ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ວິທະຍາຄານ​ການ​ແພດ​ກອງທັບ ເຝິກຊ້ອມ​ໃຫຍ່ ວິຊາ​ບັນຊາ​ເສນາ​ຮັກ​ພາກ​ສົງຄາມ​ໃຫ້​ນັກ​ສຶກ​ສາ
ເວລາອອກຂ່າວ: 2023-01-30 09:38:01 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 184 | ຄວາມນິຍົມ:



ວັນ​ທີ 25 ມັງກອນ 2023 ນີ້, ວິທະຍາຄານ​ການ​ແພດ​ກອງ ທັບ ໄດ້​ຈັດ​ເຝິກຊ້ອມ​ໃຫຍ່ ວິຊາ ບັນຊາ​ເສນາ​ຮັກ​ພາກ​ສົງຄາມ ​ໃຫ້​ແກ່​ນັກ​ສຶກ​ສາ ແພດ​ປະລິນ ຍາ​ຕີ ຊຸດ​ທີ 4 ຢູ່​ທີ່​ສະໜາມ​ເຝິກ ຊ້ອມ ບ້ານ​ທ່າ​ດິນ​ແດງ ເມືອງ​ໄຊ​ທານີ ນະຄອນຫຼວງ​ວຽງ​ຈັນ ໂດຍ​ການ​ເຂົ້າ​ຮ່ວມ​ຂອງ ສະຫາຍ ພົນ​ຈັດຕະວາ ບົວ​ສິງ ອິນ​ທະ​ວົງ ຮອງ​ ຫົວໜ້າ​ກົມ​ໃຫຍ່​ພະລາທິການ​ກອງທັບ, ມີ​ບັນດາ​ສະຫາຍ​ຄະ ນະ​ພັກ-ຄະນະ​ອຳນວຍ​ການ ວິ ທະຍາຄານ​ການ​ແພດ​ກອງທັບ, ແຂກ​ທີ່​ຖືກ​ເຊີນ, ພະນັກງານ​ຄູ-ອາຈານ ແລະ ນັກ​ສຶກ​ສາ​ເຂົ້າ​ຮ່ວມ. ສະຫາຍ ພັນ​ເອກ ​ປອ ຈັນ​ສະ ໝອນ ມະຫາວົງ ຫົວໜ້າ​ການ​ທະຫານ ວິທະຍາຄານ​ການ​ແພດ​ກອງທັບ​ໄດ້​ກ່າວ​ວ່າ: ການຈັດຕັ້ງ​ເຝິກຊ້ອມ​ໃນ​ຄັ້ງ​ນີ້, ຈັດ​ຂຶ້ນ​ໂດຍ​ປະຕິບັດ​ຕາມ​ຫຼັກສູດ​ອົບຮົມ​ການ ​ແພດ​ທະຫານ​ຂັ້ນ​ປະລິນຍາ​ຕີ ແລະ ຫຼັກສູດ​ບຳລຸງ​ບັນຊາ​ເສນາ​ຮັກ ຂັ້ນ​ກອງພັນ​ໃຫຍ່ ຂອງ​ວິທະ ຍາຄານ​ການ​ແພດ​ກອງທັບ ແນ ໃສ່​ສ້າງ​ແບບແຜນ​ຈັດ​ຕັ້ງ ແລະ ບັນຊາ​ກຳລັງ​ເສນາ​ຮັກ ໃຫ້​ມີ​ ຄວາມ​ເປັນ​ເອກະ​ພາບ ບົນ​ພື້ນ ຖານ​ວິທະຍາສາດ​ການ​ທະຫານ ແລະ ວິທະຍາສາດ​ການ​ແພດ, ຈັດ​ຕັ້ງ​ການ​ຮ່ຳຮຽນ​ທິດ​ສະ​ດີ ແລະ ການ​ຫັດ​ແອບ​ທັງ​ພາກ​ສະ ໜາມ​ຕົວ​ຈິງ, ເນື້ອ​ໃນ​ຂອງ​ການ​ຫັດ​ແອບ​ແມ່ນ​ການ​ຜັນ​ຂະຫຍາຍ​ຮູບ​ແຖວ, ການ​ກອບ​ກູ້​ປິ່ນປົວ​ຕາມ​ ບັນ​ໃດ​ກອບ​ກູ້​ປິ່ນປົວ​ຂັ້ນ​ຍຸດ​ທະ​ສາດ-ຍຸດທະວິທີ ເຊິ່ງ​ລວມ​ມີ 3 ຂັ້ນ​ສະໜາມ​ເສນາ​ຮັກ​ຄື: ຂັ້ນ​ກອງຮ້ອຍ, ຂັ້ນ​ກອງພັນ​ນ້ອຍ ແລະ ຂັ້ນ​ກອງພັນ​ໃຫຍ່, ແນໃສ່​ເຮັດ​ໃຫ້​ນັກ​ສຶກ​ສາມີ​ຄວາມ​ເຂັ້ມ ແຂງ​ທາງ​ດ້ານ​ການ​ແພດ ແລະ ກຽມພ້ອມ​ປະຕິບັດ​ໜ້າທີ່​ໃນ​ທຸກ ​ກໍລະນີ​ທີ່​ຈະ​ເກີດ​ຂຶ້ນ, ພ້ອມ​ທັງ​ ເປັນ​ການ​ຍົກ​ລະດັບ​ຄວາມ​ຮູ້​ ຄວາມ​ສາມາດ ໃຫ້​ມີ​ຄວາມ​ຫ້າວ ຫັນ​ວ່ອງໄວ ແລະ ມີ​ໄຫວ​ພິບ​ຄ່ອງ​ແຄ້ວ ສາມາດ​ນຳໄປ​ໝູນ​ໃຊ້​ເຂົ້າ​ໃນ​ວຽກ​ງານ​ຕົວ​ຈິງ​ໃນ​ສະເພາະ​ໜ້າ ແລະ ຍາວ​ນານ. ໂອກາດ​ນີ້, ສະຫາຍ ພົນ​ຈັດ ຕະວາ ບົວ​ສິງ ອິນ​ທະ​ວົງ ກໍ​ໄດ້​ໂອ້​ລົມ ພ້ອມ​ທັງ​ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ ຕໍ່​ຄະນະ​ພັກ-ຄະ ນະ​ອຳນວຍ​ການ, ພະນັກງານ​ຄູ- ອາຈານ ແລະ ນັກ​ສຶກ​ສາ ທີ່​ໄດ້​ເອົາໃຈໃສ່​ປະຕິບັດ​ໜ້າທີ່​ຂອງ​ຕົນ​ຢ່າງ​ມີ​ຄວາມ​ຮັບຜິດຊອບ​ສູງ, ພ້ອມ​ທັງ​ຮຽກຮ້ອງ​ໃຫ້​ນັກ​ສຶກ​ສາ​ແຕ່​ລະ​ສະຫາຍ ຈົ່ງ​ພ້ອມ​ກັນ​ສືບຕໍ່​ຜັນ​ຂະຫຍາຍ​ບົດຮຽນ​ທີ່​ຄູ-ອາຈານ​ຖ່າຍ​ທອດ​ໃຫ້ ນຳໄປ​ຈັດ​ຕັ້ງ​ປະຕິບັດ​ເຂົ້າ​ໃນ​ວຽກ​ງານ​ຕົວ​ຈິງ​ຂອງ​ກົມ​ກອງ​ຂອງ​ຕົນ​ໃຫ້​ເກີດ​ດອກ​ອອກ​ຜົນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ