ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກົມພົວພັນຕ່າງປະເທດ ສະຫຼຸບວຽກງານການນໍາພາ ປະຈໍາປີ 2022
ເວລາອອກຂ່າວ: 2023-01-30 09:41:28 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 380 | ຄວາມນິຍົມ:



ກອງ​ປະຊຸມ​ສະຫຼຸບ​ວຽກ​ງານ ​ການ​ນຳພາ​ຂອງ​ຄະນະ​ພັກ-ຄະ ນະ​ບັນຊາ​ກົມ​ພົວພັນ​ຕ່າງປະເທດ​ປະຈຳ​ປີ 2022 ແລະ ວາງ​ທິດ​ທາງ​ແຜນການ​ນຳພາ​ ປະຈຳປີ 2023 ໄດ້​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 27 ມັງກອນ 2023 ນີ້, ໂດຍ ​ການ​ເປັນ​ປະທານ​ຂອງ ສະຫາຍ ພົນ​ຕີ ສາຍໃຈ​ ກົມ​ມະ​ສິດ ກຳ ມະການ​ຄະນະ​ພັກ​ກະຊວງ ຫົວ ໜ້າ​ຫ້ອງ​ວ່າການ​ກະຊວງ​ປ້ອງ​ ກັນ​ປະເທດ, ມີ​ພົນ​ຈັດຕະວາ ບຸນ​ເດື່ອງ ພັນ​ສົດໃສ ຫົວໜ້າ​ກົມ​ພົວພັນ​ຕ່າງປະເທດ ພ້ອມ​ດ້ວຍ ພະນັກງານ​ຫຼັກ​ແຫຼ່ງ​ພາຍ​ໃນ​ກົມ​ກອງ​ເຂົ້າ​ຮ່ວມ. ສະຫາຍ ພັນ​ເອກ ໂສ​ວັດ ສັນ ຕິ​ສຸກ ຮອງ​ຫົວໜ້າ​ກົມ​ພົວພັນ​ຕ່າງປະເທດ ໄດ້​ຂຶ້ນ​ຜ່ານບົດ​ສະ ຫຼຸບ​ການ​ນຳພາ​ຂອງ​ຄະນະ​ພັກ-ຄະນະ​ບັນຊາ​ຂອງ​ກົມ​ພົວພັນ​ຕ່າງ ປະເທດ, ໂດຍ​ຄະນະ​ກົມ​ພົວພັນ​ຕ່າງປະເທດ ໄດ້​ຖື​ເອົາ​ການ​ຊີ້​ນຳ- ນຳພາ ແລະ ສຶກ​ສາ​ອົບຮົມ​ແນວ​ຄິດ​ການເມືອງ​ໃຫ້​ສະມາຊິກ​ພັກ ແລະ ນັກຮົບ​ຂອງ​ຕົນ​ ເປັນ​ປົກກະ ຕິ, ຖື​ເອົາ​ກອງ​ປະຊຸມ​ໜ່ວຍ​ພັກ, ກອງ​ປະຊຸມດຳເນີນ​ຊີວິດ​ການ ເມືອງ​ປະຈຳ​ເດືອນ ເປັນ​ການ​ສຶກ​ສາ​ອົບຮົມ​ການເມືອງ-ແນວ​ຄິດ ໃຫ້​ສະມາຊິກ​ພັກ, ຊຸກຍູ້​ສະມາຊິກ​ພັກ​ທຸກ​ສະຫາຍ, ເຊື່ອມ​ຊຶມ​​ແນວ​ທາງ​ນະໂຍບາຍ​ຂອງ​ພັກ, ມະຕິ, ຄຳ​ສັ່ງ, ຂໍ້​ກຳນົດ, ກົດ​ລະບຽບ​ຂອງ​ພັກ, ກົດໝາຍ​ຂອງ​ລັດ ແລະ ກອງທັບ ເຊິ່ງ​ເຮັດ​ໃຫ້​ສະມາຊິກ​ພັກ​ທຸກ​ສະຫາຍ​ມີ​ຄວາມ​ຮັບ​ຮູ້, ເຂົ້າໃຈ ແລະ ມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ການ​ນຳພາ​ຂອງ​ພັກ-ລັດ ກໍຄື​ການຈັດຕັ້ງ​ທຸກ​ຂຶ້ນ, ມີ​​ແນວ​ຄິດ​ອຸ່ນ​ອຽນ​ທຸ່ນ​ທ່ຽງ, ມີ​ຄຸນ​ທາດ​ການເມືອງ, ມີ​ຄຸນສົມບັດ ສິນ​ທຳ​ປະຕິວັດ, ມີ​ຄວາມ​ຈົງ​ຮັກ​ພັກດີ​ຕໍ່​ພັກ, ຊາດ ແລະ ກອງທັບ. ຍາມ​ໃດ​ໜ່ວຍ​ພັກ​ ກໍໄດ້​ເອົາໃຈໃສ່​ວຽກ ​ງານ​ບຳລຸງ​ກໍ່ສ້າງ​ພະນັກງານ ດ້ວຍການ​ຊອກ​ຫາແຫຼ່ງ​ທຶນ ເພື່ອ​ ຍົກ​ລະດັບ​ຄວາມ​ຮູ້, ຄວາມ​ສາ ມາດ​ທາງ​ດ້ານ​ທິດ​ສະ​ດີ, ດ້ານ​ວິ ຊາ​ສະເພາະ ແລະ ພາສາ​ຕ່າງ ປະເທດ ຢູ່​ພາຍ​ໃນ ແລະ ຕ່າງປະ ເທດ​ໃຫ້​​ກ່ແກ່​ພະນັກງານ​ພາຍ​ໃນ​ກົມ, ເພື່ອ​ສ້າງ​ພະນັກງານ​ສືບ​ທອດປຽ່ນ​ແທນ​ໄດ້​ຢ່າງ​ຕໍ່​ເນື່ອງ. ໃນ​ປີ 2022 ຜ່ານ​ມາ, ໄດ້​ສົ່ງ​ພະ ນັກງານ​ໄປ​ຮຽນ ແລະ ເຝິກ​ອົບ ຮົມ ຢູ່​ພາຍ​ໃນ 10 ສະຫາຍ ແລະ ຕ່າງປະເທດ 04 ສະຫາຍ, ໜ່ວຍ​ພັກ​ໄດ້​ຕີ​ລາຄາ​ແບ່ງ​ຄຸນ​ນະ​ພາບ​ແບບ​ສະມາຊິກ​ພັກ ແລະ ໜ່ວຍ​ພັກ​ຄື: ມີ​ສະມາຊິກ​ພັກ​ແຂງ​ຈຳ ນວນ 58 ສະຫາຍ ເທົ່າ​ກັບ 98.4%, ກາງ 01 ສະຫາຍ ເທົ່າ​ກັບ 1.6%, ໜ່ວຍ​ພັກ 98% ຈັດ​ເປັນ​ໜ່ວຍ​ພັກ​ແຂງ, ໜ່ວຍ​ພັກ​ກົມ​ພົວພັນ​ຕ່າງປະເທດ ໄດ້​ຮັບຮອງ​ເປັນ​ໜ່ວຍ​ປອດ​ໃສ ເຂັ້ມ​​ແຂງ ໜັກ​​ນແໜ້ນ ປະຈຳ​ປິ 2022. ສຳລັບ​ທິດ​ທາງ​ແຜນການ​ປີ 2023 ຄະນະ​ພັກ-ຄະນະ​ບັນຊາ​ກົມ​ພົວພັນ​ຕ່າງປະເທດ ​ຈະສືບຕໍ່ ນຳພາ​ໜ່ວຍ​ພັກ, ສະມາຊິກ​ພັກ ແລະ ນັກຮົບ ສຸມ​ໃສ່​ຄົ້ນຄວ້າ​ຮ່ຳ ຮຽນ, ເຊື່ອມ​ຊຶມ​ແນວທາງ​ນະ ໂຍບາຍ, ມະຕິ​ຄຳ​ສັ່ງ, ຂໍ້​ກຳນົດ, ກົດ​ລະບຽບ​ຂອງ​ພັກ-ກົດໝາຍ​ຂອງ​ລັດ ແລະ ລະບຽບ​ການ​ຕ່າງໆ​ຂອງ​ກອງທັບ ໂດຍ​ສະ ເພາະ​ມະຕິ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ​ສະໄໝ​ທີ XI ແລະ ມະຕິ​ກອງ ​ປະຊຸມ​ໃຫຍ່ ຄັ້ງ​ທີ V ຂອງ​ອົງ ຄະ​ນະ​ພັກ​ກະຊວງ​ປ້ອງ​ກັນ​ປະ ເທດ. ຫັນ​ເອົາ​ແນວທາງ​ນະໂຍ ບາຍ​ຂອງ​ພັກ, ມະຕິ​ຄຳ​ສັ່ງ​ຂັ້ນ​ເທິງ ໃຫ້​ເປັນ​ແຜນການ​ຂອງ​ໜ່ວຍ ​ພັກ​ໃຫ້​ສອດຄ່ອງ​ກັບ​ໜ້າທີ່​ການ ເມືອງ​ຂອງ​ກົມ​ກອງ, ພ້ອມ​ຊີ້​ນຳ-ນຳພາ​ຈັດ​ຕັ້ງ​ປະຕິບັດ​ຕົວ​ຈິງ​ ໃຫ້​ມີ​ຜົນສຳເລັດ ແລະ ມີ​ປະ​ສິດທິ​ພາຍ​ສູງ, ຢຶດ​ໝັ້ນ ແລະ ປະຕິບັດ​ຢ່າງ​ເຂັ້ມ​ງວດ​ໃນ 5 ຫຼັກການ 3 ທິດ​ນຳ​ໃນ​ການ​ປັບປຸງ​ກໍ່ສ້າງ​ພັກ. ເພີ່ມ​ທະວີ​ຄວາມ​ຮັບຜິດຊອບນຳ ພາ​ການ​ດຳເນີນ​ຊີວິດ​ການເມືອງ, ປະຕິບັດ​ຫຼັກການ​ລວມ​ສູນ ​ປະ ຊາທິປະໄຕ ແລະ ເພີ່ມ​ທະວີ​ຄວາມ​ສາມັກຄີ ເປັນ​ເອກະ​ພາບ​ພາຍ​ໃນ. ກຳນົດ​ແຜນການ ເຄື່ອນ​ໄຫວ​ຂອງ​ ໜ່ວຍ​ພັກແຕ່​ລະ​ໄລຍະ, ເອົາໃຈ ໃສ່​ກວດກາ, ສະຫຼຸບ​ຖອດ​ຖອນ​ບົດຮຽນ ປະຕິບັດ​ລະບອບ​ສ່ອງ​​ແສງ ໃຫ້​ຄະນະ​ພັກ​ຂັ້ນ​ເທິງ​ຢ່າງ​ເປັນ​ປົກກະຕິ. ເອົາໃຈໃສ່​ຊີ້​ນຳ-ນຳ ພາ ການ​ປະຕິບັດ​ກົດ​ລະບຽບ​ຢ່າງ​ ເຂັ້ມ​ງວດ, ສຶກ​ສາ​ອົບຮົມ​ເພື່ອ​ປ້ອງ​ກັນ​ສະມາຊິກ​ພັກ ໃຫ້​ເປັນ​ປົກກະຕິ ແລະ ເດັດຂາດ​ບໍ່​ໃຫ້​ມີ​ສະມາຊິກ​ພັກ​ອ່ອນ​​ແອ ແລະ ເສຍ​ທາດ​ຂາດ​ຄຸນ. ໂດຍ: ນ. ວິໄລ​ພອນ ສອນ​ມະນີ​ລາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ