

![]()
ຫຼາຍພາກສ່ວນເຂົ້າອວຍພອນ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບ ຄົບຮອບ 74 ປີ
ເວລາອອກຂ່າວ: 2023-01-31 09:14:53 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 48 | ຄວາມນິຍົມ:
ກາງເດືອນ ມັງກອນ 2023 ນີ້, ຫຼາຍພາກສ່ວນເຂົ້າອວຍ ພອນເນື່ອງໃນໂອກາດວັນສ້າງຕັ້ງກອງທັບ ຄົບຮອບ 74 ປີ.ໃນນີ້ມີ ຄະນະພັກ-ຄະນະອຳນວຍການ ວິທະຍາຄານການແພດກອງທັບ ນຳໂດຍ ສະຫາຍ ພົນຈັດຕະວາ ສຸລິວົງ ລັດວິໄລ ຫົວໜ້າການເມືອງ ວິທະຍາຄານການແພດກອງທັບ ພ້ອມດ້ວຍຄະນະ ໄດ້ນຳເອົາກະຕ່າຂອງຂວັນ ເຂົ້າອວຍພອນ ສະຫາຍ ພົນຕີ ຄຳເພັດ ສີຊານົນ ຫົວໜ້າກົມໃຫຍ່ພະລາທິການກອງທັບ, ທ່ານ ວັນທາ ຊົງຊະນະ ຮອງອຳນວຍການໂຮງແຮມເໝືອງແທ່ງ ເຂົ້າອວຍພອນ ສະຫາຍ ພົນຕີ ສາຍໃຈ ກົມມະສິດ ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ສະຫາຍ ແສນສັກ ສຸລິສັກ ຮອງເຈົ້າແຂວງ ແຂວງສະຫວັນນະເຂດ ເຂົ້າອວຍພອນ ສະຫາຍ ພົນຈັດຕະວາ ສີ ທະວີໄຊ ຫົວໜ້າການເມືອງທະຫານແຂວງສະຫວັນນະເຂດພ້ອມຄະນະ, ສະຫາຍ ທອງສະຫວັນ ວົງສຳພັກ ຮອງເລຂາພັກແຂວງ ແຂວງວຽງຈັນ ໄດ້ເຂົ້າອວຍ ພອນ ສະຫາຍ ພົນຈັດຕະວາ ບຸນມາ ວົງດາລາແສນ ຫົວໜ້າການທະຫານກອງບັນຊາການທະຫານແຂວງວຽງຈັນ ພ້ອມຄະນະ, ສະຫາຍ ພົນຈັດຕະວາ ພູວັນ ພິມມະຈັນ ຫົວໜ້າການ ເມືອງທະຫານແຂວງສາລະວັນພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມພະນັກງານກອງຮ້ອຍທະຫານຊາຍແດນ 512.
ໂອກາດນີ້, ແຕ່ລະຄະນະກໍໄດ້ກ່າວສະແດງຄວາມຂອບໃຈມາຍັງຄະນະພັກ-ຄະນະບັນຊາ, ອຳນາດການປົກຄອງທຸກຂັ້ນ ທີ່ເຫັນໄດ້ຄວາມໝາຍຄວາມສຳຄັນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ ແລະອວຍພອນຄະນະພັກ-ຄະນະບັນຊາຕະຫຼອດຮອດພະນັກງານ-ນັກຮົບທຸກສະຫາຍຈົ່ງມີສຸຂະພາບແຂງແຮງ ພ້ອມກັນເຮັດສຳເລັດໜ້າທີ່ການເມືອງຂອງຕົນ, ສືບຕໍ່ອອກແຮງແຂ່ງຂັນກັນສ້າງຜົນງານພັດທະນາກົມກອງໃຫ້ມີຄວາມກ້າວໜ້າຂຶ້ນຢ່າງບໍ່ຢຸດຢັ້ງ.
ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ກາງເດືອນ ມັງກອນ 2023 ນີ້, ສະຫາຍ ພົນຈັດຕະວາ ໄພວັນ ຈັນທະພົມມາ ຫົວໜ້າການເມືອງກອງບັນຊາການທະຫານນະຄອນຫຼວງວຽງຈັນ ພ້ອມຄະນະ ໄດ້ນຳເອົາກະຕ່າຂອງຂວັນເຂົ້າອວຍພອນ ສະຫາຍ ພັນເອກ ຟໍວັນທົງ ຫົວໜ້າຫ້ອງການທີ່ປຶກສາທູດປ້ອງກັນຊາດ ສສ ຫວຽດນາມ ປະຈຳ ສປປລາວ ເນື່ອງໃນວັນບຸນປີໃໝ່ຫວຽດນາມ ແລະ ສະຫາຍ ພົນຈັດຕະວາ ບຸນມາ ວົງດາລາແສນ ຫົວໜ້າການທະຫານກອງບັນຊາການທະຫານແຂວງວຽງຈັນພ້ອມຄະນະ ໄດ້ເຂົ້າອວຍພອນຄະນະກອງບັນຊາການທະຫານເຂດ 4, ບໍລິສັດໂກເອັກໂກ, ກອງບັນຊາການທະຫານແຂວງເຫງະອານ ສສ ຫວຽດນາມ ໃນໂອກາດບຸນປີໃໝ່
(ເຕັດຫວຽດ) ເຊັນດຽວກັນ.

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ