ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ອົງ​ການຈັດຕັ້ງ​ຊາວ​ໜຸ່ມ-ແມ່ຍິງ​ທະຫານ​ແຂວງ​ອຸດົມ​ໄຊ ມອບ​ເຄື່ອງ​ໃຫ້​ກອງພັນ 414
ເວລາອອກຂ່າວ: 2023-01-31 13:51:07 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 271 | ຄວາມນິຍົມ:



ວັນ​ທີ 16 ມັງກອນ 2023 ນີ້, ສະຫາຍ ພັນ​ໂທ ພອນ​ຄຳ ຫວ່າງ​ສະຫງວນ ຮອງ​ຫົວໜ້າ​ຫ້ອງ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ອຸດົມ​ໄຊ ພ້ອມ​ດ້ວຍ​ສອງ​ອົງ​ການຈັດຕັ້ງ​ຊາວ​ໜຸ່ມ-ແມ່ຍິງ ກອງ​ບັນຊາ​ການ​ທະຫານ​ແຂວງ ນຳ​ເອົາ​ເຄື່ອງ​ອຸປະໂພກ-ບໍລິໂພກ ແລະ ເຄື່ອງ​ກິລາ​ຈຳນວນ​ໜຶ່ງ ລວມ​ມູນ​ຄ່າ 4.960.000 ກີບ ໄປ​ມອບ​ໃຫ້​ກອງພັນ 414 ທະຫານ​ແຂວງ​ອຸດົມ​ໄຊ, ເນື່ອງ​ໃນ​ໂອກາດ ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 74 ປິ. ຕາງໜ້າ​ກ່າວ​ຮັບ​ໂດຍ ສະຫາຍ ພັນ​ໂທ ວິໄລ​ສອນ ຈັນ​ຕະກຸນ ຮອງ​ຫົວໜ້າ​ການເມືອງ ກອງພັນ 414 ພ້ອມ​ທັງ​ກ່າວ​ສະແດງ​ຄວາມ​ຂອບໃຈ​ຢ່າງ​ສູງ​ມາ​ຍັງ​ຄະນະ​ພັກ-ຄະນະ​ບັນຊາ, ອົງ​ການຈັດຕັ້ງ​ຊາວ​ໜຸ່ມ-ແມ່ຍິງ ກອງ​ບັນຊາ​ການ​ທະຫານ​ແຂວງ​ອຸດົມ​ໄຊ ທີ່​ນຳ​ເອົາ​ວັດຖຸ​ປັດ​ໄຈ​ມາ​ມອບ​ໃຫ້​ໃນ​ຄັ້ງ​ນີ້. ຂ່າວ: ນາງ ​ວິໄລ​ພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ