ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພັນ​ໃຫຍ່ 102 ປະກາດ​ການເລື່ອນຊັ້ນ​ນາຍ​ສິບ ໃນ​ທົ່ວ​ກົມ​ກອງ
ເວລາອອກຂ່າວ: 2023-01-31 13:43:10 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 34 | ຄວາມນິຍົມ:



ໃນ​ບໍ່​ດົນ​ຜ່ານ​ມາ​ນີ້, ກອງພັນ​ໃຫຍ່ 102 ກອງ​ພົນ​ທີ 1 ໄດ້​ປະກາດການເລື່ອນ​ຊັ້ນ​ນາຍ​ສິບ ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ໂທ ສອນ​ພັນ ລໍ​ຈິງ​ຄູນ​ພັນ ຫົວໜ້າ​ພະ​ແນກ​ເສນາ​ທິ​ການ ກອງພັນ​ໃຫຍ່ 102, ມີ​ຕາງໜ້າ 5 ພະແນກການ, ກອງພັນ, ກອງຮ້ອຍ, ໝວດ ຕະຫຼອດ​ນາຍ​ທະຫານ​ທີ່​ໄດ້​ຮັບ​ການ​ເລື່ອນ​ຊັ້ນ​ໃໝ່ ເຂົ້າ​ຮ່ວມ. ສະຫາຍ ພັນ​ຕີ ເພັດ​ວົງ​ທອງ ສີ​ທະ​ນົນ ຫົວໜ້າ​ຂະແໜງ​ກຳລັງ​ພົນ ໄດ້​ຜ່ານ​ຂໍ້​ຕົກລົງ​ຂອງ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ວ່າ​ດ້ວຍ​ການ​ອະນຸມັດ​ເລື່ອນ​ຊັ້ນ​ນາຍ​ ສິບ ຢູ່​ກອງ​ພົນ​ທີ1, ອີງ​ຕາມ​ຂໍ້​ກຳນົດ​ວ່າ​ດ້ວຍ​ລະບຽບ​ການ​ຂອງ​ນາຍ​ສິບ ແລະ ພົນທະຫານ ໃນ​ຖັນ​ແຖວ​ກອງທັບ​ປະຊາຊົນ​ລາວ ໃນ​ມາດຕາ 13 ແລະ 14, ກົມ ​ໃຫຍ່​ເສນາ​ທິ​ການ​ກອງທັບ ຕົກລົງ​ເລື່ອນຊັ້ນ​ນາຍ​ສິບ ​ຢູ່ກອງພັນ​ໃຫຍ່ 102 ຈຳນວນ 65 ສະຫາຍ. ໃນ​ນີ້, ເລື່ອນ​ຊັ້ນ​ສິບ​ຕີ​ ຂຶ້ນ​​ ​ສິບ​ໂທ ຈຳນວນ 36 ສະຫາຍ, ເລື່ອນ​ຊັ້ນ​ສິບ​ໂທ​ ຂຶ້ນ​ ສິບ​ເອກ ຈຳນວນ 3 ສະຫາຍ ແລະ ເລື່ອນ​ຊັ້ນ​ສິບ​ເອກ ​ຂຶ້ນ ​​ວາທີ ຈຳນວນ 26 ສະຫາຍ. ໂອກາດ​ດັ່ງກ່າວ ສະຫາຍ ພັນ​ໂທ ສອນ​ພັນ ລໍ​ຈິງ​ຄູນ​ພັນ ໄດ້​ກ່າວ​ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ​ຕໍ່​ຜູ້​ທີ່​ໄດ້​ຮັບ​ການ​ເລື່ອນ​ຊັ້ນ​ໃໝ່​ໃນ​ຄັ້ງ​ນີ້, ພ້ອມ​ທັງ​ເນັ້ນ​ໜັກ​ໃຫ້​ພົນທະຫານ​ທີ່​ໄດ້​ຮັບ​ການ​ເລື່ອນ​ຊັ້ນ​ໃໝ່​ຈົ່ງ​ພ້ອມ​ກັນ​ເຮັດ​ສຳເລັດ​ໃນ​ໜ້າທີ່​ການເມືອງ​ຂອງ​ຕົນ, ປະຕິບັດ​ຂໍ້​ກຳນົດ ​ກົດ​ລະບຽບ​ຂອງ​ກອງທັບ​ວາງ​ອອກ​ໃຫ້​ເຂັ້ມ​ງວດ, ຕັ້ງໜ້າ​ເຝິກຝົນ​ຫຼໍ່​ຫຼອມ​ຕົນ​ເອງ​ໃຫ້​ກາຍເປັນ​ພະນັກງານ​ທີ່​ດີ​ຂອງ​ກົມ​ກອງ ແລະ ກ້າວ​ເປັນ​ພະນັກງານ​ສືບ​ທອດ​ປ່ຽນ​ແທນ​ໃນຕໍ່ໜ້າ. ໂດຍ: ຊັນ​ໂດ ລາດ​ຊະ​ພູມີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ