ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທີມ​ບານເຕະ​ຍິງ ທີມ​ຊາດ​ລາວ​ສືບຕໍ່ເຝິກຊ້ອມ ເພື່ອ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ຊີງ​ແຊັມ​ອາຊີ
ເວລາອອກຂ່າວ: 2023-01-31 09:41:55 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 59 | ຄວາມນິຍົມ:



ບັນຍາກາດ​ການ​ເຝິກ​ຊ້ອມ ທີມ​ບານເຕະ​ຍິງທີມ​ຊາດ​ລາວ ຢູ່​ທີ່​ສະຫນາມ​ຫຍ້າ​ທຽມ ສະຫະພັນ​ບານເຕະ​ແຫ່ງ​ຊາດ​ລາວ ເພື່ອ​ກະກຽມ​ເຂົ້າ​ຮ່ວມການ​ແຂ່ງຂັນ​ບານເຕະ​ຍິງ ຊີງ​ແຊັມ​ອາຊີຮຸ່ນ​ອາຍຸ​ບໍ່​ເກີນ 20 ປີ ຮອບ​ຄັດ​ເລືອກ AFC U20 WOMEN’S ASIAN CUP 2024 ROUND 1. ການ​ແຂ່ງຂັນ​ບານເຕະຍິງຊີງ ແຊັມ​ອາຊີ ຮຸ່ນ​ອາຍຸ​ບໍ່​ເກີນ 20 ປີ ຮອບ​ຄັດ​ເລືອກ ແມ່ນ​ຈະ​ຈັດ​ຂຶ້ນຢູ່​ ທີ່ ​ສປ​ປ ລາວ ໄດ້​ຮັບ​ກຽດ​ເປັນ​ເຈົ້າ ພາບ ໂດຍ​ຈະ​ແຂ່ງຂັນ​ໃນ​ລະ ຫວ່າງ ວັນ​ທີ 08-12 ມີນາ 2023 ໂດຍທີມ​ຊາດ​ລາວ ຢູ່​ຮ່ວມ​ກຸ່ມເອ ຮ່ວມ​ກັບ: ​ສປ ຈີນ, ເຂດ​ປົກຄອງ​ພິເສດ​ຮົງ​ກົງ ແລະ ຟີ​ລິບ​ປິນ. ສຳລັບ ທີມ​ຊາດ​ລາວ ແມ່ນ​ໄດ້​ ເລີ່ມ​ເກັບ​ຕົວ​ເຝິກ​ຊ້ອມ ນັບ​ຕັ້ງແຕ່ ວັນ​ທີ 10 ມັງກອນ 2023 ໂດຍ​ແມ່ນ ທ່ານ ວຽງ​ສະຫວັນ ໄຊ​ຍະ​ບູນ ເປັນ​ຫົວຫນ້າ​ຄູ​ເຝິກ. ຕາຕະລາງ ການ​ແຂ່ງຂັນ​ຂອງ ທີມ​ຊາດ​ລາວ ວັນ​ທີ 08 ມີນາ 2023 ເວລາ 19:30 ລາວ ພົບ ເຂດ​ປົກຄອງ​ພິເສດ​ຮົງ​ກົງ, ​ວັນ​ທີ 10 ມີນາ 2023 ເວລາ 19:30 ໂມງ ລາວ ພົບ ຟີລິບປິນ, ​ວັນ​ທີ 12 ມີນາ 2023 ເວລາ 19:30 ໂມງ ລາວ ພົບກັບ ຈີນ ​ທຸກໆ​ນັດ​ແມ່ນ​ແຂ່ງຂັນ​ຢູ່​ທີ່​ສະຫນາມກິລາ​ແຫ່ງ​ຊາດ​ຫຼັກ 16 ສປປ ລາວ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ