ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ປະກາດ​ການແຕ່ງຕັ້ງ​ຄະນະ ແລະ ພະແນກການ​ ທະຫານ​ເມືອງ​ລ້ອງ​ຊານ
ເວລາອອກຂ່າວ: 2023-01-27 09:29:03 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 450 | ຄວາມນິຍົມ:



ໃນ​ວັນ​ທີ 18 ມັງກອນ 2023 ນີ້, ທະຫານ​ເມືອງ​ລ້ອງ​ຊານ ໄດ້​ຈັດ​ພິທີ ປະກາດການ​ແຕ່ງຕັ້ງ​ຄະນະກອງ​ບັນຊາ​ການ ແລະ ພະແນກການ ຢູ່​ທີ່​ສະໂມສອນ​ຂອງ​ຕົນ​ຂຶ້ນ, ໂດຍການ​ເປັນ ປະທານ​ຂອງ ສະຫາຍ ພັນ​ເອກ ໝອນ​ຄຳ ດວງ​ສະຫວັນ ຫົວໜ້າ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ສົມບູນ, ມີ​ຄະນະ​ພັກ-ຄະນະ​ບັນຊາ​ກອງ​ບັນຊາ​ການ​ທະ​ເມືອງ​ລ້ອງ​ຊານ, ມີ​ຄະນະກົມ​ກອງ​ອ້ອມ​ ຂ້າງ​ເມືອງ, ພະນັກງານ​ອາວຸໂສ​ບຳນານ ແລະ ພະນັກງານ​ຫຼັກ​ແຫຼ່ງ​ພາຍ​ໃນ​ກົມ​ກອງ​ເຂົ້າ​ຮ່ວມ. ສະຫາຍ ພັນ​ຕີ ແອ ແອນ​ນະ​ວົງ ຫົວໜ້າ​ພະ​ແນກ​ພະນັກງານ ໄດ້​ຜ່ານ​ຂໍ້​ຕົກລົງ​ກະຊວງ​ປ້ອງ​ກັນ​ປະເທດ ວ່າ​ດ້ວຍ​ການ​ແຕ່ງຕັ້ງ​ຄະນະ​ກອງ​ບັນຊາ​ການ ແລະ ພະແນກການ ກອງ​ບັນຊາ​ການ​ທະຫານ​ເມືອງ​ລ້ອງ​ຊານ, ອີງ​ຕາມ​ກົດໝາຍ​ນາຍ​ທະຫານ​ກອງທັບ​ປະຊາຊົນ​ລາວ ສະບັບ​ປັບປຸງ​; ກະຊວງປ້ອງກັນ ປະເທດຕົກລົງ ຍົກຍ້າຍ ສະຫາຍ ພັນ​ໂທ ໂພ​ໄຊ ໄຊ​ຍະ​ລາດ ຮອງ​ຫົວໜ້າການເມືອງ ທັງ​ເປັນ​ຫົວໜ້າ​ພະແນກການ​ເມືອງ ຜູ້​ເກົ່າ​ໄປ​ຮັບ​ໜ້າທີ່​ໃໝ່ ຢູ່​ກອງ​ບັນຊາ​ການ​ທະຫານ ​ແຂວງ​ໄຊ​ສົມບູນ, ແຕ່ງຕັ້ງ ສະຫາຍ ພັນ​ຕີ ຊົ່ງ ຢ່າງ​ກົງ​ຈີ ເປັນ​ຮອງຫົວໜ້າ​ການເມືອງ ທັງ​ເປັນ ຫົວໜ້າ​ພະແນກການ​ເມືອງ ຜູ້​ໃໝ່, ແຕ່ງຕັ້ງ ​ພັນຕີ ບຸນ​ທອນ ພິຈິດ ເປັນ​ຮອງ​ຫົວໜ້າພະ​ແນກ​ເສນາ​ທິ​ການ, ແຕ່ງຕັ້ງ ສະຫາຍ ຮ້ອຍ​ເອກ ຄຳ​ແພງ ເວດ​ສຸວັນ ເປັນ​ຮອງ​ພະ​ແນກ​ເຕັກນິກ, ໃນພິທີ ຍັງ​ໄດ້​ປະກາດການເລື່ອນ​ຊັ້ນ ແລະ ທຽບ​ຊັ້ນ​ໃຫ້​ນາຍ ແລະ ພົນທະຫານ ຈຳນວນ​ໜຶ່ງ, ພ້ອມ​ທັງ​ມອບ-ຮັບ​ໜ້າທີ່ ລະຫວ່າງ​ຜູ້​ເກົ່າ ແລະ ຜູ້​ໃໝ່. ໂດຍ: ສົດ ນາມ​ໄຕ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ