ກອງພັນໃຫຍ່ 102 ປະກາດການເລື່ອນຊັ້ນນາຍສິບ ໃນທົ່ວກົມກອງ
ເວລາອອກຂ່າວ: 2023-01-31 13:43:10 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 36 | ຄວາມນິຍົມ:
ໃນບໍ່ດົນຜ່ານມານີ້, ກອງພັນໃຫຍ່ 102 ກອງພົນທີ 1 ໄດ້ປະກາດການເລື່ອນຊັ້ນນາຍສິບ ໂດຍການເປັນປະທານຂອງ ສະຫາຍ ພັນໂທ ສອນພັນ ລໍຈິງຄູນພັນ ຫົວໜ້າພະແນກເສນາທິການ ກອງພັນໃຫຍ່ 102, ມີຕາງໜ້າ 5 ພະແນກການ, ກອງພັນ, ກອງຮ້ອຍ, ໝວດ ຕະຫຼອດນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນໃໝ່ ເຂົ້າຮ່ວມ.
ສະຫາຍ ພັນຕີ ເພັດວົງທອງ ສີທະນົນ ຫົວໜ້າຂະແໜງກຳລັງພົນ ໄດ້ຜ່ານຂໍ້ຕົກລົງຂອງກົມໃຫຍ່ເສນາທິການກອງທັບ ວ່າດ້ວຍການອະນຸມັດເລື່ອນຊັ້ນນາຍ
ສິບ ຢູ່ກອງພົນທີ1, ອີງຕາມຂໍ້ກຳນົດວ່າດ້ວຍລະບຽບການຂອງນາຍສິບ ແລະ ພົນທະຫານ ໃນຖັນແຖວກອງທັບປະຊາຊົນລາວ ໃນມາດຕາ 13 ແລະ 14, ກົມ
ໃຫຍ່ເສນາທິການກອງທັບ ຕົກລົງເລື່ອນຊັ້ນນາຍສິບ ຢູ່ກອງພັນໃຫຍ່ 102 ຈຳນວນ 65 ສະຫາຍ. ໃນນີ້, ເລື່ອນຊັ້ນສິບຕີ ຂຶ້ນ ສິບໂທ ຈຳນວນ 36 ສະຫາຍ, ເລື່ອນຊັ້ນສິບໂທ ຂຶ້ນ ສິບເອກ ຈຳນວນ 3 ສະຫາຍ ແລະ ເລື່ອນຊັ້ນສິບເອກ ຂຶ້ນ ວາທີ ຈຳນວນ 26 ສະຫາຍ.
ໂອກາດດັ່ງກ່າວ ສະຫາຍ ພັນໂທ ສອນພັນ ລໍຈິງຄູນພັນ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜູ້ທີ່ໄດ້ຮັບການເລື່ອນຊັ້ນໃໝ່ໃນຄັ້ງນີ້, ພ້ອມທັງເນັ້ນໜັກໃຫ້ພົນທະຫານທີ່ໄດ້ຮັບການເລື່ອນຊັ້ນໃໝ່ຈົ່ງພ້ອມກັນເຮັດສຳເລັດໃນໜ້າທີ່ການເມືອງຂອງຕົນ, ປະຕິບັດຂໍ້ກຳນົດ ກົດລະບຽບຂອງກອງທັບວາງອອກໃຫ້ເຂັ້ມງວດ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນພະນັກງານທີ່ດີຂອງກົມກອງ ແລະ ກ້າວເປັນພະນັກງານສືບທອດປ່ຽນແທນໃນຕໍ່ໜ້າ.
ໂດຍ: ຊັນໂດ ລາດຊະພູມີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ