ, ສ້ອມແປງອາວຸດ-ກະ​ສຸນ, ບົວລະບັດ​ ຜັດ​ເຊັດຖືກຕ້ອງ​ຕາມ​ລະບຽບການ, ເພື່ອ​ຮັບປະກັນ​ໃຫ້​ແກ່ການເຝິກແອບ​ຮໍ່າຮຽນໃຫ້​ມີປະສິດທິພາບ​ສູງ. ໃນ​ນີ້ ພາຫະນະ, ອາວຸດ​-ກະສຸນ ກຽມພ້ອມ​ໃນ​ການ​ປະຕິບັດ​ໜ້າທີ່​ຮັບປະກັນ​ໄດ້ 90%, ກອງ​ປະຊຸມ​ໄດ້​ພ້ອມ​ກັນ​ປະກອບ​ຄຳ​ເຫັນ​ໃສ່​ບົດ​ສະຫຼຸບ ແລະ ທິດ​ທາງ​ແຜນການ​ຕື່ມ​ອີກ. ສະຫາຍ ພັນ​ເອກ ວົງ​ມະນີ​ຈັນ ສາ​ມາ​ວົງ ​ໄດ້​ມີ​ຄຳ​ເຫັນ​ໂອ້​ລົມ​ສະຫາຍໄດ້​ເນັ້ນ​ໜັກ​ໃຫ້ຄະນະ​ບັນຊາ, ພະນັກງານ-ນັກຮົບ​ວິຊາ​ສະເພາະ ພ້ອມ​ກັນ​ຍົກສູງ​ຄວາມ​ຮັບ ຜິດຊອບ​ຕໍ່ໜ້າ​ທີ່​ວິຊາ​ສະເພາະ​ຂອງຕົນ​ໃນ​ການ​ນຳ​ໃຊ້​ການ​ຄຸ້ມ​ຄອງ, ປົກ​ປັກ​ຮັກສາ​ພາຫະນະ, ອາວຸດ-ກະສຸນ ໃຫ້​ຖືກຕ້ອງ​ກັບ​ຂໍ້​ກຳນົດ, ຖືກ​ກັບ​ເຕັກນິກ, ວິທະຍາ ສາດ ແລະ ປົກ​ປັກ​ຮັກສາ, ຮັບປະກັນ​ຄຸນຄ່າ​ກັບ​ການ​ໃຊ້​ງານ​ໃຫ້​ໄດ້​ຍາວນານ, ປັບປຸງ​ແບບແຜນ​ວິທີ​ເຮັດ​ວຽກ​ໃຫ້​ສອດຄ່ອງດີຂຶ້ນ​ເທື່ອ​ລະ​ກ້າວ, ປະຕິບັດ​ລະບອບ, ລະບຽບ, ຂໍ້​ກຳນົດ ແລະ ມະຕິ​ຄຳ​ສັ່ງ​ຂອງ​ຜູ້​ບັນຊາ​ຢ່າງ​ເຂັ້ມ​ງວດ. ພ້ອມ​ກັນ​ນຳ​ເອົາ​ເນື້ອ​ໃນ​ແຜນການ​ໄປ​ຈັດ​ຕັ້ງ​ປະຕິບັດ​ໃຫ້​ປະກົດ​ຜົນ​ເປັນ​ຈິງ. ໂດຍ: ຄຳ​ແປງ ຟອງ​ສາຍໄໝ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ