ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ ເລກ 2 ວຽງ​ໄຊ ມອບ​ວັດຖຸ​ປັດໄຈ​ໃຫ້​ຄອບຄົວ​ທີ່​ຖືກ​ອັກຄີ​ໄພ
ເວລາອອກຂ່າວ: 2023-01-31 13:41:34 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 36 | ຄວາມນິຍົມ:



ວັນ​ທີ 26 ມັງກອນ 2023 ນີ້, ສະຫາຍ ພັນ​ເອກ ແສງ​ເດືອນ ອິນ​ທິ​ສອນ ຮອງ​ຫົວໜ້າ​ການເມືອງ​ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ ເລກ 2 ວຽງ​ໄຊ ພ້ອມ​ຄະນະ ໄດ້​ນຳ​ເອົາ​ວັດຖຸ​ປັດໄຈ​ພ້ອມ​ດ້ວຍ​ເຄື່ອງ​ອຸປະໂພກ-ບໍລິໂພກ ​ຈຳນວນ​ໜຶ່ງ ໄປ​ມອບ​ໃຫ້​ຄອບຄົວ​ທີ່​ຖືກ​ອັກຄີ​ໄພ ຢູ່​ບ້ານ​ໂພນ​ໄຊ ຈຳນວນ 1 ຄອບຄົວ, ໂດຍ​ການ​ຕ້ອນຮັບ​ຂອງ ສະ ຫາຍ ລືມ ດຽງສາ​ລີ ນາຍບ້ານບ້ານ​ໂພນ​ໄຊ ພ້ອມ​ຄະນະ. ສະຫາຍ ພັນ​ຕີ ບົວລະພາແສງ​ສະ​ຫວັດ ຮອງ​ຫົວໜ້າ​ພະ​ແນກ​ກໍ່ສ້າງ​ຮາກ​ຖານ​ໂຮງຮຽນ​ໄດ້​​ກ່າວ​ຈຸດ ປະສົງ​ໃນ​ການ​ມາ​ມອບ​ວັດຖຸ​ປັດໄຈ ແລະ ເຄື່ອງ​ອຸປະໂພກ-ບໍລິໂພກ​ຈຳນວນ​ໜຶ່ງ ລວມ​ມູນ​ຄ່າ 5 ລ້ານ​ກວ່າ​ກີບ ມາ​ມອບ​ໃຫ້​ຄອບຄົວ​ທີ່​ຖືກ​ອັກຄີ​ໄພ ທີ່​ບ້ານ​ໂພນ​ໄຊ ໃນ​ຕົ້ນ​ເດືອນພະຈິກ 2022 ທີ່​ຜ່ານ​ມາ​ນັ້ນ ເປັນ​ການ​ແບ່ງ​ເບົາ​ບັນເທົາ​ທຸກ​ຊ່ວຍເຫຼືອ​ເຊິ່ງ ແລະ ກັນ ໃຫ້​ຄອບຄົວ​ປະຊາຊົນ​ທີ່​ຖືກ​ອັກຄີ​ໄພ. ຈາກ​ນັ້ນ, ສະຫາຍ ພັນ​ເອກ ແສງ​ເດືອນ ອິນ​ທິ​ສອນ ກໍ​ໄດ້​ມອບ​ວັດຖຸ​ປັດໄຈ ແລະ ເຄື່ອງ​ອຸປະໂພກ-ບໍລິໂພກ ໃຫ້​ກັບ​ຄອບຄົວ​ທີ່​ຖືກ​ອັກຄີ​ໄພ ພ້ອມ​ທັງ​ຮຽກຮ້ອງ​ໃຫ້​ຄອບຄົວ​ດັ່ງກ່າວ ຈົ່ງ​ນຳ​ເອົາ​ເຄື່ອງ​ທີ່​ມາ​ມອບ​ໃຫ້​ໃນ​ຄັ້ງ​ນີ້​ນຳໄປ​ໝູນ​ໃຊ້​ເຂົ້າ​ໃນ​ຊີວິດ​ປະຈຳ​ວັນ​ໃຫ້​ເກີດ​ປະໂຫຍດ​ສູງ​ສຸດ. ໂດຍ: ສົມພົງ ແກ້ວ​ປະເສີດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ