

![]()
ການເຄື່ອນໄຫວຂອງກົມກອງຕ່າງໆໄລຍະຕົ້ນເດືອນມັງກອນ 2023
ເວລາອອກຂ່າວ: 2023-01-30 09:18:43 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 14 | ຄວາມນິຍົມ:
ການນຳກອງບັນຊາການທະຫານແຂວງຫຼວງພະບາງ: ນຳໂດຍ ສະຫາຍ ພັນເອກ ສີວິໄຊ ເພັງສັນຕິສຸກ ຫົວໜ້າການເມືອງກອງບັນຊາການທະຫານແຂວງຫຼວງພະບາງ ພ້ອມດ້ວຍຄະນະ, ໄດ້ເຂົ້າຢ້ຽມຢາມໂຮງໝໍບໍລິເວນ 107 ກອງທັບ, ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ, ທັງເປັນການສະແດງຄວາມຂອບໃຈ ທີ່ທາງໂຮງໝໍໄດ້ເປັນສ່ວນໜຶ່ງໃນການປະກອບສ່ວນຮັກສາສຸຂະພາບຂອງປະຊາຊົນ ແລະ ພະນັກງານ-ນັກຮົບໃນຖັນແຖວກອງທັບໃຫ້ມີສຸຂະພາບແຂງແຮງ, ສາມາດເຮັດສຳເລັດໜ້າທີ່ປ້ອງກັນຊາດໄດ້ຢ່າງເຂັ້ມ ແຂງ, ໂດຍມີ ສະຫາຍ ພັນເອກ ດຣ ໄພວັນ ຈັນທະສຸກ ອຳນວຍການໂຮງໝໍບໍລິເວນ 107 ພ້ອມດ້ວຍຄະນະໃຫ້ການຕ້ອນຮັບ.
ຫ້ອງການເມືອງໂຮງຮຽນກໍ່ສ້າງນາຍສິບ ເລກ 1: ໄດ້ສະຫຼຸບຖອດຖອນບົດຮຽນ ວຽກງານຮອບດ້ານປະຈຳປີ 2022, ໃນໄລ ຍະຜ່ານມາ ຄະນະພັກ-ຄະນະບັນ ຊາ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາຈັດຕັ້ງປະຕິບັດຂົງເຂດວຽກງານປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະ ເທດວາງອອກ, ຖືສຳຄັນວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບ, ຊຸກຍູ້ການປະຕິບັດລະບຽບວິໄນ ແລະ ຂໍ້ກຳນົດ, ກົດລະບຽບຂອງກອງທັບຢ່າງເຂັ້ມງວດ, ຊຸກຍູ້ຂະບວນການດ້ານຕ່າງໆ ຂອງກົມກອງ ໂດຍສະເພາະຂະບວນການກິລາ, ສິລະປະ-ວັນນະຄະດີ, ຂະບວນການປະດັບປະດາ, ອະນາໄມສະຖານທີ່ຄ້າຍຄູ, ຂະບວນການອົບຮົມ-ຫັດແອບການເມືອງ-ການທະຫານ, ຂະບວນການເພີ່ມພູນຜະລິດຜົນ ແລະ ວຽກງານອື່ນໆ ທີ່ປິ່ນອ້ອມໜ້າທີ່ການເມືອງຂອງຫ້ອງໄດ້ຮັບການຈັດຕັ້ງປະ ຕິບັດມີຜົນສຳເລັດທີ່ເປັນພື້ນຖານຫຼາຍດ້ານ ພ້ອມກັນນັ້ນ, ກໍໄດ້ວາງທິດທາງແຜນການປະຈຳປີ 2023.
ກອງບັນຊາການທະຫານແຂວງໄຊສົມບູນ: ໄດ້ບັ້ນປິດອົບຮົມວຽກງານປ້ອງກັນພາຍໃນ ໄລຍະສັ້ນ ຊຸດທີ II ປະຈຳປີ 2022 ຢູ່ໂຮງຮຽນການທະຫານທ້ອງຖິ່ນ, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ໝອນຄຳ ດວງສະຫວັນ ຫົວໜ້າການເມືອງກອງບັນຊາການທະຫານແຂວງໄຊສົມບູນ. ໃນພິທີ ສະຫາຍ ຮ້ອຍໂທ ສົມພູ ພົມມະຈັນ ຊ່ວຍວຽກພະແນກປ້ອງກັນພາຍໃນໄດ້ສະຫຼຸບຖອດຖອນບົດຮຽນການປະຕິບັດແຜນການອົບຮົມວຽກງານປ້ອງກັນພາຍໃນ ໄລຍະສັ້ນ ປະຈຳປີ 2022, ເຊິ່ງຜ່ານການອົບຮົມຕົວຈິງສາມາດຕີລາຄາຜົນ ໄດ້ຮັບທາງດ້ານທິດສະດີ-ຫຼັກ ການກວມເອົາ 92%. ຈາກນັ້ນ, ໄດ້ມອບໃບຢັ້ງຢືນໃຫ້ແກ່ນັກສຳມະນາກອນ ທີ່ສຳເລັດບັ້ນເຝິກອົບ ຮົມໃນຄັ້ງນີ້.
ຄະນະຜູ້ແທນກອງບັນຊາການທະຫານແຂວງຄຳມ່ວນ: ນຳພາໂດຍ ສະຫາຍ ພັນໂທ ບຸນເລີດ ບຸບຜາວັນ ຫົວໜ້າການທະຫານກອງບັນຊາການທະຫານແຂວງຄຳມ່ວນ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ນຳເອົາກະຕ່າຂອງຂວັນໄປອວຍພອນກອງບັນຊາການທະ ຫານເຂດ 4, ກອງບັນຊາການທະຫານແຂວງຮ່າຕິ່ງ ແລະ ກອງບັນຊາການທະຫານຊາຍແດນ ແຂວງ ຮ່າຕິ່ງ ສສ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ ບຸນປີໃໝ່ປະຈຳຊາດຂອງ ສສ ຫວຽດນາມ, ໂດຍມີຄະນະພັກ-ຄະນະບັນຊາແຕ່ລະກົມກອງໃຫ້ ການຕ້ອນ ຮັບຢ່າງອົບອຸ່ນ.
ຫ້ອງພະລາທິການ ທະຫານແຂວງວຽງຈັນ: ໄດ້ເປີດຂະບວນການແຂ່ງຂັນກິລາບານສົ່ງຊາຍ ເພື່ອສ້າງຂະບວນການຂ່ຳນັບຮັບ ຕ້ອນວັນສ້າງຕັ້ງກອງທັບປະ ຊາຊົນລາວ ຄົບຮອບ 74 ປີ ແລະ ຂໍ່ານັບຮັບຕ້ອນການດຳເນີນ ກອງປະຊຸມໃຫຍ່ຂອງຄະນະພັກ, ໜ່ວຍພັກ ຫ້ອງພະລາທິການທີ່ ຈະໄຂຂຶ້ນໃນມໍ່ໆນີ້ ໃຫ້ມີບັນ ຍາກາດຟົດຟື້ນກວ້າງຂວາງ, ໂດຍມີທີມນັກກິລາຫ້ອງພະລາ ທິການ, ຫ້ອງເສນາທິການ, ຫ້ອງການເມືອງ, ຫ້ອງການບໍລິຫານ, ກອງຮ້ອຍ 203, ກອງປະຕິບັດງານ 219 ແລະ ຈາກກອງຮ້ອຍກໍ່ສ້າງເຂົ້າຮ່ວມແຂ່ງຂັນ, ເປັນປະທານໃນພິທີດັ່ງກ່າວໂດຍ ສະ ຫາຍ ພັນໂທ ທອງໄຊ ພັນສະ ໄໝ ຫົວໜ້າຫ້ອງພະລາທິການ ທະຫານແຂວງວຽງຈັນ.
ຫ້ອງການ ກົມໃຫຍ່ເຕັກນິກກອງທັບ: ໄດ້ສະຫຼຸບການຈັດ ຕັ້ງປະຕິບັດວຽກງານປະຈຳປີ 2022 ແລະ ວາງທິດທາງແຜນ ການປີ 2023, ໃນໄລຍະ 1 ປີ ຜ່ານມາ ຫ້ອງການ ກົມໃຫຍ່ເຕັກ ນິກສາມາດເຮັດສຳເລັດໜ້າທີ່ການເມືອງຂອງຕົນ ໃນການເປັນເສນາທິການດ້ານການປະສານງານກັບບັນດາອົງການ, ກົມກອງ ແລະ ການຈັດຕັ້ງອື່ນໆ, ກວດກາ, ບັນທຶກ, ຮັບ-ສົ່ງເອກະສານ ເຂົ້າ-ອອກ ໃຫ້ແກ່ກົມໃຫຍ່ເຕັກນິກກອງທັບ ໃນນີ້, ບັນທຶກເອກະສານຂາເຂົ້າ 3.403 ສະບັບ, ຂາອອກ 645 ສະບັບ, ຈັດສົ່ງເອ ກະສານ ແລະ ບັດເຊີນຕ່າງໆ 31 ສະບັບ, ສຳເນົາເອກະ ສານ 4.057 ສະບັບ ແລະ ຈັດພິມເອກະສານຕ່າງໆຕາມການມອບໝາຍຂອງຂັ້ນເທິງ.
ກອງຮ້ອຍທະຫານຊາຍແດນ 134: ໄດ້ສະຫຼຸບການເຄື່ອນໄຫວວຽກງານຮອບດ້ານປະຈຳປີ 2022 ແລະ ວາງທິດທາງແຜນ ການປີ 2023. ໃນໄລຍະ 1 ປີ ຜ່ານມາ, ກົມກອງໄດ້ຖືສຳຄັນວຽກງານເຮັດໃຫ້ສະພາບມີຄວາມສະຫງົບ, ຈັດຕັ້ງລະບົບປະຈຳການ 3 ຂັ້ນຢ່າງເຂັ້ມງວດ ເພື່ອຮັບປະກັນການກຽມພ້ອມສູ້ຮົບ, ຈັດຕັ້ງກຳລັງເຄື່ອນໄຫວລາດຕະເວນຕາມຂອບເຂດກົມກອງຮັບຜິດຊອບ, ໂດຍສະເພາະແມ່ນລຽບຕາມບໍລິເວນຊາຍແດນ ເພື່ອຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ໃນສັງຄົມ ສາມາດເຮັດໃຫ້ສະພາບມີຄວາມສະຫງົບປອດໄພໂດຍພື້ນຖານຄຽງຄູ່ກັນນັ້ນ, ກົມກອງຍັງໄດ້ເອົາໃຈໃສ່ປັບປຸງພັດທະນາກົມກອງ, ຊຸກຍູ້ພະນັກງານ-ນັກຮົບ ປູກຝັງ-ລ້ຽງ ສັດ ເພື່ອແກ້ໄຂຊີວິດການເປັນຢູ່ຂອງກົມກອງໃຫ້ນັບມື້ດີຂຶ້ນເປັນກ້າວໆ ແລະ ສາມາດສ້າງລາຍຮັບຈາກແຫຼ່ງຕ່າງໆໄດ້ທັງໝົດ 96 ລ້ານກວ່າກີບ.
ກອງບັນຊາການທະຫານ ເມືອງວາປີ ແຂວງສາລະວັນ: ໄດ້ ເປີດຊຸດອົບຮົມ-ຫັດແອບການ ເມືອງ-ການທະຫານໃຫ້ກຳລັງກອງຫຼອນ ກອງຮ້ອຍທີ 3 ຈຸດສຸມບ້ານວາປີ, ໂດຍມີກຳລັງກອງ ຫຼອນ 187 ສະຫາຍ ຈາກ 11 ບ້ານ ທີ່ຂຶ້ນກັບຈຸດສຸມ ບ້ານວາປີ ເຂົ້າຮ່ວມ, ເປົ້າໝາຍ ເພື່ອ ແນໃສ່ຍົກລະດັບຄວາມຮູ້ ຄວາມ ສາມາດ ດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ທິດສະດີຫຼັກການດ້ານສິລະປະ ຍຸດ-ຍຸດທະວິທີ ແລະ ພາກປະຕິບັດຕົວຈິງ ໃຫ້ກຳລັງກອງຫຼອນ ກອງຮ້ອຍທີ 3 ເພື່ອຮັບປະກັນໃຫ້ແກ່ການເຄື່ອນໄຫວວຽກງານ ປກຊ-ປກສ ຢູ່ທ້ອງຖິ່ນຂອງຕົນ ມີການຮັບປະກັນດີ.
ສູນເຝິກອົບຮົມກອງພົນທີ 4: ທ່ານ ຄຳສອນ ເນົາວະລາດ ຫົວໜ້າພະແນກບໍລິຫານ-ຈັດຕັ້ງ ບໍລິສັດຊີມັງລາວ ສະຫວັນນະ ເຂດ (ຈຳກັດ) ໄດ້ນຳເອົາເຄື່ອງ ກິລາຈຳນວນ 16 ຊຸດ ລວມມູນ ຄ່າ 1.000.000 ກີບ ມອບໃຫ້ ສູນດັ່ງກ່າວ ເພື່ອປະກອບສ່ວນຊຸກຍູ້ຂະບວນການກິລາ ເນື່ອງໃນໂອກາດສ້າງຂະບວນການຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ, ໂດຍການກ່າວຮັບຂອງ ສະຫາຍ ພັນໂທ ສົມສະໜຸກ ພິນສະຫວັນ ຫົວ ໜ້າການເມືອງ ສູນເຝິກອົບຮົມກອງພົນທີ 4 ພ້ອມດ້ວຍຄະນະ.
ກອງບັນຊາການທະຫານແຂວງຄຳມ່ວນ: ໄດ້ເປີດຂະບວນ ການແຂ່ງຂັນກິລາມວນຊົນ ແລະ ກິລາການທະຫານ ປະຈຳປີ 2022 ເພື່ອສ້າງຂະບວນ ການຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ ແລະ ວັນສ້າງຕັ້ງກອງບັນຊາການທະຫານແຂວງຄຳມ່ວນ ຄົບຮອບ 64 ປີໃຫ້ມີບັນ ຍາກາດຟົດຟື້ນກວ້າງຂວາງ, ສຳລັບກິລາທີ່ນຳມາແຂ່ງຂັນປະ ເພດກິລາມວນຊົນມີ: ບານເຕະອາວຸໂສ, ບານເຕະຊາວໝຸ່ມ, ບານສົ່ງອາວຸໂສ, ບານສົ່ງຊາວໜຸ່ມຊາຍ, ບານສົ່ງຍິງ, ກະຕໍ້ ແລະ ກິລາເປຕັງ, ສ່ວນກິລາການທະ ຫານລວມມີ: ບົດຍິງ ເປົ້າຈານ,
3 ວິຊາການທະຫານສົມທົບແລະ ກິລານັກຮົບແຂງແຮງ, ມີນັກກິລາເຂົ້າຮ່ວມແຂ່ງຂັນທັງໝົດ 119 ທີມ.
ສັງລວມໂດຍ: ນາງ ຍ້ອມເພັດ

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ