

![]()
ການນຳແຂວງວຽງຈັນ ອວຍພອນ ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳລາວ
ເວລາອອກຂ່າວ: 2023-01-30 09:22:09 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 187 | ຄວາມນິຍົມ:
ວັນທີ 17 ມັງກອນ 2023 ນີ້, ການນຳແຂວງວຽງຈັນ ນຳໂດຍ ສະຫາຍ ທອງສະຫວັນ ວົງສຳພັນ ຮອງເລຂາຄະນະບໍລິ ຫານງານພັກແຂວງວຽງຈັນ, ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ຂັ້ນແຂວງ ພ້ອມດ້ວຍຄະນະ, ໄດ້ນຳເອົາກະ ຕ່າດອກໄມ້ ແລະ ກະຕ່າຂອງ ຂວັນໄປອວຍພອນສະຫາຍ ຫງວຽນ ບາຮຸ່ງ ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳລາວ, ເນື່ອງໃນໂອກາດປີໃໝ່ ຂອງ ສສ ຫວຽດນາມ.
ສະຫາຍ ທອງສະຫວັນ ວົງ ສຳພັນ ໄດ້ຕາງໜ້າໃຫ້ການນຳແຂວງວຽງຈັນ ກ່າວອວຍພອນໄຊອັນປະເສີດ ມາຍັງສະຫາຍ ຫງວຽນ ບາຮຸ່ງ ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ, ອວຍພອນຜ່ານສະ ຫາຍໄປຍັງການນຳພັກ-ລັດ, ພະ ນັກງານລັດຖະກອນ, ທະຫານ, ຕຳຫຼວດ, ຕະຫຼອດຮອດປະ ຊາຊົນຊາວຫວຽດນາມ ເນື່ອງ ໃນໂອກາດປີໃໝ່ຂອງ ສສ ຫວຽດ ນາມ ແລະ ອວຍພອນໄຊໃຫ້ສາຍ ພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ, ສອງລັດ ແລະ ປະຊາ ຊົນສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວ ແລະ ໝັ້ນຄົງຂະນົງແກ່ນຊົ່ວກາ ລະນານ.
ຈາກນັ້ນ, ທັງສອງຝ່າຍ ຍັງ ໄດ້ແລກປ່ຽນບົດຮຽນບາງວຽກງານກ່ຽວກັບການພົວພັນຮ່ວມມືລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໂດຍສະເພາະແມ່ນການພັດທະນາເສດຖະກິດ-ສັງ ຄົມຂອງ ສປປ ລາວ ເວົ້າລວມ, ເວົ້າສະເພາະ ກໍຄືແຂວງວຽງຈັນ ຕື່ມອີກ.
ໂດຍ: ຈັນທະຈອນ ສີສະເກດ

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ