ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ພິທີມອບ-ຮັບເງິນລາງວັນໃຫ້ຜູ້ໂຊກດີຖືກລາງວັນ ທີ I ຫວຍເລກ 5 ໂຕ ເພື່ອລະດົມທຶນພັດທະນາກິລາກອງທັບ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ
ເວລາອອກຂ່າວ: 2023-01-30 09:15:46 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 284 | ຄວາມນິຍົມ:



ໃນວັນທີ 17 ມັງກອນ 2023 ຢູ່ທີ່ສໍານັກງານບໍລິສັດ ລັດວິສຫະກິດ ຫວຍພັດທະນາ ໄດ້ຈັດຕັ້ງພິທີມອບ-ຮັບເງິນລາງວັນໃຫ້ຜູ້ໂຊກດີ ຖືກລາງວັນ ທີ I ຈາກການຈໍາໜ່າຍໃບຫວຍເລກ 5 ໂຕ ເພື່ອລະດົມທຶນພັດທະນາກິລາກອງທັບ ເນື່ອງໃນໂອ ກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ, ລາຄາໃບລະ 25.000 ກີບ ອອກຄັ້ງວັນທີ 09 ມັງກອນ 2023 ລາງວັນ ທີ I : ເລກທີອອກ: 87809 ມູນຄ່າລາງວັນ: 300.000.000 ກີບ. ຜູ້ໂຊກດີ ແມ່ນ ສະຫາຍ ສິບຕີ ສາຍສຸລິນ ວິຄໍາໄຊ, ອາຍຸ 29 ປີ, ສັງກັດຢູ່ ກອງບັນຊາການທະຫານແຂວງຫົວພັນ, ປັດຈຸບັນຢູ່ບ້ານນາວີດ ເມືອງວຽງໄຊ ແຂວງຫົວພັນ. ກ່າວມອບໂດຍ ສະຫາຍ ພັນເອກ ສີປະເສີດ ບຸນປະກອບ ຮອງຫົວໜ້າຄະນະຮັບຜິດຊອບຫວຍລະດົມທຶນພັດທະນາກິລາກອງທັບ ກະຊວງປ້ອງກັນປະເທດ, ກ່າວຮັບໂດຍ ສະຫາຍ ສິບຕີ ສາຍສຸລິນ ວິຄໍາໄຊ ຜູ້ໂຊກດີ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະ ຍາດຕິພີ່ນ້ອງຂອງຜູ້ໂຊກດີຖືກລາງວັນ ເຂົ້າຮ່ວມເປັນສັກຂີພະຍານໃນການມອບ-ຮັບລາງວັນໃນຄັ້ງນີ້ຢ່າງພ້ອມພຽງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ