ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ເອົາໃຈໃສ່​ປະຕິບັດ​ໜ້າທີ່​ເຮັດ​ໃຫ້​ສະພາບ​ລຽບ​ຕາມ​ຊາຍ​ແດນ​ມີ​ຄວາມ​ສະຫງົບ
ເວລາອອກຂ່າວ: 2023-01-30 09:25:49 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 370 | ຄວາມນິຍົມ:



ຕະຫຼອດ​ໄລຍະ​ຜ່ານ​ມາ, ໂດຍ​ການ​ຊີ້​ນຳ​ຂອງ​ກົມ​ທະຫານ​ຊາຍ​ແດນ ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ກໍ​ຄື: ຄະນະ​ພັກ-ຄະນະ​ບັນຊາ​ ກອງ​ບັນຊາ​ການ​ທະຫານ​ແຂວງ ຫົວພັນ ໃນ​ຂົງເຂດ​ວຽກ​ງານ​ຮັບປະກັນ​ເຮັດ​ໃຫ້​ສະພາບ​ຕາມ​ຊາຍ​ແດນ​ມີ​ຄວາມ​ສະຫງົບ, ກອງຮ້ອຍ​ທະຫານ​ຊາຍ​ແດນ 212 ກໍ​ແມ່ນ​ກົມ​ກອງ​ໜຶ່ງ​ທີ່​ມີ​ພາລະ​ບົດບາດ​ສຳຄັນ​ໃນ​ການ​ຕິດຕາມ​ກວດກາ ​ແລະ ​ປົກ​ປັກ​ຮັກສາ​ບໍລິເວນ​ຊາຍ​ແດນ​ໃຫ້​ມີ​ຄວາມ​ສະຫງົບ. ເຊິ່ງ​ຍາມ​ໃດ​ກໍ​ໄດ້​ຖື​ສຳຄັນ​ວຽກ​ງານ​ແລກປ່ຽນ​ສະພາບ​ກັບ​ກົມ​ກອງ​ເພື່ອນ ​ສສ ຫວຽດນາມ​ເປັນຕົ້ນ​ແມ່ນ ​ກອງ​ບັນຊາ​ການ​ທະຫານ​ຊາຍ​ແດນ​ແຂວງ​ເຊີນ​ລາ ​ສສ ຫວຽດນາມ ເຄື່ອນ​ໄຫວ​ກວດກາ​ລາດຕະເວນ​ເພື່ອ​ສະກັດ​ກັ້ນ​ປະກົດ​ການ​ຫຍໍ້ທໍ້​ທີ່​ຈະ​ເກີດ​ຂຶ້ນ​ຕາມ​ບໍລິເວນ​ຊາຍ​ແດນ​ໃຫ້​ມີ​ຄວມ​ສະຫງົບ. ສະຫາຍ ພັນ​ຕີ ພອນ​ໄຊ ດາວ​ສະຫວັນ ຫົວໜ້າ​ການເມືອງ​ກອງຮ້ອຍ​ທະຫານ​ຊາຍ​ແດນ ໃຫ້​ຮູ້​ວ່າ: ວຽກ​ງານ​ຮັບປະກັນ​ເຮັດ​ໃຫ້​ສະພາບ​ບໍລິເວນ​ຊາຍ​ແດນມີ​ຄວາມ​ສະຫງົບ, ຍາມ​ໃດ​ຄະນະ​ພັກ-ຄະນະ​ບັນຊາ​ໄດ້​ຖື​ເປັນ​ໜ້າທີ່​ການເມືອງ​ຫຼັກ​ຂອງ​ກົມ​ກອງ, ເອົາໃຈ​ສືກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ​ເຮັດ​ໃຫ້​ພະນັກງານ-ສະມາ ຊິກ​ພັກ ແລະ ນັກຮົບ​ມີ​ຄວາມ​ອຸ່ນ​ອຽນ​ທຸ່ນທ່ຽງ​ເຊື່ອ​ໝັ້ນ​ຕໍ່​ການ​ນຳພາ​ຂອງ​ພັກ, ກົດໝາຍ​ຂອງ​ລັດ​ໂດຍ​ສະເພາະ​ແມ່ນ​ແນວທາງ​ການ​ຕ່າງປະເທດ​ຂອງ​ພັກ-ລັດ ໃນ​ການ​ພົວພັນ​ຮ່ວມ​ມື​ກັບ​ປະເທດ​ເພື່ອນ​ມິດ​ຍຸດ​ທະ​ສາດ ແລະ ບັນດາ​ກອງຮ້ອຍ​ທະຫານ​ຊາຍ​ແດນ ​ສສ ຫວຽດນາມ, ເວົ້າສະເພາະດ່ານ 3 ຕາມ​ຊາຍ​ແດນ ​ສສ ຫວຽດນາມ ເຫັນ​ວ່າການ​ປະຕິບັດ​ແນວທາງ​ການ​ຮ່ວມ​ມື​ແລກປ່ຽນ​ຂໍ້​ມູນ​ຂ່າວ ສານ​ຕາມ​ຊາຍ​ແດນ​ມີ​ຄວາມ​ເປັນ​ເອກະ​ພາບ, ມີ​ຄວາມ​ສາມັກຄີ​ເປັນ​ປຶກ​ແຜ່ນ, ພະນັກງານ​ວິຊາ​ການ​ແຕ່​ລະ​ພາກສ່ວນ​ໄດ້​ເປັນ​ເຈົ້າ​ການເຄື່ອນໄຫວ​ປະຕິບັດໜ້າທີ່​ຕາມ​ພາລະ​ບົດບາດ​ຂອງ​ຕົນ​ຢ່າງ​ແຂງແຮງ ແລະ ມີ​ຜົນສຳເລັດ​ທີ່​ໜ້າ​ເພິ່ງ​ພໍໃຈ; ບົນ​ພື້ນຖານ​ຖື​ເອົາ​ແນວທາງ​ການ​ຕ່າງປະເທດ​ຂອງ​ສອງ​ພັກ, ສອງ​ລັດ, ສອງ​ກອງ ທັບ, ເວົ້າ​ສະເພາະ​ແມ່ນ​ສອງ​ກອງ​ບັນຊາ​ການ​ທະຫານ​ແຂວງ​ຫົວພັນ ແລະ ກອງ​ບັນຊາ​ການ​ທະຫານ​ແຂວງ​ເຊີນ​ລາ. ໂດຍ​ລວມ​ແລ້ວ​ເຫັນ​ວ່າ: ທີ່​ຕັ້ງ, ພາລະ​ບົດ ບາດ, ໜ້າທີ່​ການເມືອງ​ຂອງ​ກອງຮ້ອຍ​ທະຫານ​ຊາຍ​ແດນ 212 ສາມາດ ເປັນ​ເສນາ​ທິ​ການ​ຂົງເຂດ​ວຽກ​ງານ​ຊາຍ​ແດນ​ໃຫ້​ກົມ​ທະຫານ​ຊາຍ​ແດນ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ກໍຄື​ກອງ​ບັນຊາ​ການ​ທະຫານ​ແຂວງ​ຫົວພັນ, ເຊິ່ງ​ເວລາ​ໃດ ຄະນະ​ກອງຮ້ອຍກໍ​ຕີ​ລາຄາ​ສູງ​ຕໍ່​ການຈັດຕັ້ງ​ປະຕິບັດ​ໜ້າທີ່​ຄຸ້ມ​ຄອງ, ປ້ອງ​ກັນ​ຊາຍ​ແດນ ໄດ້​ສ້າງ​ຜົນງານ​ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະ ນາ​ປະເທດ​ຊາດ ອັນ​ພົ້ນ​ເດັ່ນ​ແມ່ນ​ຮັບປະກັນ​ເຮັດ​ໃຫ້​ສະພາບ​ຕາມ​ບໍລິເວນ​ຊາຍ​ແດນ​ກົມ​ກອງ​ຮັບຜິດຊອບ​ມີ​ຄວາມ​ສະຫງົບ​ປອດ​ໄພ​ໂດຍ​ພື້ນຖານ ໄດ້​ຖື​ເອົາ 4 ໜ້າທີ່​ໃຫຍ່ 26 ແຜນ​ງານ​ຂອງ​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ​ວາງ​ອອກ​ມາ​ຈັດ​ຕັ້ງ​ຜັນ​ຂະຫຍາຍໃຫ້​ແທດເໝາະ​ກັບ​ໜ້າທີ່​ການເມືອງ ແລະ ວິຊາ​ສະເພາະ​ຂອງ​ຕົນ, ເປັນຕົ້ນ​ການ​ຕິດຕາມ​ກຳ​ແໜ້ນ​ສະພາບ​ພາຍ​ໃນ ແລະ ພາຍ​ນອກ​ຕາມ​ບໍລິເວນ​ຊາຍ​ແດນ, ຫັນ​ເອົາ​ກຳລັງ​ລົງ​ກໍ່ສ້າງ​ຮາກ​ຖານ​ການເມືອງ​ພັດທະນາ​ຊົນນະບົດ​ຮອບດ້ານ​ຕາມ 4 ເນື້ອ​ໃນ 4 ຄາດໝາຍ, ຊີ້​ນຳ​ບັນດໝວດ, ໝູ່ ແລະ ຈຸ ເປັນ​ຫົວໜ່ວຍ​ພື້ນ ຖານ​ໃນ​ການເຄື່ອນໄຫວ​ກວດກາ​ລາດຕະເວນ ແລະ ເກັບ​ກຳ​ຂໍ້​ມູນ​ຂ່າວສານ​ຂອງ​ກຸ່ມ​ຄົນ​ບໍ່​ດີ​ທີ່​ເຄື່ອນ​ໄຫວ​ຢູ່​ຕາມ​ບໍລິເວນ​ຊາຍ​ແດນ. ໃນ​ໄລຍະ​ຜ່ານ​ມາ​ສາມາດ​ສະກັດ​ກັ້ນ ແລະ ​ແກ້​ໄຂ​ປະກົດ​ການ​ຫຍໍ້ທໍ້​ຕ່າງໆ, ເປັນຕົ້ນ​ແມ່ນ​ການ​ລັກລອບ​ເຂົ້າ​ເມືອງ​ແບບ​ຜິດ​ກົດໝາຍ, ການ​ລັກລອບ​ທຳ​ການ​ຜະລິດ, ການ​ລັກລອບ​ຕັດ​ໄມ້, ການ​ຄ້າຂາຍ​ເຖື່ອນ, ບັນຫາ​ຢາ​ເສບ​ຕິດ​ຂ້າມ​ຜ່ານ​ຊາຍ​ແດນ ແລະ ອື່ນໆ. ສະຫາຍຫົວໜ້າ​ການເມືອງ ຍັງ​ໃຫ້​ຮູ້​ຕື່ມ​ອີ​ກວ່າ: ຕໍ່​ກັບ​ບັນຫາ​ທີ່​ກ່າວ​ມາ​ນັ້ນ, ເພື່ອ​ຮັບປະກັນ​ເຮັດ​ໃຫ້​ສະພາບ​ມີ​ຄວາມ​ສະຫງົບ​ຕາມ​ຊາຍ​ແດນ​ນັ້ນ, ຄະນະ​ພັກ-ຄະນະ​ບັນຊາ​ໄດ້​ຈັດ​ຕັ້ງ​ແລກປ່ຽນ​ສະພາບ​ຮ່ວມ​ກັບ​ບັນດາ​ກຳລັງ​ທະຫານ​ຊາຍ​ແດນ​ແຂວງ ເຊີນ​ລາ ​ສສ ຫວຽດນາມ ຕາມ​ເສັ້ນ​ຊາຍ​ແດນ​ແຕ່​ຫຼັກໝາຍ 109-211, ແນໃສ່​ເຮັດ​ໃຫ້​ສະພາບ​ບໍລິເວນ​ຕາມ​ຊາຍ​ແດນ​ມີ​ຄວາມ​ສະຫງົບ, ມີ​ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ​ດີ​ ແລະ ​ສາມາດ​ແກ້​ໄຂ​ສະພາບ​ການ​ໄດ້​ທ່ວງ​ທັນ, ເອົາໃຈໃສ່​ຊີ້​ນຳ​ກຳລັງ​ລົງ​ປະຈຳ​ຢູ່​ເສັ້ນທາງບັນດາ​ຈຸດ​ຕ່າງໆ ໄປ​ຄຽງ​ຄູ່​ກັບ​ວຽກ​ງານ​ຮັບປະກັນ​ເຮັດ​ໃຫ້​ສະພາບ​ຕາມ​ບໍລິເວນ​ຊາຍ​ແດນ​ມີ​ຄວາມ​ສະຫງົບ​ປອດ​ໄພ​ໂດຍ​ພື້ນຖານ​ແລ້ວ, ຄະນະ​ພັກ-ຄະນະ​ບັນຊາ​​ຍັງ​ຖື​ເອົາ​ວຽກ​ງານ​ກໍ່ສ້າງ​ພັກ-ພະນັກງານ​ໃຫ້​ມີ​ຄວາມ​ໜັກ​ແໜ້ນ​ເຂັ້ມແຂງ​ທັງ 4 ດ້ານ​ຄື: ດ້ານ​ຄຸນ​ທາດ​ການເມືອງ, ແນວ​ຄິດ, ການ​ນຳພາ ແລະ ​ແບບແຜນ​ວິທີ​ເຮັດ​ວຽກ, ເອົາໃຈໃສ່​ສ້າງ​ພະນັກງານ 3 ຮຸ່ນ ທັງ​ກໍ່ສ້າງ​ກັບ​ທີ່​ ແລະ ​ສົ່ງ​ໄປ​ຍົກ​ລະດັບ​ບຳລຸງ-ກໍ່ສ້າງ​ຢູ່​ພາຍ​ໃນ ​ແລະ​ ຕ່າງປະເທດ​ ໂດຍ​ສະເພາະ​ແມ່ນ​ປະເທດ​ເພື່ອນ​ມິດ​ຍຸດ​ທະ​ສາດ ​ສສ ຫວຽດນາມ, ​ສປ ຈີນ ເຫັນ​ວ່າ​ວຽກ​ງານ​ວິຊາ​ສະ ເພາະ​​ເດີນ​ແມ່ນ​ແລ່ນ​ສະດວກ​ດີ​ຖືກຕ້ອງ​ແທດເໝາະ​ກັບ​ໜ້າທີ່​ການເມືອງ​ຂອງ​ກົມ​ກອງ, ພ້ອມ​ນັ້ນ​ຍັງ​ຖື​ເອົາ​ຂະ​ບວນ​ການ​ແຂ່ງຂັນ​ຮັກ​ຊາດ ແລະ ພັດທະນາ​ຍູ້​ແຮງ ​ການ​ສ້າງ​ໜ່ວຍ​ພັກ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ ກອງ 3 ປອດ , ກອງ​ວັດທະນະທຳ-ນັກຮົບ​ວັດທະນະທຳ ໃຫ້​ເພີ່ມ​ຂຶ້ນ​ທາງ​ດ້ານ​ຈຳນວນ​ ແລະ ​ຄຸນ​ນະ​ພາບ. ຊີ້​ນຳ​ຊາວ​ໜຸ່ມ-ແມ່ຍິງ​ເຄື່ອນ​ໄຫວ​ຕາມ​ພາລະ​ບົດບາດ​ຂອງ​ຕົນ​ຢ່າງ​ແຂງແຮງ​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກສາ​ແລະ​ພັດທະນາ​ກົມ​ກອງ​ ເປັນຕົ້ນ​ແມ່ນ​ຂະ​ບວນ​ການ​ແຂ່ງຂັນ​ກິລາ, ສິລະ​ປະ-ວັນນະຄະດີທີ່​ຂັ້ນ​ເທິງ ກໍຄື​ກົມ​ກອງ​ຈັ​ດຂຶ້ນ​ ພ້ອມ​ນັ້ນ​ຍັງ​ໄດ້​ແລກປ່ຽນ​ກັບ​ກົມ​ກອງ​ເພື່ອນ​ທະຫານ​ຊາຍ​ແດນ​ແຂວງ​ເຊີນ​ລາ ​ສສ ຫວຽດນາມ ຕາມ​ການ​ເຫັນ​ດີ​ຂອງ​ສອງ​ຝ່າຍ​ໃນ​ໄລຍະ​ຜ່ານມາ​ເຫັນ​ວ່າ​ມີ​ບັນຍາກາດ​ຟົດຟື້ນ. ນອກ​ນັ້ນ​, ຍັງ​ໄດ້​ເອົາໃຈໃສ່​ປະຕິບັດ​ນ້ຳໃຈ​ເພິ່ງ​ຕົນ​ເອງ, ກຸ້ມ​ຕົນ​ເອງ​ ແລະ​ ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ​ຕາມ​ເງື່ອນໄຂ​ທ່າແຮງ​ບົ່ມ​ຊ້ອນ​ຂອງ​ກົມ​ກອງ​ໃນ​ການ​ເພີ່ມ​ພູນ​ຜະລິດຜົນ​ປູກຝັງ-ລ້ຽງສັດ​ ສາມາດ​ກຸ້ມ​ຕົນ​ເອງ​ໄດ້​ໃນ​ລະດັບ​ທີ່​ແນ່ນອນ. ສັງ​ລວມ​ແລ້ວ, ຜ່ານ​ການຈັດ ຕັ້ງປະຕິບັດ​ໜ້າທີ່​ການເມືອງ​ຂອງ​ກົມ​ກອງ​ຂົງເຂດ​ວຽກ​ງານ​ຮັບປະກັນ​ເຮັດ​ໃຫ້​ສະພາບ​ຕາມ​ຊາຍ​ແດນ​ມີ​ຄວາມ​ສະຫງົບ ໂດຍ​ ປິ່ນ​ອ້ອມ 4 ໜ້າທີ່​ໃຫຍ່ 26 ແຜນງານທີ່​ຄະນະ​ພັກ​ກະຊວງ​ປ້ອງ​ປະເທດ​ວາງ​ອອກ​ເຫັນ​ວ່າ​ມີຄວາມ​ສະຫງົບ​ໂດຍ​ພື້ນຖານ​ຮັບປະກັນ​ຄວາມ​ປອດໄພ 100%, ສາມາດ​ສະກັດ​ກັ້ນ​ແກ້​ໄຂ​ປະກົດ​ການ​ຫຍໍ້ທໍ້​ໄດ້​ທ່ວງ​ທັນ​ກັບເຫດການ, ປະຊາຊົນ​ສາມາດ​ໄປ​ມາ​ຄ້າຂາຍ​ແບບ​ຖືກ​ກົດໝາຍ​ຕາມ​ດ່ານ​ຊາຍ​ແດນ​ສາກົນ, ບັນ ຫາ​ການ​ຄ້າ​ຂາຍ​ເຖື່ອນ, ຢາ​ເສບ​ຕິດ​ ແລະ​ ອື່ນໆ​ ໄດ້​ຮັບ​ການ​ແກ້​ໄຂ​ເປັນ​ກ້າວໆ, ຍ້ອນ​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ກົມ​ທະຫານ​ຊາຍ​ແດນ​ກົມ​ໃຫຍ່​ເສນາ​ທິ​ການ ​ກອງທັບ​ກໍຄື​ພະ​ແນກ​ຊາຍ​ແດນ​ຫ້ອງ​ເສນາ​ທິ​ການ​ທະຫານ ແຂວງ​ຫົວພັນ ແລະ ພາກສ່ວນ​ອື່ນໆ ຈຶ່ງ​ເຮັດ​ໃຫ້​ແຕ່​ລະ​ໜ້າ​ວຽກ​ມີ​ຄວາມ​ຄ່ອງ​ຕົວ ແລະ ໄດ້​ຮັບ​ການ​ແກ້​ໄຂ​ຢ່າງ​ຂາດ​ຕົວ. ໂດຍ ບົວ​ລາ ສໍ​ລາ​ວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ