ເຜີຍແຜ່ເຊື່ອມຊຶມເອກະສານ ຜົນສຳເລັດ ກອງປະຊຸມວຽກງານກໍ່ສ້າງຮາກຖານການເມືອງ
ເວລາອອກຂ່າວ: 2023-01-31 09:12:31 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1181 | ຄວາມນິຍົມ:
ໃນວັນທີ 25 ມັງກອນ 2023 ນີ້, ຄະນະຮັບຜິດຊອບວຽກງານກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານຂອງກະຊວງປ້ອງກັນປະເທດ ໄດ້ລົງເຜີຍແຜ່ເຊື່ອມຊຶມເອກະສານຜົນສຳເລັດກອງປະຊຸມວຽກງານກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດຮອບດ້ານແກ້ໄຂຄວາມທຸກຍາກ ຕິດພັນກັບວຽກງານ 3 ສ້າງ ໃຫ້ບັນດາກົມກອງເຂດພາກກາງ ໂດຍກອງບັນຊາການທະຫານແຂວງຄຳມ່ວນເປັນເຈົ້າພາບ ເຊິ່ງໄດ້ຈັດຂຶ້ນຢູ່ທີ່ສະໂມສອນກອງບັນຊາການທະຫານເມືອງທ່າແຂກ ໂດຍການເຂົ້າຮ່ວມເປັນປະທານ ແລະ ເຜີຍແຜ່ເອກະສານຂອງ ສະຫາຍ ພົນຈັດຕະວາ ບົວໄລ ພົມມະວົງ ຫົວໜ້າກົມກໍ່ສ້າງຮາກຖານກົມໃຫຍ່ການເມືອງກອງທັບ, ມີຄະນະພັກ - ຄະນະບັນຊາ ກອງບັນຊາການທະຫານແຂວງຄຳມ່ວນ, ບໍລິຄຳໄຊ, ສະຫວັນນະເຂດ, ກອງພົນທີ 4, ກອງພັນໃຫຍ່ 644, ກອງພັນໃຫຍ່ 642 ຕະຫຼອດຮອດພະນັກງານຫຼັກແຫຼ່ງກອງບັນຊາການທະຫານເມືອງ ກົມກອງອ້ອມຂ້າງເຂົ້າຮ່ວມ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ບົວໄລ ກໍໄດ້ຍົກໃຫ້ເຫັນຜົນສຳເລັດກອງປະຊຸມວຽກງານກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດຮອບດ້ານແກ້ໄຂຄວາມທຸກຍາກ ຕິດພັນກັບວຽກງານ 3 ສ້າງຂອງສູນກາງທົ່ວປະເທດ ແຕ່ປີ 2016-2021. ໂດຍສະເພາະເນື້ອໃນສຳຄັນຕົ້ນຕໍ ແລະ ວຽກງານຈຸດສຸມທີ່ຕ້ອງໄດ້ເອົາໃຈໃສ່ນຳພາຊີ້ນຳໃນແຕ່ລະຂົງເຂດວຽກງານຕາມຄວາມຮັບຜິດຊອບ ແລະ ຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງໃນຊຸມປີຕໍ່ໜ້າ ຕິດພັນກັບການເສີມຂະຫຍາຍຄວາມເປັນເຈົ້າການຂອງຕົນ. ທັງນີ້ກໍ່ເພື່ອແນ່ໃສ່ໃຫ້ບັນດາສະຫາຍທີ່ເຂົ້າຮ່ວມຮັບຟັງເອກະສານໃນຄັ້ງນີ້ ມີຄວາມຮັບຮູ້ເຂົ້າໃຈແຈ້ງ ແລະ ກຳແໜ້ນຕໍ່ບັນຫາເນື້ອໃນຈິດໃຈຂອງກອງປະຊຸມວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນາຊົນນະບົດຮອບດ້ານ ແລະ ວຽກງານ 3 ສ້າງຂອງສູນກາງ. ພ້ອມທັງນຳໄປຈັດຕັ້ງຜັນຂະຫຍາຍເນື້ອໃນດັ່ງກ່າວໃຫ້ເປັນແຜນງານ, ແທດເໝາະກັບໜ້າທີ່ວຽກງານຂອງກົມກອງ ສຳເລັດຕາມລຳດັບຄາດໝາຍ, ສຳລັບວຽກງານກໍ່ສ້າງຮາກຖານການເມືອງໃນກຳລັງ ປກຊ-ປກສ ໄປພ້ອມກັບວຽກງານສ້າງພັກ-ພະນັກງານ-ນັກຮົບ ຍັງຕ້ອງຕິດພັນການການສຶກສາອົບຮົມມູນເຊື້ອອັນສະຫງ່າອົງອາດກ້າແກ່ນຂອງພັກ ແລະ ກຳລັງປະກອບອາວຸດ, ເອົາໃຈໃສ່ແບ່ງຂັ້ນຄຸ້ມຄອງລະຫວ່າງສູນກາງ ແລະ ທ້ອງຖິ່ນໃຫ້ຈະແຈ້ງ, ສືບຕໍ່ຄົ້ນຄວ້າບັນດາເນື້ອໃນ ແລະ ການຈັດຕັ້ງຂອງວຽກງານກໍ່ສ້າງຮາກຖານການເມືອງ, ວຽກງານພັດທະນາຊົນນະບົດ ກໍຄືວຽກງານ 3 ສ້າງ ຢູ່ຂັ້ນທ້ອງຖິ່ນ-ຮາກຖານໃຫ້ມີຄວາມເຂັ້ມແຂງ, ສາມາດປະຕິບັດພາລະບົດບາດ, ໜ້າທີ່ການປົກຄອງ ແລະ ຄຸ້ມຄອງບໍລິຫານຕາມກົດໝາຍໃຫ້ມີຄວາມສັກສິດ.
ໂອກາດນີ້, ສະຫາຍຍັງໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາທຸກຂັ້ນໃນກົມກອງກຳລັງຫຼວງ-ກຳລັງທ້ອງຖິ່ນ ຈົ່ງພ້ອມກັນເຊີດຊູມານະຈິດປະຕິວັດ, ປັບປຸງຕົນເອງຢ່າງຮອບດ້ານ ແລະ ສູ້ຊົນບຸກບືນ, ເຮັດແທ້ທຳຈິງ ແລະ ມີຄວາມຮັບຜິດຊອບວຽກງານຕົວຈິງ ໃນການປັບປຸງວຽກງານກໍ່ສ້າງຮາກຖານການເມືອງ, ວຽກງານພັດທະນາຊົນນະບົດຮອບດ້ານ ແກ້ໄຂຄວາມທຸກຍາກ ໂດຍຕິດພັນກັບວຽກງານ 3 ສ້າງຂອງສູນກາງ ໄດ້ຮັບການຈັດຕັ້ງປະຕິບັດໃຫ້ເປັນຂະບວນການຢ່າງແຂງແຮງ-ກວ້າງຂວາງ ແລະ ເກີດດອກອອກຜົນ.
ໂດຍ : ວິໄລວອນ ພົມມະວົງສາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ