ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພັນ​ໃຫຍ່ 605 ແຂ່ງຂັນ ສິລະ​ປະ-ວັນນະຄະດີ ສະໝັກ​ຫຼິ້ນ
ເວລາອອກຂ່າວ: 2023-01-31 13:45:54 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 44 | ຄວາມນິຍົມ:



ວັນ​ທີ 26 ມັງກອນ 2023 ນີ້, ກອງພັນ​ໃຫຍ່ 605 ໄດ້​ຈັດ​ກິດຈະກຳ​ແຂ່ງຂັນ​ສິລະ​ປະ-ວັນນະຄະດີ​ສະໝັກ​ຫຼິ້ນ ຄັ້ງ​ທີ II, ເນື່ອງ​ໃນ​ໂອກາດ​ສະເຫຼີມສະຫຼອງ​ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ​ຄົບຮອບ 74 ປີ, ໂດຍ​ການ​ເປັນ​ປະ ທານ​ຂອງ ສະຫາຍ ພັນ​ເອກ ບົວ​ຄຳ ສາ​ມາ​ວົງ ຫົວໜ້າ​ການ​ເມືອງ​ ກອງພັນ​ໃຫຍ່ 605 ມີ​ຄະນະ​ພັກ-ຄະນະ​ບັນຊາ, ພະແນກການ, ກົມ​ກອງ, ຄະນະ​ກຳມະການ, ພະນັກງານ-ນັກຮົບ ພ້ອມ​ດ້ວຍ​ນັກ​ສິລະ​ປະ​ສະໝັກ​ຫຼິ້ນ​ເຂົ້າ​ຮ່ວມ​ຮັບ​ຊົມ. ການ​ແຂ່ງຂັນ​ສິລະ​ປະ-ວັນນະຄະດີ​ສະໝັກ​ຫຼິ້ນ​ຄັ້ງ​ນີ້, ເປັນ​ການ​ສ້າງ​ຂະ​ບວນ​ການ​ຂ່ຳນັບ​ຮັບ​ຕ້ອນ​ວັນ​ສຳຄັນ​ຕ່າງໆ​ຂອງ​ຊາດ, ​ຂອງ​ພັກ​, ຂອງ​ກອງທັບ ເວົ້າ​ສະ ເພາະ ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ​ ຄົບຮອບ 74 ປີ​ໃຫ້​ມີ​ບັນຍາກາດ​ຟົດຟື້ນ​ກວ້າງຂວາງ, ມີ​ເນື້ອ​ໃນ​ຄວາມ​ໝາຍ​ເລິກເຊິ່ງ, ສຳລັບ​ການ​ແຂ່ງຂັນ​ໃນ​ຄັ້ງ​ນີ້​ ມີ​ຜູ້​ເຂົ້າ​ຮ່ວມ​ແຂ່ງຂັນ 15 ສະຫາຍ, ຍິງ 2 ສະຫາຍ. ຜ່ານ​ການ​ແຂ່ງຂັນ​ຕົວ​ຈິງ​ປະເພດ​ເພງ​ດ່ຽວ ລາງວັນ​ຊະນະ​ເລີດ​ໄດ້ແກ່ ສະຫາຍ ຊັ້ນ1 ອາ​ນຸ​ສິດ ສີ​ສຸ​ມັງ ຈາກ​ ກອງຮ້ອຍ​ວັດແທກ​ໄດ້​ຮັບ​ຂັນ 1 ໜ່ວຍ ພ້ອມ​ເງິນສົດ 400.000 ກີບ, ຮອງ​ຊະນະ​ເລີດ​ອັນ​ດັບ I ໄດ້ແກ່ ສະຫາຍ ສິບ​ໂທ ໂອ​ເລ້ ຈັນທະ​ລັງສີ ຈາກ ກອງພັນ​ທີ 3 ໄດ້​ຮັບ​ລາງວັນ​ເງິນສົດ 200.000 ກີບ, ຮອງ​ຊະນະ​ເລີດ​ອັນ​ດັບ II ໄດ້ແກ່ ສະຫາຍ ຮ້ອຍ​ໂທ ຕຸ້ຍ​ດາວ​ທອນ ປັນຍາ​ວົງ ຈາກ​ກອງຮ້ອຍ​ວັດແທກ ກອງ ພັນ​ໃຫຍ່ 605 ໄດ້​ຮັບ​ລາງວັນ​ເງິນສົດ 100.000 ກີບ ພ້ອມ​ທັງ​ມອບ​ລາງວັນ​ຊົມເຊີຍ​ໃຫ້ 12 ສະຫາຍ ອີກ​ດ້ວຍ. ທັງ​ນີ້, ເພື່ອ​ເປັນ​ການ​ປຸກລະດົມ​ຊຸກຍູ້​ຈິດໃຈ ພະນັກງານ-ນັກຮົບ ໄດ້​ສະແດງ​ຄວາມ​ສາມາດ, ພອນ​ສະຫວັນ ແລະ ພອນ​ສະແຫວງ​ຂອງ​ຕົນ​ເຂົ້າ​ໃນ​ວຽກ​ງານ​ຂະ​ບວນ​ການ​ດ້ານ​ຕ່າງໆ​ຂອງ​ກົມ​ກອງ, ທັງ​ເປັນ​ການ​ຄັດ​ເລືອກ​ເອົາ​ພະນັກງານ-ນັກຮົບ​ທີ່​ຮ້ອງ​ດີ-ຮ້ອງມ່ວນ​ເຂົ້າ​ຮ່ວນ​ແຂ່ງຂັນ​ສິລະ​ ປະ-ວັນນະຄະດີ​ສະໝັກ​ຫຼິ້ນ​ທົ່ວ​ກອງທັບ ເພື່ອ​ຂ່ຳນັບ​ຮັບ​ຕ້ອນ​ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ​ຄົບຮອບ 75 ປີ ທີ່​ກົມ​ໂຄສະນາ​ອົບຮົມ​ກົມ​ໃຫຍ່​ການເມືອງ​ກອງ ທັບ​ຈະ​ໄດ້​ຈັດ​ຂຶ້ນ​ໃນຕໍ່ໜ້າ, ທັງ​ເປັນ​ຊຸກຍູ້​ສົ່ງເສີມ​ທາງ​ດ້ານ​ແນວ​ຄິດ, ຈິດໃຈ​ຂອງ​ພະນັກງານ-ນັກຮົບ​ໃຫ້​ມີ​ແນວ​ຄິດ​ອຸນ​ອຽນ​ທຸ່ນ​ທ່ຽງ, ມີ​ຄວາມ​ເບີກບານ​ມ່ວນຊື່ນ, ມີ​ຄວາມ​ບຸກ​ບືນ​ຫ້າວຫັນ ເຮັດ​ສຳເລັດ​ໜ້າທີ່​ການເມືອງ​ຂອງ​ຕົນ​ຕາມ​ການຈັດຕັ້ງ​ມອບ​ໝາຍ​ໃຫ້. ໂດຍ: ໜູ​ແດງ ລາດ​ສະ​ແກ້ວ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ