ພະແນກການເມືອງ ກອງພັນໃຫຍ່ 279 ຢ້ຽມຊົມຫໍມູນເຊື້ອ
ເວລາອອກຂ່າວ: 2023-01-31 13:36:59 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 353 | ຄວາມນິຍົມ:
ວັນທີ 16 ມັງກອນ 2023, ພະແນກການເມືອງ ກອງພັນໃຫຍ່ 279 ໄດ້ຈັດຕັ້ງພະນັກງານຫຼັກແຫຼ່ງເຂົ້າຢ້ຽມຊົມຫໍມູນເຊື້ອ ກອງພັນໃຫຍ່ 279, ນຳໂດຍ ສະ
ຫາຍ ພັນໂທ ອົ້ມມະນີ ວິວັນທອງ ຮອງຫົວໜ້າພະແນກການເມືອງ, ມີສະຫາຍ ພັນເອກ ບຸນຍັງ ແກ້ວດາມສີ ຫົວໜ້າການເມືອງ ກອງພັນໃຫຍ່ 279, ສະຫາຍ ພັນເອກ ເມກສະຫວັນ ແກ້ວດວງດີ ຫົວໜ້າການທະຫານ ກອງພັນໃຫຍ່ 279 ເຂົ້າຮ່ວມ, ເນື່ອງໃນໂອກາດສ້າງຂະບວນການຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະ
ຊາຊົນລາວ ຄົບຮອບ 74 ປີ ແລະ ວັນສ້າງຕັ້ງກອງພັນໃຫຍ່ 279 ຄົບຮອບ 20 ປີ.
ເພື່ອເປັນການສຶກສາຄົ້ນຄວ້າປະຫວັດຄວາມເປັນມາ, ຜົນງານການເຄື່ອນໄຫວຂອງຄະນະພັກ-ຄະນະບັນຊາ ກອງພັນໃຫຍ່279 ໃນແຕ່ລະໄລຍະ, ຮັບຮູ້ປະຫວັດການເຄື່ອນໄຫວຂອງກອງກຽດຕິຍົດໃນການຮັບໃຊ້ພິທີການຕ່າງໆ, ການເຄື່ອນໄຫວຂອງລະແຕ່ລະກົມກອງທີ່ຂຶ້ນກັບກອງພັນໃຫຍ່ 279, ຮັບຊົມຮູບພາບການເຄື່ອນໄຫວຕ່າງໆ ໂດຍສະເພາະຮູບພາບການຮັບໃຊ້ພິທີການຂອງກອງກຽດຕິຍົດ, ແກວົງ, ຮັບຊົມວັດຖຸພັນຕ່າງໆ ທີ່ນຳໃຊ້ເຂົ້າໃນການເສບເປົ່າຮັບແຂກທັງພາຍ ແລະ ຕ່າງປະເທດໃນແຕ່ລະໄລຍະຜ່ານມາ.
ໂດຍ: ສາຄອນ ສຸລິເຍດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ