ທະຫານແຂວງຄຳມ່ວນ ປິດຂະບວນການແຂ່ງຂັນກິລາ
ເວລາອອກຂ່າວ: 2023-01-31 13:47:17 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 147 | ຄວາມນິຍົມ:
ໃນບໍ່ດົນຜ່ານມານີ້, ກອງບັນຊາການທະຫານແຂວງຄຳມ່ວນ ໄດ້ປິດຂະບວນການແຂ່ງຂັນກິລາກາຍະກຳ ແລະ ກິລາມວນຊົນ ຄັ້ງທີ X ປະຈຳປີ 2022, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ສົມແຄນ ອັບປະສອນ ຫົວໜ້າການເມືອງກອງບັນຊາການທະຫານແຂວງຄຳມ່ວນ, ມີຄະນະພັກ-ຄະນະບັນຊາ ອົງການ 5 ຫ້ອງ, ກົມກອງ ຕະຫຼອດຮອດນັກກິລາ ເຂົ້າຮ່ວມ.
ໃນພິທີ ສະຫາຍ ພັນໂທ ແອນ້ອຍ ໄຊປັນຍາ ຮອງຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງຄຳມ່ວນ ໄດ້ສະຫຼຸບຜົນຂອງການແຂ່ງຂັນກິລາກາຍະກຳ ແລະ ກິລາມວນຊົນ ທົ່ວກອງບັນຊາການທະຫານແຂວງຄຳມ່ວນ ເນື່ອງໃນໂອກາດສ້າງຂະບວນການຂ່ຳນັບຮັບຕ້ອນວັນປະຫວັດສາດສຳຄັນຕ່າງໆຂອງຊາດ, ຂອງພັກ ແລະ ຂອງກອງທັບ ໂດຍສະເພາະວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ, ເຮັດໃຫ້ຂະບວນການແຂ່ງຂັນກິລາໃນຄັ້ງນີ້ ມີບັນຍາກາດເບີກບານມ່ວນຊື່ນ, ຮັກສາໄດ້ຄວາມສາມັກຄີເຊິ່ງກັນ ແລະ ກັນ, ຜ່ານການແຂ່ງຂັນຕົວຈິງໃນໄລຍະຜ່ານມາ ກິລາບານເຕະອາວຸໂສ ທີ I ໄດ້ແກ່ທີມ ຫ້ອງເສນາທິການ, ທີ II ໄດ້ແກ່ທີມ ຫ້ອງການກອງບັນຊາການ, ທີ III ໄດ້ແກ່ທີມ ກອງ
ບັນຊາການທະຫານເມືອງມະຫາໄຊ, ກິລາບານເຕະຊາວໜຸ່ມ ທີ I ໄດ້ແກ່ທີມ ຫ້ອງເສນາທິການ, ທີ II ໄດ້ແກ່ທີມ ໂຮງຮຽນການທະຫານທ້ອງຖິ່ນ, ທີ III ໄດ້ແກ່ທີມ ຫ້ອງການ ກອງບັນຊາການ; ກິລາບານສົ່ງອາວຸໂສ ທີ I ໄດ້ແກ່ທີມ ຫ້ອງການເມືອງ, ທີ II ໄດ້ແກ່ທີມ ຫ້ອງເສນາທິການ, ທີ III ໄດ້ແກ່ທີມ ຫ້ອງການກອງບັນຊາການ, ກິລາບານສົ່ງຊາວໜຸ່ມ ທີ I ໄດ້ແກ່ທີມ ຫ້ອງເສນາທິການ, ທີ II ໄດ້ແກ່ທີມ ກອງຮ້ອຍປ້ອງກັນທີ່ຕັ້ງ 25, ທີ III ໄດ້ແກ່ທີມ ຫ້ອງການເມືອງ; ກິລາບານສົ່ງຍິງ ທີ I ໄດ້ແກ່ທີມ ກອງພັນທະຫານຮາບທີ 8, ທີ II ໄດ້ແກ່ທີມ ຫ້ອງການເມືອງ, ທີ III ໄດ້ແກ່ທີມ ໂຮງໝໍທະຫານແຂວງ; ກິລາກະຕໍ້ ທີ I ໄດ້ແກ່ທີມ ຫ້ອງການກອງບັນຊາການ, ທີ II ໄດ້ແກ່ທີມ ກອງພັນຕີພິເສດ 299, ທີ III ໄດ້ແກ່ທີມ ໂຮງຮຽນການທະຫານທ້ອງຖິ່ນ; ກິລາເປຕັງຊາວໜຸ່ມ ທີ I ໄດ້ແກ່ທີມ ໂຮງຮຽນການທະຫານທ້ອງຖິ່ນ, ທີ II ໄດ້ແກ່ທີມ ກອງຮ້ອຍປືນໃຫຍ່ໜ້າດິນ 34, ທີ III ໄດ້ແກ່ທີມ ຫ້ອງການເມືອງ; ກິລາການທະຫານ ຍິງປືນ AK ບົດຍິງເປົ້າຈານຂະໜາດ 20x20 ຊັງຕີແມັດ ທີ I ໄດ້ແກ່ທີມ ກອງບັນຊາການທະຫານເມືອງມະຫາໄຊ, ທີ II ໄດ້ແກ່ທີມ ກອງຮ້ອຍສືບຂ່າວ 27, ທີ III ໄດ້ແກ່ນທີມ ໂຮງຮຽນການທະຫານທ້ອງຖິ່ນ, ສາມວິຊາການທະຫານສົມທົບ ທີ I ໄດ້ແກ່ທີມ ກອງ
ຮ້ອຍສືບຂ່າວ 27, ທີ II ໄດ້ແກ່ທີມ ໂຮງຮຽນການທະຫານທ້ອງຖິ່ນ, ທີ III ໄດ້ແກ່ທີມຫ້ອງເສນາທິການ; ກິລານັກຮົບແຂງແຮງ ທີ I ໄດ້ແກ່ທີມຫ້ອງເຕັກນິກ, ທີ II ໄດ້ແກ່ທີມໂຮງຮຽນການທະຫານທ້ອງຖິ່ນ ແລະ ທີ III ໄດ້ແກ່ທີມ ກອງພັນຕີພິເສດ 299.
ໂດຍ : ລາກີ ພົມມີສິດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ