ກົມການທະຫານທ້ອງຖິ່ນ ສະຫຼຸບ ວຽກງານຮອບດ້ານ ປະຈຳປີ 2022
ເວລາອອກຂ່າວ: 2023-02-01 08:47:15 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 475 | ຄວາມນິຍົມ:
ວັນທີ 25 ມັງກອນ 2023 ນີ້, ກົມການທະຫານທ້ອງຖິ່ນ ໄດ້ຈັດກອງປະຊຸມສະຫຼຸບວຽກງານຮອບດ້ານ ປະຈຳ ປີ 2022 ແລະ ວາງທິດທາງແຜນການປີ 2023, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຄຳສະເຫວີຍ ສິນທະນູໄຊ ຫົວໜ້າກົມການທະຫານທ້ອງຖິ່ນ ກົມໃຫຍ່ເສນາທິການກອງທັບ, ມີຄະນະກົມ, ພະແນກການ, ພະນັກງານເຂົ້າຮ່ວມ.
ສະຫາຍ ພັນໂທ ສົມທອງ ຈັນທະວົງ ຫົວໜ້າພະແນກແຜນການ-ສັງລວມ ກົມການທະຫານທ້ອງຖິ່ນ ໄດ້ສະຫຼຸບຄືນການເຄື່ອນໄຫວປະຕິບັດໜ້າທີ່ວິຊາສະເພາະ ແລະ ວຽກງານຮອບດ້ານໃນໄລຍະ 1 ປີ ຜ່ານມາ, ຄະນະພັກ-ຄະນະບັນຊາກົມໄດ້ເອົາໃຈໃສ່ນຳພາ-ຊີ້ນຳ, ໂດຍຖືເອົາວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດເປັນກົກ ຕິດພັນກັບການປະຕິບັດໜ້າທີ່ວິຊາສະເພາະຂອງຕົນ ໂດຍສະເພາະແມ່ນວຽກງານການທະຫານທ້ອງຖິ່ນແຕ່ລະແຂວງກຳລັງກອງຫຼອນ-ກອງປ້ອງກັນຕົວ ໄດ້ເປັນກຳລັງຫຼັກແຫຼ່ງໃນທ້ອງຖິ່ນ ໄດ້ຮັບການເຊື່ອໝັ້ນໄວ້ວາງໃຈຈາກອົງການປົກຄອງທ້ອງຖິ່ນ ແລະ ປະຊາຊົນລາວບັນດາເຜົ່າ ພ້ອມທັງເພີ່ມທະວີຄວາມຮັບຜິດຊອບ ເຊື່ອມຊຶມກຳແໜ້ນແນວທາງຂອງພັກນະໂຍບາຍ, ກົດໝາຍຂອງລັດ, ວຽກງານເຄື່ອນໄຫວກຽມພ້ອມສູ້ຮົບ ສົມທົບກຳລັງຫຼວງ-ກຳລັງທ້ອງຖິ່ນເຄື່ອນໄຫວ 5.682 ຄັ້ງ, ປ້ອງກັນສຳນັກງານອົງການ, ກອງປະຊຸມ ແລະ ວັນສຳຄັນຕ່າງຈຳນວນ 12.656 ຄັ້ງ, ວຽກງານອົບຮົມ-ຫັດແອບ ໄດ້ອົບຮົມສ້າງບ້ານປ້ອມໝັ້ນ-ກຸ່ມບ້ານສູ້ຮົບຕິດລ່ຽນ, ກຸ່ມບ້ານພັດທະນາໄດ້ 5 ກຸ່ມບ້ານ. ປັດຈຸບັນທົ່ວປະເທດມີກຸ່ມບ້ານສູ້ຮົບຕິດລຽນ 229 ກຸ່ມບ້ານ, ບ້ານປ້ອມໝັ້ນສູ້ຮົບຕິດລຽນ ມີ 864 ບ້ານ, ອົບຮົມ-ຫັດແອບຂອບເຂດປ້ອງກັນຈັ້ງທ່າຂັ້ນເມືອງສ້າງໄດ້ 2 ເມືອງ, ປັບປຸງແກ້ໄຂສຶກສາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຂັ້ນແຂວງ 18 ແຂວງສຳເລັດ, ໄດ້ອົບຮົມວຽກງານ ປກຊ-ປກສ ໃຫ້ບັນດາໂຮງຮຽນ ມັດທະຍົມຕົ້ນ-ມັດທະຍົມປາຍ 158.002 ຄົນ, ຍິງ 71.583 ຄົນ, ອົບຮົມໃຫ້ສະຖາບັນການສຶກສາອະຊີວະສຶກສາ, ວິທະຍາໄລ, ມະຫາວິທະຍາໄລ, ເຕັກນິກວິຊາຊີບ ທັງພາກລັດ ແລະ ເອກະຊົນ ທັງໝົດ 11.639 ຄົນ, ຍິງ 6.007 ຄົນ, ວຽກງານແກ້ໄຂຊີວິດການເປັນຢູ່ໂດຍຖືເອົາການລ້ຽງສັດເປັນຕົ້ນຕໍ ໃນນີ້, ໄດ້ ລ້ຽງງົວ ຈຳນວນ 14 ໂຕ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ຄຳສະເຫວີຍ ສິນທະນູໄຊ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ສ້າງໄດ້ໃນຕະຫຼອດໄລຍະຜ່ານມາ, ນອກນີ້ ຍັງຮຽກຮ້ອງໃຫ້ເພີ່ມທະວີປັບປຸງກ່ຽວກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພຶ່ອນຳພາ-ຊີ້ນຳ ກອງບັນຊາການທະຫານແຂວງ, ພະແນກການທ້ອງຖິ່ນແຂວງ, ຂະແໜງການທ້ອງຖິ່ນເມືອງ ເຄື່ອນໄຫວລົງສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ກຳລັງກອງຫຼອນ-ປ້ອງກັນຕົວເອງ ຢ່າງເປັນປົກກະຕິເພື່ອໃຫ້ຮັບຮູ້ເຊື່ອມຊຶມ ແລະ ເຂົ້າໃຈເຖິງແນວທາງຂອງພັກ-ບັນດາກົດໝາຍຂອງລັດ ນຳໄປຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳ ເຮັດໃຫ້ຂອບເຂດຂອງຕົນຮັບຜິດຊອບມີຄວາມສະຫງົບປອດໄພ.
ໂດຍ: ພຸດທະວອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ