ວຽກລວມກໍເດັ່ນ-ວຽກຄອບຄົວກໍບໍ່ທໍ້ຖອຍ
ເວລາອອກຂ່າວ: 2023-01-31 13:51:57 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 185 | ຄວາມນິຍົມ:
ເມື່ອເວົ້າເຖິງພະນັກງານ-ນັກຮົບ ຜູ້ທີ່ມີຄວາມບຸກບືນຫ້າວຫັນດຸໝັ່ນຂະຫຍັນພຽນໃນການອອກແຮງງານເພີ່ມພູນຜະລິດຜົນ ເພື່ອຊອກແຫຼ່ງລາຍຮັບເຂົ້າສູ່ຄອບຄົວ ໂດຍບໍ່ເອື່ອຍອີງໃສ່ແຕ່ເງິນເດືອນພຽງດ້ານດຽວເທົ່ານັ້ນ, ສະຫາຍ ພັນໂທ ຊຽງສົມຈີນ ດວງບຸນຕາ ຫົວໜ້າການເມືອງໂຮງໝໍທະຫານແຂວງຜົ້ງສາລີ ຖືວ່າເປັນບຸກຄົນໜຶ່ງທີ່ຢືນຢູ່ແຖວໜ້າຂອງກົມກອງ ແລະ ເປັນແບບຢ່າງທີ່ດີ ໃຫ້ແກ່ພະນັກງານ-ນັກຮົບພາຍໃນກົມກອງຕື່ມອີກ ຄວາມຈິງແລ້ວ ສະຫາຍ ພັນໂທ ຊຽງສົມຈີນ ດວງບຸນຕາ ແມ່ນລູກຮັກຫຼານແພງຂອງຊາວບ້ານ ບ້ານກຸງເກືອຍ ເມືອງຂວາ ແຂວງຜົ້ງ ສາລີ, ສະຫາຍໄດ້ສະໝັກໃຈເຂົ້າຮັບໃຊ້ຊາດໃນວັນທີ 1 ກໍລະ ກົດ 1989 ຍ້ອນນ້ຳ ໃຈຮັກຊາດຮັກບ້ານເກີດ ເມືອງນອນ ຢາກປະກອບສ່ວນ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກ່ອນໜ້ານີ້ຫຼາຍສິບປີຜ່ານ ມາ ສະຫາຍເຄີຍໄດ້ສຶກສາຈົບຢູ່ໂຮງຮຽນວິທະຍາໄລແພດສາດກອງທັບ ພໍຮຽນຈົບແລ້ວກໍຖືກ ສັບຊ້ອນມາປະຈຳຢູ່ໂຮງໝໍ 25 ຕຽງ ( ປັດຈຸບັນເອີ້ນວ່າ: ໂຮງໝໍທະຫານແຂວງຜົ້ງສາລີ ) ຍ້ອນມີຄວາມຕັ້ງໃຈບຸກບືນຕໍ່ໜ້າທີ່ວິ ຊາສະເພາະຂັ້ນເທິງມອບໝາຍ ໃຫ້ມີຜົນສຳເລັດຫຼາຍດ້ານ ແລະ ມີການສະແຫວງຫາຊອກຮູ້ຮ່ຳ ຮຽນວິຊາສະເພາະ ສະຫາຍຍັງບໍ່ທັນໄດ້ຕອບສະໜອງໄດ້ກັບຄວາມຮຽກຮ້ອງຂອງຂັ້ນເທິງຈຶ່ງໄດ້ນຳສົ່ງໄປຮ່ຳຮຽນຕໍ່ແພດຊັ້ນກາງຢູ່ທີ່ໂຮງຮຽນສ້າງແພດ 105 ກອງທັບ ( ປັດຈຸບັນເອີ້ນວ່າ: ວິທະຍາຄານການແພດກອງ ທັບ ) ພາຍຫຼັງຮຽນຈົບ ໄດ້ມາ ປະຈຳຢູ່ກົມກອງເກົ່າຈົນເຖິງປັດ ຈຸບັນ.
ເຖິງວ່າຈະພົບຄວາມຫຍຸ້ງ ຍາກຫຼາຍດ້ານ ເປັນຕົ້ນແມ່ນການ ປະຕິບັດໜ້າທີ່ວິຊາສະເພາະ ບວກໃສ່ປະສົບການໃນຕອນນັ້ນຍັງຈຳ ກັດ ແຕ່ຍ້ອນຄວາມຫ້າວຫັນບຸກບືນຂອງຜູ້ກ່ຽວຕໍ່ໜ້າທີ່ວິຊາສະເພາະ ຂັ້ນເທິງຈຶ່ງໄດ້ນຳສົ່ງຜູ້ກ່ຽວໄປບຳລຸງແພດຊັ້ນກາງ ນັບແຕ່ນັ້ນມາການປະຕິບັດໜ້າທີ່ວິຊາສະເພາະ ໃນການປິ່ນປົວພາຍໃນ, ທັງເປັນເລຂາໜ່ວຍຊາວໜຸ່ມ, ເປັນຄະນະອຳນວຍການໂຮງໝໍ ຍ້ອນມີຄວາມຈູບຈ້າວຫ້າວຫັນເຝິກຝົນຫຼໍ່ຫຼອມຕົນເອງດ້ວຍຄວາມຮັບຜິດຊອບສູງຮຽນນຳໝູ່ເພື່ອນ ແລະ ພະນັກງານ-ນັກຮົບຜູ້ທີ່ມີປະສົບການເພື່ອນຳໄປພັດ ທະນາຕົນເອງ ໃຫ້ມີຄວາມຮູ້ຄວາມສາມາດສູງຂຶ້ນກວ່າເກົ່າ ຍ້ອນເຫັນໄດ້ເຖິງຄວາມຕັ້ງໃຈມານະອົດທົນ ແລະ ມີຄວາມສາ ມັກຄີກັບພະນັກງານ-ນັກຮົບດ້ວຍກັນບວກກັບທີ່ສະຫາຍມີທັດ ສະນະຄຸນສົມບັດສິນທຳປະຕິວັດ ທີ່ດີ ດັ່ງນັ້ນ ຄະນະພັກ-ຄະນະບັນ ຊາຈຶ່ງໄດ້ມອບໝາຍໜ້າທີ່ໃໝ່ໃນທ້າຍປີ 2022 ໃຫ້ເປັນຫົວໜ້າການເມືອງ ໂຮງໝໍທະຫານແຂວງທີ່ຂຶ້ນກັບກອງບັນຊາການ ທະຫານແຂວງຜົ້ງສາລີ ດ້ວຍ ຄວາມບຸກບືນຫ້າວຫັນເຮັດສຳ ເລັດໜ້າທີ່ຕາມການມອບໝາຍຂອງຂັ້ນເທິງແລ້ວ ສະຫາຍຍັງໄດ້ຕັ້ງໜ້າສຸມໃສ່ການເພີ່ມພູນຜະລິດຜົນດ້ວຍການປູກ-ການລ້ຽງ ດັ່ງຄຳຂວັນທີ່ວ່າ: ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງເທື່ອລະກ້າວ ໂດຍບໍ່ເອື້ອອີງໃສ່ແຕ່ເງິນເດືອນພຽງດ້ານດຽວເທົ່າ ນັ້ນ ດ້ວຍການຍາດແຍ່ງເວລາ ວ່າງ ແລະ ວັນພັກ ດ້ວຍການປູກຟັງ ແລະ ລ້ຽງສັດ ເພື່ອເປັນອາຊີບເສີມ ແລະ ສ້າງລາຍຮັບ ເຂົ້າສູ່ຄອບຄົວ, ສະຫາຍໄດ້ເລີ່ມ ທຳການປູກ-ການລ້ຽງແຕ່ປີ 2010 ເປັນຕົ້ນມາ ເບື້ອງຕົ້ນແມ່ນລ້ຽງເປັດ-ໄກ່ລາດ 50-100 ໂຕ ສາມາດສ້າງລາຍຮັບ ໄດ້ 5-10 ລ້ານກີບຕໍ່ປີ, ປີ 2010 ເລີ່ມລ້ຽງໝູລາດ 3 ແມ່ ປີ 2016 ຂະຫຍາຍເປັນ 6 ແມ່ ລາຍຮັບສະເລ່ຍ 15-20 ລ້ານກີບຕໍ່ປີ, ປີ2020 ຂະຫຍາຍຕື່ມເປັນ 7-8 ແມ່ ສາມາດຂາຍໝູນ້ອຍໄດ້ 20-25 ລ້ານກີບຕໍ່ປີ, ປີ2021 ຂະຫຍາຍເປັນ 11 ແມ່ ຂາຍໝູນ້ອຍໄດ້ 28-30 ລ້ານກີບຕໍ່ 6 ເດືອນ ແລະ ປີ2022 ສາມາດຂາຍໝູນ້ອຍໄດ້30-40 ລ້ານກີບຕໍ່ 6 ເດືອນ, ປັດຈຸບັນການລ້ຽງເປັດ-ໄກ່ສາມາດຂາຍໄດ້ 15 ລ້ານຕໍ່ປີ ໃນຈຳນວນ 100-200 ກວ່າໂຕ ນອກຈາກນີ້, ຍັງໄດ້ປູກພືດຜັກຊະນິດຕ່າງໆ ແລະ ລ້ຽງນົກຕູ້ ແລະ ນົກສັນຕິພາບຂາຍນຳອີກຈຳນວນໜຶ່ງ ສາມາດສ້າງລາຍຮັບເຂົ້າສູ່ຄອບຄົວສະ ເລ່ຍ60-70 ລ້ານກີບຕໍ່ປີ.
ສະຫາຍ ຫົວໜ້າການເມືອງໂຮງໝໍ ຍັງໃຫ້ຮູ້ຕື່ມອີກວ່າ: ໃນແຜນການຕໍ່ໜ້າຍັງມີການລ້ຽງງົວຕື່ມອີກ ປັດຈຸບັນໄດ້ຊື້ແມ່ພັນ ງົວມາແລ້ວ 2 ໂຕ ສ່ວນລາຍຮັບ ຈາກການປູກ-ການລ້ຽງ ບວກກັບເງິນເດືອນຈຳນວນໜຶ່ງແມ່ນຝາກທະນາຄານໄວ້ເປັນທຶນການ ສຶກສາໃຫ້ລູກ ແລະ ນຳໃຊ້ເຂົ້າໃນຊີວິດປະຈຳວັນ, ອີກຈຳນວນ ໜຶ່ງແມ່ນໝູນໃຊ້ເຂົ້າໃນການ ປູກ-ການລ້ຽງ ໃຫ້ນັບມື້ມີການຫັນປ່ຽນໄປໃນທາງທີ່ດີຂຶ້ນເທື່ອ ລະກ້າວ.
ສະຫາຍ ພັນໂທ ຊຽງ ວັນ ເພັງຄຳວົງ ອຳນວຍການໂຮງໝໍທະຫານແຂວງຜົ້ງສາລີ ຢັ້ງຢືນວ່າ: ສະຫາຍ ພັນໂທ ຊຽງ ສົມຈີນ ດວງບຸນຕາ ແມ່ນພະ ນັກງານ ຜູ້ໜຶ່ງທີ່ມີທັດສະນະໃນ ການອອກແຮງງານເພີ່ມພູນຜະ ລິດຜົນທີ່ດີ ນອກຈາກຈະເຮັດສຳ ເລັດໜ້າທີ່ຕ່າງໆຂອງຕົນເອງຮັບຜິດຊອບແລ້ວຍັງໃຊ້ເວລາວ່າງໃຫ້ເກີດປະໂຫຍດດ້ວຍການປູກຝັງ-ລ້ຽງສັດເປັນອາຊີບເສີມ ເພື່ອສ້າງລາຍຮັບເຂົ້າສູ່ຄອບຄົວ ແລະ ນຳພາຄອບຄົວອອກຈາກຄວາມດ້ອຍພັດທະນາ ໂດຍບໍ່ອີງໃສ່ແຕ່ເງິນ ດັ່ງນັ້ນ ສະຫາຍ ຈຶ່ງໄດ້ຮັບການຍ້ອງຍໍເປັນຄອບຄົວຕົວຂອງກົມກອງຕະຫຼອດມາ.
ໂດຍ: ນາງ ສຸນາລີ ອຸ່ນວີໄຊ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ