ອົງການຈັດຕັ້ງຊາວໜຸ່ມ-ແມ່ຍິງທະຫານແຂວງອຸດົມໄຊ ມອບເຄື່ອງໃຫ້ກອງພັນ 414
ເວລາອອກຂ່າວ: 2023-01-31 13:51:07 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 275 | ຄວາມນິຍົມ:
ວັນທີ 16 ມັງກອນ 2023 ນີ້, ສະຫາຍ ພັນໂທ ພອນຄຳ ຫວ່າງສະຫງວນ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງອຸດົມໄຊ ພ້ອມດ້ວຍສອງອົງການຈັດຕັ້ງຊາວໜຸ່ມ-ແມ່ຍິງ ກອງບັນຊາການທະຫານແຂວງ ນຳເອົາເຄື່ອງອຸປະໂພກ-ບໍລິໂພກ ແລະ ເຄື່ອງກິລາຈຳນວນໜຶ່ງ ລວມມູນຄ່າ 4.960.000 ກີບ ໄປມອບໃຫ້ກອງພັນ 414 ທະຫານແຂວງອຸດົມໄຊ, ເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປິ. ຕາງໜ້າກ່າວຮັບໂດຍ ສະຫາຍ ພັນໂທ ວິໄລສອນ ຈັນຕະກຸນ ຮອງຫົວໜ້າການເມືອງ ກອງພັນ 414 ພ້ອມທັງກ່າວສະແດງຄວາມຂອບໃຈຢ່າງສູງມາຍັງຄະນະພັກ-ຄະນະບັນຊາ, ອົງການຈັດຕັ້ງຊາວໜຸ່ມ-ແມ່ຍິງ ກອງບັນຊາການທະຫານແຂວງອຸດົມໄຊ ທີ່ນຳເອົາວັດຖຸປັດໄຈມາມອບໃຫ້ໃນຄັ້ງນີ້.
ຂ່າວ: ນາງ ວິໄລພອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ