ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຫ້ອງ​ເສນາ​ທິ​ການ ກອງ​ພົນ​ທີ 3 ສຸມ​ໃສ່​ວຽກ​ງານ​ຮັບປະກັນ​ເຮັດ​ໃຫ້​ສະພາບ​ມີ​ຄວາມ​ສະຫງົບ
ເວລາອອກຂ່າວ: 2023-01-27 09:32:07 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 299 | ຄວາມນິຍົມ:



ອີງ​ຕາມ​ບົດ​ສະຫຼຸບ​ວຽກ​ງານ​ຮອບດ້ານ ​ປະຈຳ​ປີ 2022 ຂອງ​ຫ້ອງ​ເສນາ​ທິ​ການ​ ກອງ​ພົນ​ທີ 3 ໃນ​ການຈັດຕັ້ງ​ປະຕິບັດ 4 ໜ້າທີ່​ໃຫຍ່ 26 ແຜນ​ງານ​ທີ່​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ​ວາງ​ອອກ. ເຊິ່ງ​ໄລຍ​​ະ​ຜ່ານ​ມາ​ມີ​ຜົນສຳເລັດ​ຫຼາຍ​ດ້ານ​ແລະ​ມີ​ຄວາມ​ຮັບປະກັນ​ດີ, ຄະນະ​ພັກ-ຄະນະ​ບັນຊາ​ຫ້ອງ​ເສນາ​ທິ​ການ ກອງ​ພົນ​ທີ 3 ໄດ້​ຖື​ສຳຄັນ​ວຽກ​ງານ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ​ສອດ​ຫ້ອຍ​ເຂົ້າ​ທຸກ​ຂົງເຂດ​ວຽກ​ງານ​ລວມ​ຂອງ​ກົມ​ກອງ, ໄປ​ຄວບ​ຄູ່​ກັບ​ການ​ຊີ້​ນຳ​ກົມ​ກອງ​ຮາກ​ຖານ ​ແລະ ​ພະ ນັກງານ-ນັກຮົບ ຫັນ​ລົງ​ກໍ່ສ້າງ​ຮາກ​ຖານ​ການເມືອງ​ພັດທະນາ​ຊົນນະບົດ​ຮອບດ້ານ ຕາມ 4 ເນື້ອ​ໃນ 4 ຄາດໝາຍ, ເຮັດ​ໃຫ້​ສະພາບ​ພາຍ​ໃນ​ກົມ​ກອງ ແລະ ຂອບ​ເຂດ ​ບໍລິເວນ​ຮັບຜິດ​ຊອບ​ມີ​ຄວາມ​ສະຫງົບ​ປອດ​ໄພ 100%, ເອົາໃຈໃສ່​ປັບປຸງ​ການຈັດຕັ້ງ​ໃຫ້​ເຂັ້ມແຂງ​ທັງ 4 ດ້ານ​ຄື: ດ້ານ​ການເມືອງ, ແນວ​ຄິດ, ແບບແຜນ​ການ​ນຳພາ​ແລະ​ວິທີ​ເຮັດ​ວຽກ​ໄປ​ສົມ​ຄູ່​ກັບ​ການ​ກໍ່ສ້າງ​ພັກ-ພະນັກງານ​ ໂດຍ​ຖື​ເອົາ 5 ຫຼັກການ 3 ທິດ​ນຳ​ຂອງ​ພັກ​ເປັນ​ໄມ້​ຫຼາ​ວັດແທກ​ຄຸນ​ທາດ​ການເມືອງ​ຂອງ​ພະນັກງານ​ສະມາຊິກ​ພັກ, ຍົກ​ລະດັບ​ຄວາມ​ຮູ້​ຄວາມ​ສາມາດ​ວິຊາ​ສະເພາະ​ເຫຼົ່າ​ຮົບ​ຕ່າງໆ. ສະຫາຍ ພັນ​ເອກ ສາຍທອງ ປີ​ຊາ​ຈັນ ກຳມະການ​ຄະນະ​ພັກ​ກອງ​ພົນ, ຫົວໜ້າ​ຫ້ອງ​ເສນາ​ທິ​ການ​ ກອງ​ພົນ​ທີ 3 ໃຫ້​ຮູ້​ວ່າ: ເພື່ອ​ຮັບປະກັນ​ເຮັດ​ໃຫ້​ສະພາບ​ຂອບ​ເຂດ​ກົມ​ກອງ​ຮັບຜິດຊອບມີ​ ຄວາມ​ສະຫງົບ, ຄະນະ​ພັກ-ຄະນະ​ບັນຊາ​ແຕ່​ລະ​ຂັ້ນ ຖື​ເອົາ​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ທົ່ວ​ປວງ​ຊົນ​ຮອບ ດ້ານ​ເປັນ​ສຳຄັນ​ເອົາໃຈໃສ່​ແກ້​ໄຂ​ບໍລິເວນ​ກົມ​ກອງ​ຮັບຜິດຊອບ ແລະ ຕາມ​ຊາຍ​ແດນ​ຕ່າງໆ​ໃຫ້​ມີ​ຄວາມ​ສະຫງົບ. ຊີ້​ນຳ​ກຳລັງ​ຫັນ​ລົງ​ກໍ່ສ້າງ​ຮາ​​ກ​ຖານ​ການເມືອງ​ແບບ​ມູນເຊື້ອ ແລະ ແຮກສ່ຽວ​ປະສານ​ສົມທົບ​ກັບ​ກຳລັງ​ທ້ອງຖິ່ນ, ກຳລັງ ​ປກສ, ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ ເປັນ​ເຈົ້າ​ການ​ແກ້​ໄຂ​ປະກົດ​ການ​ຫຍໍ້ທໍ້​ທີ່​ເກີດ​ຂຶ້ນ​ໃຫ້​ຂາດ​ຕົວ​ເປັນຕົ້ນ​ແມ່ນ​ຊ່ວຍ​ໜູນ​ບັນດາ​ແຂວງ​ພາກ​ເໜືອ​ແກ້​ໄຂ​ບັນຫາ​ສະພາບ​ກໍ່​ຄວາມ​ບໍ່​ສະ ຫງົບ, ການ​ຍົກຍ້າຍ​ຖິ່ນ​ຖານ​ຕັ້ງ​ພູມລຳເນົາ​ທີ່​ຜິດ​ກົດໝາຍ​ບ້ານ​ເມືອງ​ຢູ່​ບໍລິເວນ​ຊາຍ​ແດນ, ການ​ລັກລອບ​ຂຸດ​ຄົ້ນ​ຊັບພະຍາກອນ​ທຳ​ມະ​ຊາດ, ການ​ຄ້າຂາຍ​ເຖື່ອນ, ບັນຫາ​ຢາ​ເສບ​ຕິດ ແລະ ອື່ນໆ ໄດ້​ຮັບ​ການ​ແກ້​ໄຂ​ດີ​ຂຶ້ນ​ເປັນ​ກ້າວໆ. ຂົງເຂດ​ວຽກ​ງານ​ຮັບປະກັນ​ກຽມພ້ອມ​ສູ້​ຮົບ​ແລະ​ສູ້​ຮົບ​ມີ​ໄຊ. ເຊິ່ງ​ຍາມ​ໃດ​ຄະນະ​ພັກ-ຄະ ນະ​ບັນຊາ ​ກໍ​ຖື​ເປັນ​ບູ​ລິ​ມະສິດ​ແຖວ​ໜ້າ​ຈັດ​ຕັ້ງ​ກຳລັງອົບຮົມ-ຫັດ​ແອບ​ການເມືອງ, ການທະຫານ, ພະລາທິການ-ເຕັກນິກ​ແລະ ​ເຫຼົ່າ​ຮົບ​ວິຊາ​ສະເພາະ​ເປັນ​ປະ​ຈຳ ເປັນ​ການ​ເຝິກ​ກຳລັງ​ແຮງ​ກາຍ​ໃຫ້​ນາຍ ແລະ ພົນທະຫານ​ມີ​ຄວາມ​ແຂງແຮງ. ໃນ​ປີ 2022 ຜ່ານ​ມາ, ມີ​ເຫດການ​ທາງ​ທຳ​ມະ​ຊາດ​ເກີດ​ຂຶ້ນ​ຢູ່​ຫຼາຍ​ແຫ່ງ​ທາງ​ພາກ​ເໜືອ ແລະ ຢູ່​ແຂວງອຸດົມ​ໄຊ, ຄະນະ​ພັກ-ຄະນະ​ບັນຊາ​ແຕ່​ລະ​ຂັ້ນ​ກໍໄດ້​ຊີ້​ນຳ​ພະນັກ ງານ-ນັກຮົບ​ຊ່ວຍ​ປະຊາຊົນໃນ​ການ​ກອບ​ກູ້​ເອົາ​ຊີວິດ ແລະ ຊັບ​ສິນ, ສັດລ້ຽງ ແລະ ອື່ນໆຈາກ​ຜົນ​ກະທົບ​ໄພພິບັດ​ທາງ​ທຳ​ມະ​ຊາດ​ໄດ້​ຢ່າງ​ທັນ​ກັບ​ເຫດການ. ນອກ​ນັ້ນ, ຍັງ​ໄດ້​ສຸມ​ໃສ່​ອົບຮົມ-ຫັດ​ແອບ​ແຕ່​ລະ​ເຫຼົ່າ​ຮົບ​ວິຊາ​ສະເພາະ​ໃຫ້​ມີ​ຄວາມ​ຊຳນິ​ຊຳນານ​ຄ່ອງ​ແຄ້ວ​ທາງ​ດ້ານ​ສິລະ​ປະຍຸດ-ຍຸດທະວິທີ​ຂັ້ນ​ພື້ນຖານ​ຂອງ​ທະ ຫານ​ຮາບ. ຈັດ​ຕັ້ງ​ກຳລັງ​ປ້ອງ​ກັນ​ເວນຍາມ​ສະຖານທີ່​ສຳຄັນ, ປ້ອງ​ກັນ​ການ​ນຳ​ຂັ້ນ​ສູງ​ຈາກ​ສູນ​ກາງ​ແລະ​ ຄະນະ​ນຳ​ກະຊວງ​ປ້ອງ​ກັນ​ປະເທດ​ທີ່​ມາ​ເຮັດ​ວຽກ​ງານ​ຢູ່​ກົມ​ກອງ​ຮັບປະກັນ​ໄດ້​ຄວາມ​ປອດ​ໄພ 100%, ປະສານ​ສົມທົບ​ກັບ​ກຳລັງ​ທ້ອງຖິ່ນ-​ປກສ ໃນ​ການ​ປ້ອງ​ກັນ​ວັນ​ສຳຄັນ​ຕ່າງໆ​ຂອງ​ຊາດ, ຂອງ​ພັກ, ຂອງ​ກອງທັບ ເຫັນ​ວ່າ​ສະພາບ​ໂດຍ​ລວມ​ມີ​ຄວາມ​ສະຫງົບ​ໂດຍ​ພື້ນຖານ. ຊີ້​ນຳ​ກົມ​ກອງ​ຮາກ​ຖານ​ເຄື່ອນ​ໄຫວ​ເກັບ​ກຳ​ສະພາບ​ໃນ​ຂອບ​ເຂດ​ທີ່​ຕົນ​ຕັ້ງ​ທັບ​ໃຫ້​ມີ​ຄວາມ​ປອດ​ໄພ​ດ້ວຍ​ການຈັດຕັ້ງ​ລະບົບ​ປະຈຳການ 3 ຂັ້ນ​ຕະຫຼອດ 24 ຊົ່ວໂມງ, ຕິດຕາມ​ສະພາບ​ຮາກ​ຖານ​ປະຊາຊົນ​ເຂດ​ອ້ອມ​ຂ້າງ, ກໍລະນີ​ບັນຫາ​ເກີດ​ຂຶ້ນ​ຢູ່​ໃສ່​ຕ້ອງ​ເດັດຂາດ​ແກ້​ໄຂ​ໃຫ້​ທັນ​ເວລາ​ແລ້ວ​ລາຍ​ງານ​ໃຫ້​ຂັ້ນ​ເທິງ​ຮັບ​ຊາບ, ຊີ້​ນຳ​ຂະແໜງການ​ທີ່​ກ່ຽວຂ້ອງ​ຈັດ​ຕັ້ງ​ກວດກາ​ລະບຽບ​ການ​ນຸ່ງ​ຖື​ບຸກຄົນ, ລະບຽບ​ຮູບ​ແຖວ​ເຄົາ​ລົບ​ທຸງ​ທຸກ​ວັນ​ຈັນ​ຂັ້ນ​ກອງຮ້ອຍ, ກອງພັນ ແລະ ກອງພັນ​ໃຫຍ່ ໃຫ້​ເປັນ​ລະບຽບ​ວິໄນ​ເຂັ້ມແຂງ, ຕິດຕາມ​ການ​ເຂົ້າ-ອອກ​ຄ້າຍ​ຂອງ​ພະນັກງານ-ນັກຮົບ ແລະ ບຸກຄົນ​ທາງ​ນອກ​ທີ່​ມາ​ພົວພັນ​ວຽກ​ໃນ​ໂມງ​ລັດ​ຖະ​ການ​ໃຫ້​ເຂັ້ມ​ງວດ. ສະຫາຍ ຫົວໜ້າ​ຫ້ອງ​ເສນາ​ທິ​ການ ກອງ​ພົນ​ທີ 3 ຍັງ​ໃຫ້​ຮູ້​ຕື່ມ​ອີ​ກວ່າ: ການຈັດຕັ້ງ​ວຽກ​ງານ​ເຮັດ​ໃຫ້​ສະພາບ​ມີ​ຄວາມ​ສະຫງົບ​ ໄລຍະ​ຜ່ານ​ມາ​​ມີ​ຄວາມ​ຮັບປະກັນ​ດີ ຮາກ​ຖານ​ປະຊາຊົນ​​ມີ​ຄວາມ​ສະຫງົບ​ປອດ​ໄພ​ໂດຍ​ພື້ນຖານ​ຕາ​ນ່າງ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ຂັ້ນ​ຮາກ​ຖານ​ປະຊາຊົນ​ນັບ​ມີ​ເຕີບ​ໃຫຍ່​ເຂັ້ມແຂງ​ທາງ​ດ້ານ​ປະລິມານ​ ແລະ​ ຄຸນ​ນະ​ພາບ. ການ​ສ້າງບ້ານ​ປ້ອງ​ກັນຊາດເຂັ້ມແຂງ-ບ້ານ​ປ້ອງ ກັນຄວາມສະຫງົບດີ ກວມ​ເອົາ​ອັດຕາ​ສວນ​ສູງ, ຊີວິດການ​ເປັນ​ຢູ່​ຂອງ​ປະຊາຊົນບັນດາເຜົ່າໄດ້​ຮັບການ​ພັດທະນາ​ດີ​ຂຶ້ນ​ເປັນ​ກ້າວໆ​ມາ, ໃນ​ຊຸມ​ປີ​ຕໍ່ໜ້າ​ແມ່ນ​ຈະ​ໄດ້​ສືບຕໍ່​ຫັນ​ເອົາ​ກຳລັງ​ລົງ​ກໍ່ສ້າງ​ຮາກ​ຖານ​ການເມືອງ​ຕາມ 4 ເນື້ອ​ໃນ 4 ຄາດໝາຍ ​ແບບ​ທາງ​ເລິກ ແລະ ທາງ​ກວ້​​າງ. ໄປ​ສົມ​ຄູ່​ກັບ​ການ​ສ້າງ​ທ່າ​ສະໜາມ​ສົງຄາມ​ປະຊາຊົນ, ເຄື່ອນ​ໄຫວ​ແກ້​ໜໍ່​ແໜງ​ທີ່​ກໍ່ໃຫ້ເກີດ​ບໍ່​ມີ​ຄວາມ​ສະຫງົບ, ກຽມພ້ອມ​ສູ້​ຮົບ ​ແລະ​ ສູ້​ຮົບ​ມີ​ໄຊ ແລະ ເຂົ້າ​ຮ່ວມ​ກອບ​ກູ້​ໄພພິບັດ, ກໍ່ສ້າງ​ແນວ​ຫຼັງ​ຍຸດ​ທະ​ສາດ, ປ້ອງ​ກັນ​ເປົາ​ໝາຍ​ຍຸດ​ທະ​ສາດ​ທີ່​ສຳຄັນ​ໃຫ້​ມີ​ຄວາມ​ສະຫງົບ​ໂດຍ​ພື້ນຖານ. ເພີ່ມ​ທະວີວຽກ​ງານ​ປັບ ປຸງ​ກໍ່ສ້າງ​ກຳລັງ​ໃຫ້​ມີ​ຄວາມໜັກ​ແໜ້ນ ​ແລະ​ ຍົກ​ສູງ​ການອົບຮົມ-ຫັດ​ແອບ​ໃຫ້​ນາຍ ​ແລະ​ ພົນທະ ຫານ​ເປັນ​ປະຈຳ, ປັບປຸງ​ລະບຽບ​ ແບບແຜນ​ໃຫ້​ເຂັ້ມ​ງວດປະກອບ ສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ສ້າງ​ກອງທັບ​ ກໍຄື​ກອງ​ພົນ​ທີ 3 ໃຫ້​ມີ​ແບບແຜນ ​ແລະ ​ທັນ​ສະໄໝ​ຂຶ້ນ​ເປັນ​ກ້າວໆ. ໂດຍ: ວັນ​ໄຊ ໄຊ​ສະ​ຫວັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ