ກອງບັນຊາການທະຫານນະຄອນຫຼວງວຽງຈັນ ສະຫຼຸບວຽກງານຮອບດ້ານ ປະຈຳປີ 2022
ເວລາອອກຂ່າວ: 2023-01-31 09:21:19 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 590 | ຄວາມນິຍົມ:
ໃນວັນທີ 27 ມັງກອນ 2023 ນີ້, ກອງບັນຊາການທະຫານນະຄອນຫຼວງວຽງຈັນ ໄດ້ ສະຫຼຸບວຽກງານຮອບດ້ານ ປະຈຳປີ 2022 ແລະ ວາງທິດທາງແຜນການປະຈຳປີ 2023 ໂດຍການເປັນປະທານຂອງ ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳ ມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະບັນຊາ, ຫ້ອງການ, ພະແນກການ, ກອງບັນຊາການທະຫານເມືອງ, ກອງພັນ, ກອງຮ້ອຍ ພ້ອມດ້ວຍພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ສະຫາຍ ພັນເອກ ເພັດບັນດິດ ແປງນາທີ ຫົວໜ້າຫ້ອງການ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຮອບດ້ານຕະຫຼອດໄລຍະຜ່ານມາ, ຄະນະພັກ-ຄະນະບັນຊາ ໄດ້ຖືເອົາວຽກງານກໍ່ສ້າງຮາກຖານການເມືອງ ເປັນວຽກງານພື້ນຖານໃຈກາງ ເພື່ອຮັບປະກັນໃຫ້ແກ່ສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງຊາດ ເວົ້າລວມ, ເວົ້າສະເພາະແມ່ນນະຄອນຫຼວງວຽງຈັນ ໂດຍໄດ້ຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງ ຢູ່ພື້ນຖານ ບ້ານປະຊາຊົນ ຈຳນວນ 327 ສະຫາຍ, ປະຈຳຢູ່ 59 ກຸ່ມບ້ານ, ເປັນຕົ້ນແມ່ນປະຕິບັດຕາມ 4 ເນື້ອໃນ 4 ຄາດໝາຍ, ເພື່ອສົມທົບແໜ້ນກັບອົງການປົກຄອງທ້ອງຖິ່ນ, ບັນດາອົງການຈັດຕັ້ງທີ່ກ່ຽວຂ້ອງຊີ້ນຳ-ນຳພາກຳລັງກອງຫຼອນ, ກຳລັງປ້ອງກັນຕົວເຮັດວຽກງານປ້ອງກັນບ້ານ, ກຸ່ມບ້ານ ຕາມຂອບເຂດ ແລະ ຄວາມຮັບຜິດຊອບຂອງຕົນ ໂດຍຕິດພັນກັບການເກັບກຳສະພາບການ, ມີວິທີການແກ້ໄຂຢ່າງທັນການ, ແນ່ໃສ່ການສ້າງທ່າສະໜາມ 3 ຂັ້ນ. ນອກຈາກນັ້ນ, ຍັງໄດ້ລົງກໍ່ສ້າງຮາກຖານການເມືອງ ແບບມູນເຊື້ອ, ດຳເນີນການແຮກສ່ຽວລະຫວ່າງ ກອງທັບ ກັບ ອຳນາດການປົກຄອງທ້ອງຖິ່ນ, ລົງສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ ເຊິ່ງໃນ 1 ປີ ຜ່ານມາ,ສາມາດປະຕິບັດໄດ້ຄື: ເປີດຂະບວນການ ສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ ໄດ້ທັງໝົດ 18 ບ້ານ, ອະນຸມັດ ແລະ ປະກາດໄດ້ 15 ບ້ານ, ມີ 4.232 ຄອບຄົວ. ມາຮອດປັດຈຸບັນ ທົ່ວນະຄອນຫຼວງວຽງຈັນ ປະກາດ ບ້ານປ້ອງກັນຊາດ ເຂັ້ມແຂງ ໄດ້ທັງໝົດ 62 ບ້ານ, ມີ 18.678 ຄອບຄົວ.
ໂອກາດນີ້, ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ໄດ້ຕີລາຄາສູງຕໍ່ຜົນງານຮອບດ້ານທີ່ຍາດມາໄດ້ໃນໄລຍະຜ່ານມາ, ພ້ອມທັງໄດ້ເໜ້ນໜັກໃຫ້ສືບຕໍ່ຕັ້ງໜ້າສຶກສາອົບຮົມການເມືອງ-ແນວຄິດ, ອົບຮົມທາດແທ້ມູນເຊື້ອ ຂອງກອງທັບ, ໃນເງື່ອນໄຂໃໝ່ໃຫ້ດີ, ຕິດພັນກັບການເກັບກຳແນວຄິດຂອງພະນັກງານ-ນັກຮົບທົ່ວກອງບັນຊາການ, ສຸມໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກ, ຂອງນະຄອນຫຼວງ ແລະ ຂອງກອງບັນຊາການໃຫ້ເລິກເຊິ່ງ ແລະ ສ້າງໃຫ້ມີການຫັນປ່ຽນຢ່າງແທ້ຈິງ. ໃນນັ້ນ, ຕ້ອງຍູ້ຂະບວນການ ແຂ່ງຂັນຮັກຊາດ ແລະ ພັດທະນາ, ກົມກອງ 3 ປອດ, ກົມກອງ-ນັກຮົບວັດທະນາທຳ ໃຫ້ມີຄຸນນະພາບ ແລະ ສ້າງພະນັກງານສືບທອດປ່ຽນແທນ ໃຫ້ຄົບເງື່ອນໄຂພະນັກງານ ແລະ ຕ້ອງເອົາໃຈໃສ່ຈັດຕັ້ງຢ່າງຕໍ່ເນື່ອງ ເປັນລະບົບ, ເພີ່ມທະວີຊີ້ນຳ-ນຳພາວຽກງານ ປກຊ-ປກສ, ຮັບປະກັນສະຖຽນລະພາບທາງດ້ານການເມືອງ, ໃຫ້ເປັນລະບຽບຮຽບຮ້ອຍໃນສັງຄົມ, ປົກປັກຮັກສານະຄອນຫຼວງວຽງຈັນ ໃຫ້ມີຄວາມສະຫງົບປອດໄພ.
ໂດຍ: ວຽງສີ ແກ້ວກອງສຸດາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ