ສິງຄຳ-ເພັດພະຈັນ ຄອງແຊັມຍິງປືນ ປະເພດຄູ່ຊີງແຊັມ ໄອພີເອັດຊີລາວ 2023
ເວລາອອກຂ່າວ: 2023-01-30 09:14:04 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 196 | ຄວາມນິຍົມ:
ທ້າວ ສິງຄຳ ສີປະເສີດ ກັບ ທ້າວ ເພັດພະຈັນ ສີວົງສາ ຊ່ວຍກັນຍິງເປົ້າໄດ້ຢ່າງແມ້ນຢຳ ຈົນສາມາດ ຄອງອັນດັບທີ 1 ປະເພດປືນ ປະເພດຄູ່ ໃນການແຂ່ງຂັນຍິງປືນໄອພີເອັດຊີ ລະດັບ 1 ປະຈຳປີ 2023 ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 74 ປີ (20 ມັງກອນ 1949-20 ມັງກອນ 2023) ໄປຄອງ. ຂະນະທີ່ແຊັມ ປະເພດປືນຮຸ່ນທົ່ວໄປ ຕົກເປັນຂອງ ທ້າວ ສຸນັນ ວັດທະນະບູນ ສ່ວນ ທ້າວ ແສງສະຫວັນ ສີສະວົງ ຄອງແຊັມປືນໂປດັກຊັນມືໃໝ່.
ລາຍການນີ້ ຈັດຂຶ້ນ ກໍເພື່ອສ້າງຂະບວນການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 74 ປີ ໃຫ້ມີບັນຍາກາດຢ່າງເປັນຂະບວນການຟົດຟື້ນ ພ້ອມທັງສ້າງໂອກາດໃຫ້ນັກກິລາຍິງປືນ ໄອພີເອັດຊີລາວ ມີການເຄື່ອນໄຫວຢ່າງຕໍ່ເນື່ອງ ເພື່ອຄັດເລືອກຕາງໜ້ານັກນັກກິລາແມ້ນປືນລາວ ຮ່ວມລາຍການລະດັບອະນຸພາກພື້ນ, ພາກພື້ນ ແລະ ສາກົນ ຈະຈັດຂຶ້ນພາຍໃນປີ 2023 ນີ້ ເຊິ່ງເປັນລາຍການທຳອິດຂອງສະໂມສອນ ໄອພີເອັດຊີລາວ ມີການຊີງໄຊ 4 ລາຍການ ແຂ່ງຂັນ 5 ສະໜາມ ປະກອບມີ ປະເພດປືນໂປດັກຊັນ ຮຸ່ນທົ່ວໄປ, ໂປດັກຊັນມືໃໝ່, ຊຸດອ໋ອບດ່ຽວ ແລະ ຊຸດອ໋ອບຄູ່.
ສຳລັບ ຜົນການແຂ່ງຂັນປະເພດປືນຊຸດອ໋ອບ ປະເພດຄູ່ ແລະ ດ່ຽວລາຍການນີ້ ກຳນົດເປົ້າແຜ່ນ ຈຳນວນ 10 ແຜ່ນ ຍິງບໍ່ຈຳກັດລູກ ທີມໃດຍິງເປົ້າໝົດເປັນຜູ້ຊະນະ. ຜ່ານການແຂ່ງຂັນປະກົດວ່າ ແຊັມຊຸດອ໋ອບ ຄູ່ຊາຍ ຕົກເປັນຂອງທ້າວ ສິງຄຳ ສີປະເສີດ ແລະ ທ້າວ ເພັດພະຈັນ ສີວົງສາ, ປະເພດປືນຊຸດອ໋ອບດ່ຽວ ແຊັມເປັນຂອງ ທ້າວ ເຊດຖາ ໄຄ້ຍະວົງ, ປະເພດໂປດັກຊັນດ່ຽວສາຍທົ່ວໄປ ແຊັມເປັນຂອງທ້າວ ສຸນັນ ວັດທະນາບູນ; ປະເພດໂປດັກຊັນມືໃໝ່ດ່ຽວ ແຊັມເປັນຂອງ ທ້າວ ແສງສະຫວັນ ສີສະວົງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ