ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງ​ບັນຊາ​ການ​ທະຫານ​ນະຄອນຫຼວງ​ວຽງ​ຈັນ ສະຫຼຸບ​ວຽກ​ງານ​ຮອບດ້ານ ປະຈຳ​ປີ 2022
ເວລາອອກຂ່າວ: 2023-01-31 09:21:19 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 563 | ຄວາມນິຍົມ:



ໃນ​ວັນ​ທີ 27 ມັງກອນ 2023 ນີ້, ກອງ​ບັນຊາ​ການ​ທະຫານ​ນະຄອນຫຼວງ​ວຽງ​ຈັນ ໄດ້ ສະຫຼຸບ​ວຽກ​ງານ​ຮອບດ້ານ ປະຈຳ​ປີ 2022 ແລະ ວາງ​ທິດ​ທາງ​ແຜນການ​ປະຈຳ​ປີ 2023 ໂດຍ​ການ​ເປັນ​ປະທານຂອງ ​ສະຫາຍ ພົນ​ໂທ ຄຳ​ລຽງ ອຸ​ທະ​ໄກສອນ ກຳ ມະການສູນກາງພັກ ຮອງ​ລັດຖະມົນຕີກະຊວງ​ປ້ອງ​ກັນ​ປະເທດ, ຫົວໜ້າ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ, ມີ​ຄະນະ​ພັກ-ຄະນະ​ບັນຊາ, ຫ້ອງການ, ພະແນກການ, ກອງ​ບັນຊາ​ການ​ທະຫານ​ເມືອງ, ກອງພັນ, ກອງຮ້ອຍ ພ້ອມ​ດ້ວຍ​ພະນັກງານ​ຫຼັກ​ແຫຼ່ງ​ເຂົ້າ​ຮ່ວມ. ສະຫາຍ ພັນ​ເອກ ເພັດ​ບັນດິດ ແປງ​ນາທີ ຫົວໜ້າ​ຫ້ອງການ ກອງ​ບັນຊາ​ການ​ທະຫານ​ນະຄອນຫຼວງ​ວຽງ​ຈັນ ໄດ້​ຂຶ້ນ​ຜ່ານ​ບົດ​ສະຫຼຸບ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ຮອບດ້ານຕະຫຼອດ​ໄລຍະ​ຜ່ານ​ມາ, ຄະນະ​ພັກ-ຄະນະບັນຊາ ໄດ້​ຖື​ເອົາ​ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ການເມືອງ ເປັນ​ວຽກ​ງານ​ພື້ນຖານ​ໃຈກາງ ເພື່ອ​ຮັບປະກັນ​ໃຫ້​ແກ່​ສະຖຽນ​ລະ​ພາບ ແລະ ຄວາມ​ໝັ້ນຄົງຂອງ​ຊາດ ເວົ້າ​ລວມ, ເວົ້າ​ສະເພາະແມ່ນ​ນະຄອນຫຼວງ​ວຽງ​ຈັນ ໂດຍ​ໄດ້​ຫັນ​ເອົາ​ພະນັກງານ​ລົງ​ກໍ່ສ້າງ​ຮາກ​ຖານ​ການເມືອງ ຢູ່​ພື້ນຖານ ບ້ານ​ປະຊາຊົນ ຈຳນວນ 327 ສະຫາຍ, ປະຈຳ​ຢູ່ 59 ກຸ່ມ​ບ້ານ, ເປັນຕົ້ນ​ແມ່ນ​ປະຕິບັດ​ຕາມ 4 ເນື້ອ​ໃນ 4 ຄາດໝາຍ, ເພື່ອ​ສົມທົບ​ແໜ້ນ​ກັບ​ອົງການ​ປົກຄອງ​ທ້ອງຖິ່ນ, ບັນດາ​ອົງ​ການຈັດຕັ້ງ​ທີ່​ກ່ຽວຂ້ອງ​ຊີ້​ນຳ-ນຳພາ​ກຳລັງ​ກອງ​ຫຼອນ, ກຳລັງ​ປ້ອງ​ກັນ​ຕົວເຮັດ​ວຽກ​ງານ​ປ້ອງ​ກັນ​ບ້ານ, ກຸ່ມ​ບ້ານ ຕາມ​ຂອບ​ເຂດ ແລະ ຄວາມ​ຮັບຜິດຊອບ​ຂອງ​ຕົນ ໂດຍ​ຕິດ​ພັນ​ກັບ​ການ​ເກັບ​ກຳ​ສະພາບ​ການ, ມີ​ວິທີ​ການ​ແກ້​ໄຂ​ຢ່າງ​ທັນ​ການ, ແນ່​ໃສ່​ການ​ສ້າງ​ທ່າ​ສະໜາມ 3 ຂັ້ນ. ນອກຈາກ​ນັ້ນ, ຍັງ​ໄດ້ລົງ​ກໍ່ສ້າງ​ຮາກ​ຖານ​ການເມືອງ ແບບ​ມູນເຊື້ອ, ດຳເນີນ​ການ​ແຮກສ່ຽວ​ລະຫວ່າງ ກອງທັບ ກັບ ອຳນາດ​ການ​ປົກຄອງ​ທ້ອງຖິ່ນ, ລົງ​ສ້າງ​ຄອບຄົວ ແລະ ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ ເຊິ່ງ​ໃນ 1 ປີ ຜ່ານ​ມາ,​ສາມາດ​ປະຕິບັດ​ໄດ້​ຄື: ເປີດ​ຂະ​ບວນ​ການ ສ້າງ​ຄອບຄົວ ແລະ ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ ໄດ້​ທັງ​ໝົດ 18 ບ້ານ, ອະນຸມັດ ແລະ ປະກາດ​ໄດ້ 15 ບ້ານ, ມີ 4.232 ຄອບຄົວ. ມາ​ຮອດ​ປັດຈຸບັນ ທົ່ວ​ນະຄອນຫຼວງ​ວຽງ​ຈັນ ປະກາດ ບ້ານ​ປ້ອງ​ກັນ​ຊາດ ເຂັ້ມແຂງ ໄດ້​ທັງ​ໝົດ 62 ບ້ານ, ມີ 18.678 ຄອບຄົວ. ໂອກາດ​ນີ້, ສະຫາຍ ພົນ​ໂທ ຄຳ​ລຽງ ອຸ​ທະ​ໄກສອນ ໄດ້​ຕີ​ລາຄາ​ສູງ​ຕໍ່​ຜົນງານ​ຮອບດ້ານ​ທີ່​ຍາດ​ມາ​ໄດ້​ໃນ​ໄລຍະ​ຜ່ານ​ມາ, ພ້ອມ​ທັງ​ໄດ້​ເໜ້ນ​ໜັກ​ໃຫ້​ສືບຕໍ່​ຕັ້ງໜ້າ​ສຶກ​ສາ​ອົບຮົມ​ການເມືອງ-ແນວ​ຄິດ, ອົບຮົມ​ທາດ​ແທ້​ມູນເຊື້ອ ຂອງ​ກອງທັບ, ໃນ​ເງື່ອນໄຂ​ໃໝ່​ໃຫ້​ດີ, ຕິດ​ພັນ​ກັບ​ການ​ເກັບ​ກຳ​ແນວ​ຄິດຂອງພະນັກງານ-ນັກຮົບ​ທົ່ວ​ກອງ​ບັນຊາ​ການ, ສຸມ​ໃສ່​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ມະຕິ​ກອງ​ປະຊຸມໃຫຍ່​ຂອງ​ພັກ, ຂອງ​ນະຄອນຫຼວງ ແລະ ຂອງ​ກອງ​ບັນຊາ​ການໃຫ້​ເລິກເຊິ່ງ ແລະ ສ້າງ​ໃຫ້​ມີ​ການ​ຫັນປ່ຽນ​ຢ່າງ​ແທ້​ຈິງ. ໃນ​ນັ້ນ, ຕ້ອງ​ຍູ້​ຂະ​ບວນ​ການ ແຂ່ງຂັນ​ຮັກ​ຊາດ ແລະ ພັດທະນາ, ກົມກອງ 3 ປອດ, ກົມ​ກອງ-ນັກຮົບ​ວັດທະນາ​ທຳ ໃຫ້​ມີ​ຄຸນ​ນະ​ພາບ ແລະ ສ້າງ​ພະນັກງານ​ສືບ​ທອດປ່ຽນ​ແທນ ໃຫ້​ຄົບ​ເງື່ອນໄຂ​ພະນັກງານ ແລະ ຕ້ອງ​ເອົາໃຈໃສ່​ຈັດ​ຕັ້ງ​ຢ່າງ​ຕໍ່​ເນື່ອງ ເປັນ​ລະບົບ, ເພີ່ມ​ທະວີ​ຊີ້​ນຳ-ນຳພາ​ວຽກ​ງານ ​ປກຊ-​ປກສ, ຮັບປະກັນ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການເມືອງ, ໃຫ້​ເປັນ​ລະບຽບ​ຮຽບ​ຮ້ອຍໃນ​ສັງຄົມ, ປົກ​ປັກ​ຮັກສາ​ນະຄອນຫຼວງ​ວຽງ​ຈັນ ໃຫ້​ມີ​ຄວາມ​ສະຫງົບ​ປອດ​ໄພ. ໂດຍ: ວຽງ​ສີ ແກ້ວ​ກອງ​ສຸດາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ