ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ພະແນກການ​ເມືອງ ກອງພັນ​ໃຫຍ່ 279 ຢ້ຽມ​ຊົມ​ຫໍ​ມູນເຊື້ອ
ເວລາອອກຂ່າວ: 2023-01-31 13:36:59 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 344 | ຄວາມນິຍົມ:



ວັນ​ທີ 16 ມັງກອນ 2023, ພະແນກການ​ເມືອງ ກອງພັນ​ໃຫຍ່ 279 ໄດ້​ຈັດ​ຕັ້ງ​ພະນັກງານ​ຫຼັກ​ແຫຼ່ງເຂົ້າ​ຢ້ຽມ​ຊົມ​ຫໍ​ມູນເຊື້ອ ກອງພັນ​ໃຫຍ່ 279, ນຳ​ໂດຍ ​ສະ ຫາຍ ພັນ​ໂທ ອົ້ມ​ມະນີ ວິ​ວັນ​ທອງ ຮອງ​ຫົວໜ້າ​ພະແນກການ​ເມືອງ, ມີ​ສະຫາຍ ພັນ​ເອກ ບຸນ​ຍັງ ແກ້ວ​ດາມ​ສີ ຫົວໜ້າ​ການເມືອງ ກອງພັນ​ໃຫຍ່ 279, ສະຫາຍ ພັນ​ເອກ ເມກ​ສະຫວັນ ແກ້ວ​ດວງ​ດີ ຫົວໜ້າ​ການ​ທະຫານ ກອງພັນ​ໃຫຍ່ 279 ເຂົ້າ​ຮ່ວມ, ເນື່ອງ​ໃນ​ໂອກາດສ້າງ​ຂະ​ບວນ​ການ​ຂໍ່ານັບ​ຮັບ​ຕ້ອນ​ວັນ​ສ້າງຕັ້ງ​ກອງທັບ​ປະ ຊາຊົນ​ລາວ ຄົບຮອບ 74 ປີ ແລະ ວັນ​ສ້າງຕັ້ງ​ກອງພັນ​ໃຫຍ່ 279 ຄົບຮອບ 20 ປີ. ເພື່ອ​ເປັນ​ການ​ສຶກ​ສາ​ຄົ້ນຄວ້າ​ປະຫວັດ​ຄວາມ​ເປັນ​ມາ, ຜົນງານ​ການເຄື່ອນໄຫວ​ຂອງ​ຄະນະ​ພັກ-ຄະນະ​ບັນຊາ ກອງພັນ​ໃຫຍ່279 ໃນ​ແຕ່​ລະ​ໄລຍະ, ຮັບ​ຮູ້​ປະຫວັດ​ການເຄື່ອນໄຫວ​ຂອງ​ກອງ​ກຽດຕິຍົດ​ໃນ​ການ​ຮັບ​ໃຊ້​ພິທີການ​ຕ່າງໆ, ການເຄື່ອນໄຫວ​ຂອງ​ລະ​ແຕ່​ລະ​ກົມ​ກອງ​ທີ່​ຂຶ້ນ​ກັບ​ກອງພັນໃຫຍ່ 279, ຮັບ​ຊົມ​ຮູບ​ພາບ​ການເຄື່ອນໄຫວ​ຕ່າງໆ ໂດຍ​ສະເພາະ​ຮູບ​ພາບ​ການ​ຮັບ​ໃຊ້​ພິທີການ​ຂອງ​ກອງ​ກຽດຕິຍົດ, ແກວົງ, ຮັບ​ຊົມ​ວັດຖຸ​ພັນ​ຕ່າງໆ ທີ່​ນຳ​ໃຊ້​ເຂົ້າ​ໃນ​ການ​ເສບ​ເປົ່າ​ຮັບແຂກ​ທັງ​ພາຍ ແລະ ຕ່າງປະເທດ​ໃນ​ແຕ່​ລະ​ໄລຍະ​ຜ່ານ​ມາ. ໂດຍ: ສາຄອນ ສຸລິເຍດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ