ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

​ເຜີຍແຜ່​ເຊື່ອມ​ຊຶມ​ເອກະສານ ຜົນສຳເລັດ​ ກອງ​ປະຊຸມ​ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ການເມືອງ
ເວລາອອກຂ່າວ: 2023-01-31 09:12:31 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1171 | ຄວາມນິຍົມ:



ໃນ​ວັນ​ທີ 25 ມັງກອນ 2023 ນີ້, ຄະນະ​ຮັບຜິດຊອບ​ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ການເມືອງ​ພັດທະນາ​ຊົນນະບົດ​ຮອບດ້ານ​ຂອງ​ກະຊວງ​ປ້ອງ​ກັນ​ປະເທດ ໄດ້​ລົງ​ເຜີຍແຜ່​ເຊື່ອມ​ຊຶມ​ເອກະສານ​ຜົນສຳເລັດ​ກອງ​ປະຊຸມ​ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ການເມືອງ-ພັດທະນາ​ຊົນນະບົດ​ຮອບດ້ານແກ້​ໄຂ​ຄວາມທຸກ​ຍາກ ຕິດ​ພັນ​ກັບ​ວຽກ​ງານ 3 ສ້າງ ໃຫ້​ບັນດາ​ກົມ​ກອງ​ເຂດ​ພາກ​ກາງ ໂດຍ​ກອງ​ບັນຊາ​ການ​ທະຫານ​ແຂວງ​ຄຳ​ມ່ວນ​ເປັນ​ເຈົ້າພາບ ເຊິ່ງ​ໄດ້​ຈັດ​ຂຶ້ນ​ຢູ່​ທີ່​ສະໂມສອນ​ກອງ​ບັນຊາ​ການ​ທະຫານ​ເມືອງ​ທ່າ​ແຂກ ໂດຍ​ການ​ເຂົ້າ​ຮ່ວມ​ເປັນ​ປະທານ ແລະ ເຜີຍແຜ່​ເອກະສານ​ຂອງ ​ສະຫາຍ ພົນ​ຈັດຕະວາ ບົວ​ໄລ ພົມ​ມະ​ວົງ​ ຫົວໜ້າ​ກົມ​ກໍ່ສ້າງ​ຮາກ​ຖານ​ກົມ​ໃຫຍ່​ການເມືອງ​ກອງທັບ, ມີ​ຄະນະ​ພັກ - ຄະນະ​ບັນຊາ ກອງ​ບັນຊາ​ການ​ທະຫານ​ແຂວງ​ຄຳ​ມ່ວນ, ບໍ​ລິ​ຄຳ​ໄຊ, ສະຫວັນ​ນະ​ເຂດ, ກອງ​ພົນ​ທີ 4, ກອງພັນ​ໃຫຍ່ 644, ກອງພັນ​ໃຫຍ່ 642 ຕະຫຼອດ​ຮອດ​ພະນັກງານ​ຫຼັກ​ແຫຼ່ງ​ກອງ​ບັນຊາ​ການ​ທະຫານ​ເມືອງ ກົມ​ກອງ​ອ້ອມ​ຂ້າງ​​ເຂົ້າ​ຮ່ວມ. ໂອກາດ​ນີ້, ສະຫາຍ ພົນ​ຈັດຕະວາ ບົວ​ໄລ ກໍໄດ້​ຍົກໃຫ້ເຫັນ​ຜົນສຳເລັດ​ກອງ​ປະຊຸມ​ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ການເມືອງ-ພັດທະນາ​ຊົນນະບົດ​ຮອບດ້ານແກ້​ໄຂ​ຄວາມທຸກ​ຍາກ ຕິດ​ພັນ​ກັບ​ວຽກ​ງານ 3 ສ້າງ​ຂອງ​ສູນ​ກາງ​ທົ່ວ​ປະເທດ ແຕ່​ປີ 2016-2021. ໂດຍ​ສະເພາະ​ເນື້ອ​ໃນ​ສຳຄັນ​ຕົ້ນຕໍ ແລະ ວຽກ​ງານ​ຈຸດ​ສຸມ​ທີ່​ຕ້ອງ​ໄດ້​ເອົາໃຈໃສ່​ນຳພາ​ຊີ້​ນຳ​ໃນ​ແຕ່​ລະ​ຂົງເຂດ​ວຽກ​ງານ​ຕາມ​ຄວາມ​ຮັບຜິດຊອບ ແລະ ຈັດ​ຕັ້ງ​ປະຕິບັດ​ໃຫ້​ປະກົດ​ຜົນ​ເປັນ​ຈິງ​ໃນ​ຊຸມ​ປີ​ຕໍ່ໜ້າ ຕິດ​ພັນ​ກັບ​ການ​ເສີມ​ຂະຫຍາຍ​ຄວາມ​ເປັນ​ເຈົ້າ​ການ​ຂອງ​ຕົນ. ທັງ​ນີ້​ກໍ່​ເພື່ອ​ແນ່​ໃສ່​ໃຫ້​ບັນດາ​ສະຫາຍ​ທີ່​ເຂົ້າ​ຮ່ວມ​ຮັບ​ຟັງ​ເອກະສານ​ໃນ​ຄັ້ງ​ນີ້ ມີ​ຄວາມ​ຮັບ​ຮູ້ເຂົ້າໃຈ​ແຈ້ງ ແລະ ກຳ​ແໜ້ນ​ຕໍ່​ບັນຫາ​ເນື້ອ​ໃນ​ຈິດໃຈ​ຂອງ​ກອງ​ປະຊຸມ​ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ການເມືອງ ຕິດ​ພັນ​ກັບ​ວຽກ​ງານ​ພັດທະນາ​ຊົນນະບົດ​ຮອບດ້ານ ແລະ ວຽກ​ງານ 3 ສ້າງ​ຂອງ​ສູນ​ກາງ. ພ້ອມ​ທັງ​ນຳໄປ​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ເນື້ອ​ໃນ​ດັ່ງກ່າວ​ໃຫ້​ເປັນ​ແຜນ​ງານ, ແທດເໝາະ​ກັບ​ໜ້າທີ່​ວຽກ​ງານ​ຂອງ​ກົມ​ກອງ ສຳເລັດ​ຕາມ​ລຳດັບ​ຄາດໝາຍ, ສຳລັບ​ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ການເມືອງ​ໃນ​ກຳລັງ ​ປກຊ-​ປກສ ໄປພ້ອມ​ກັບ​ວຽກ​ງານ​ສ້າງ​ພັກ-ພະນັກງານ-ນັກຮົບ ຍັງ​ຕ້ອງ​ຕິດ​ພັນ​ການ​ການ​ສຶກ​ສາ​ອົບຮົມ​ມູນເຊື້ອ​ອັນ​ສະຫງ່າ​ອົງອາດ​ກ້າແກ່ນ​ຂອງ​ພັກ ແລະ ກຳລັງ​ປະກອບ​ອາວຸດ, ເອົາໃຈໃສ່​ແບ່ງ​ຂັ້ນ​ຄຸ້ມ​ຄອງ​ລະຫວ່າງ​ສູນ​ກາງ ແລະ ທ້ອງຖິ່ນ​ໃຫ້​ຈະແຈ້ງ, ສືບຕໍ່​ຄົ້ນຄວ້າ​ບັນດາ​ເນື້ອ​ໃນ ແລະ ການຈັດຕັ້ງ​ຂອງ​ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ການເມືອງ, ວຽກ​ງານ​ພັດທະນາ​ຊົນນະບົດ​ ກໍຄື​ວຽກ​ງານ 3 ສ້າງ ຢູ່​ຂັ້ນ​ທ້ອງຖິ່ນ-ຮາກ​ຖານໃຫ້​ມີ​ຄວາມ​ເຂັ້ມແຂງ, ສາມາດ​ປະຕິບັດ​ພາລະ​ບົດບາດ, ໜ້າທີ່​ການ​ປົກຄອງ ແລະ ຄຸ້ມ​ຄອງ​ບໍລິຫານ​ຕາມ​ກົດໝາຍ​ໃຫ້​ມີ​ຄວາມ​ສັກສິດ. ໂອກາດ​ນີ້, ສະຫາຍ​ຍັງ​ໄດ້​ເນັ້ນ​ໜັກ​ໃຫ້​ຄະນະ​ພັກ-ຄະນະ​ບັນຊາ​ທຸກ​ຂັ້ນ​ໃນ​ກົມ​ກອງ​ກຳລັງ​ຫຼວງ-ກຳລັງ​ທ້ອງຖິ່ນ ຈົ່ງ​ພ້ອມ​ກັນ​ເຊີດ​ຊູ​ມານະ​ຈິດ​ປະຕິວັດ, ປັບປຸງ​ຕົນ​ເອງ​ຢ່າງຮອບດ້ານ ແລະ ສູ້​ຊົນ​ບຸກ​ບືນ, ເຮັດ​ແທ້​ທຳ​ຈິງ ແລະ ມີ​ຄວາມ​ຮັບຜິດຊອບ​ວຽກ​ງານ​ຕົວ​ຈິງ ໃນ​ການ​ປັບປຸງ​ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ການເມືອງ, ວຽກ​ງານ​ພັດທະນາ​ຊົນນະບົດ​ຮອບດ້ານ ແກ້​ໄຂ​ຄວາມທຸກ​ຍາກ ໂດຍ​ຕິດ​ພັນ​ກັບ​ວຽກ​ງານ 3 ສ້າງ​ຂອງ​ສູນ​ກາງ ໄດ້​ຮັບ​ການຈັດຕັ້ງ​ປະຕິບັດ​ໃຫ້​ເປັນ​ຂະ​ບວນ​ການ​ຢ່າງ​ແຂງແຮງ-ກວ້າງຂວາງ ແລະ ເກີດ​ດອກ​ອອກ​ຜົນ. ໂດຍ : ວິໄລ​ວອນ ພົມ​ມະ​ວົງສາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ