ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກົມຂົນສົ່ງ ສ້າງຂະບວນການແຂ່ງຂັນ ວຽກງານວິຊາສະເພາະຂົນສົ່ງ
ເວລາອອກຂ່າວ: 2023-01-30 09:40:51 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 336 | ຄວາມນິຍົມ:



ວັນ​ທີ 18 ມັງກອນ 2023 ນີ້, ກົມ​ຂົນສົ່ງ​ກົມ​ໃຫຍ່​ພະລາທິ ການ​ກອງທັບ ໄດ້ສ້າງ​ຂະ​ບວນ​ການ​ແຂ່ງຂັນ​ວຽກ​ງານ​ວິຊາ​ສະ ເພາະ​ຂົນສົ່ງ​ຂຶ້ນ ຢູ່​ທີ່​ເດີນ​ກິລາ​ກອງພັນ​ຂົນສົ່ງ 401 ກອງທັບ ໂດຍ​ການ​ເປັນ​ປະທານ​ຂອງ​ສະ ຫາຍ ພົນ​ຈັດຕະວາ ບຸນ​ຍົງ ວົງ​ພົມ ຫົວໜ້າ​ກົມ​ຂົນສົ່ງ ກົມ​ໃຫຍ່​ພະລາທິການ​ກອງທັບ ມີ​ຄະນະ​ກົມ, ພະນັກງານ​ວິຊາ​ການ​ພາຍ​ໃນ​ກົມ​ຂົນສົ່ງ, ບັນດາ​ຄະນະ​ພັກ, ຄະນະ​ບັນຊາ​ກອງພັນ​ຂົນ ສົ່ງ 401, 402 ແລະ 403 ກອງທັບ ພ້ອມ​ດ້ວຍ ນັກ​ຂັບ​ຂີ່​ 3 ກອງພັນ​ຂົນສົ່ງ ​ເຂົ້າ​ຮ່ວມ. ການ​ສ້າງ​ຂະ​ບວນ​ການ​ແຂ່ງຂັນ ຂັນ​ວຽກ​ງານ​ວິຊາ​ສະເພາະ​ຂົນສົ່ງ​ຄັ້ງ​ນີ້ ແມ່ນ​ເພື່ອ​ສ້າງ​ຂະ​ບວນ​ການ​ຂ່ຳນັບ​ຮັບ​ຕ້ອນ​ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 74 ປີ (20 ມັງກອນ 1949-20 ມັງກອນ 2023) ໃຫ້ ເປັນ​ຂະ​ບວນ​ການ​ຟົດຟື້ນ​ມ່ວນ ຊື່ນ. ທັງ​ນີ້, ​ກໍເພື່ອ​ເປັນ​ການ​ສ້າງ​ຄວາມ​ສາມັກຄີ​ພາຍ​ໃນ​ເຫຼົ່າ​ຮົບ​ນັກ​ຂັບ​ຂີ່​ໃຫ້​ແໜ້ນ​ແຟ້ນ, ມີ​ປະສົບ​ການ, ມີ​ຄວາມ​ຮູ້, ຄວາມ​ສາມາດ​ທາງ​ດ້ານ​ລະບຽບ​ຫຼັກການ ແລະ ເຕັກນິກ​ຂອງ​ນັກ​ຂັບ​ຂີ່​ທີ່​ເກັ່ງ, ມີ​ທັດ​ສະໄຫວ​ພິບ, ຄວາມ​ຄ່ອງ​ແຄ້ວ, ຄວາມ​ຊາ​ນິ​ຊຳນານ​ໃນ​ການ​ນຳ​ໃຊ້​ພາຫະນະ​ຂົນສົ່ງ​ໃຫ້​ຮັບປະກັນ​ໄດ້​ການ​ຂົນສົ່ງ​ເຖິງ​ຈຸດໝາຍ​ດ້ວຍ​ຄວາມ​ວ່ອງໄວ ແລະ ຄວາມ​ປອດ​ໄພ 100%. ເຊິ່ງ​ການ​ແຂ່ງຂັນ​ວຽກ​ງານ​ວິຊາ​ສະເພາະ​ຂົນສົ່ງ​ຄັ້ງ​ນີ້ ມີ​ນັກ​ຂັບ​ຂີ່​ເຂົ້າ​ຮ່ວມ​ແຂ່ງຂັນ​ທັງ​ໝົດ 20 ສະຫາຍ ທີ່​ມາ​ຈາກ 3 ກອງພັນ​ຂົນສົ່ງ​ກອງທັບ ແລະ ມີ 2 ລາຍການ​ແຂ່ງຂັນ​ຄື: ການ​ຂັບ​ຂີ່​ເກັ່ງ ແລະ ການ​ມ້າງ​ປະກອບ​ເຕັກນິກ​ເຄື່ອງ​ລົດ​ຂັ້ນ​ພື້ນຖານ​ເກັ່ງ, ຜ່ານ​ການ​ແຂ່ງຂັນ​ຕົວ​ຈິງ​ສາມາດ​ຈັດ​ປະເພດ​ນັກ​ຂັບ​ຂີ່​ເກັ່ງ ແລະ ມ້າງ​ປະກອບ​ເຕັກນິກ​ເຄື່ອງ​ລົດ​ຂັ້ນ​ພື້ນຖານ​ເກັ່ງ​ປະເພດ1 ແມ່ນ​ຂັບ​ຂີ່​ກອງພັນ​ຂົນສົ່ງ 402 ກອງທັບ, ປະເພດ 3 ແມ່ນ​ນັກ​ຂີ່​ກອງພັນ​ຂົນສົ່ງ 403 ກອງທັບ ແລະ ປະເພດ 3 ແມ່ນ​ນັກ​ຂັບ​ຂີ່​ກອງພັນ​ຂົນສົ່ງ 401 ກອງທັບ. ການ​ແຂ່ງຂັນ​ໄດ້​ເນີນ​ໄປ​ຢ່າງ​ເປັນ​ຂະ​ບວນ​ການ​ຟົດຟື້ນ​ມ່ວນຊື່ນ. ໂດຍ: ຄຳ​ໄພ​ວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ