ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຄະນະ​ພັກ​ຮາກ​ຖານ​ຫ້ອງ​ພະລາທິການ ທະຫານແຂວງຈຳປາສັກ ສະຫຼຸບ​ຕີ​ລາຄາ​ການຈັດຕັ້ງ​ປະຕິບັດ​ມະຕິ​ກອງ​ປະຊຸມ ກາງ​ສະໄໝ​ທີ V ​
ເວລາອອກຂ່າວ: 2023-01-27 09:27:20 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 210 | ຄວາມນິຍົມ:



ທ້າຍ​ເດືອນ​ທັນວາ 2022 ນີ້, ຄະນະ​ພັກ​ຮາກ​ຖານ​ຫ້ອງ​ພະລາທິການ ທະຫານ​ແຂວງ​ຈຳປາ​ສັກ ໄດ້​ສະຫຼຸບ​ຕີ​ລາຄາ​ການຈັດຕັ້ງ​ປະຕິບັດ​ມະຕິ​ກອງ​ປະຊຸມ ກາງ​ສະໄໝ​ທີ V, ຢູ່​ທີ່​ສະໂມສອນ​ຂອງ​ກົມ​ກອງ, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກລັດຕະນະ​ວົງ ຫຼວງ​ກີ່ງ ຄະນະ​ພັກ​ກອງ​ບັນຊາ​ການ, ຫົວໜ້າ​ ຫ້ອງ​ພະລາທິການ​ ກອງ​ບັນຊາ​ການ​ທະຫານ​ແຂວງ​ຈຳປາ​ສັກ, ມີ​ບັນດາ​ຄະນະ​ພັກ​ຮາກ​ຖານ​ພາຍ​ໃນ, ຕະຫຼອດ​ຮອດ​ສະມາຊິກ​ພັກ​ສົມບູນ ແລະ ສຳຮອງ​ເຂົ້າ​ຮ່ວມ. ບົດ​ສະຫຼຸບ​ຕີ​ລາຄາ​ການຈັດຕັ້ງ​ປະຕິບັດ​ມະຕິ​ກອງ​ປະຊຸມ​ກາງ​ສະໄໝ​ໃນ​ໄລຍະ​ຜ່ານ​ມາ ແລະ ທິດ​ທາງ​ແຜນການ​ໃນ​ຕໍ່ໜ້າ ໂດຍ​ຖື​ເອົາ​ການເມືອງ-ນຳພາ​ແນວ​ ຄິດ​ເປັນວຽກ​ງານ​ຫຼັກ ສອດ​ຫ້ອຍ​ໄປ​ກັບ​ການຈັດຕັ້ງ​ປະຕິວັດ​ວຽກ​ງານ​ຮອບດ້ານ​ໃນ​ທຸກຂົງເຂດ, ເຮັດໃຫ້​ສະມາຊິກ​ພັກ, ພະນັກງານ-ນັກຮົບ​ມີ​ຄວາມ​ຮັບ​ຮູ້​ເຂົ້າ ໃຈ​ແຈ້ງ​ຢ່າງ​ເລິກ ເພື່ອ​ຍົກສູງ​ບົດບາດ​ທາງ​ດ້ານ​ຄວາມ​ຮູ້, ຄວາມ​ສາມາດ​ໃນ​ໜ້າທີ່​ວຽກ​ງານ. ໃນ​ນັ້ນ, ໄດ້​ຮັບ​ຫຼຽນ​ໄຊ​ແຮງ​ງານ​ຊັ້ນ II ຈຳນວນ 8 ໜ່ວຍ, ຊັ້ນ III ຈຳນວນ 5 ໜ່ວຍ, ຫຼຽນ​ກາ​ແຮງ​ງານ 17 ໜ່ວຍ, ປະເພດ​ໃບ​ຍ້ອງຍໍ​ຂັ້ນ​ລັດຖະບານ 45 ສະຫາຍ, ຍ້ອງຍໍ​ຂັ້ນ​ກະຊວງ​ປ້ອງ​ກັນ​ປະເທດ ຈຳນວນ 37 ສະຫາຍ, ຂັ້ນ​ກົມ​ໃຫຍ່​ການເມືອງ​ກອງທັບ 11 ສະຫາຍ, ຂັ້ນ​ເຈົ້າແຂວງ​ຈຳ ປາ​ສັກ 320 ສະຫາຍ ແລະ ຂັ້ນ​ກອງ​ບັນຊາ​ການ ຈຳນວນ 322 ສະຫາຍ. ສຳລັບ​ທິດ​ທາງ​ແຜນການ​ໃນຕໍ່ໜ້າຈະ​ສຸມ​ໃສ່​ການ​ເພີ່ມ​ທະວີ​ບົດບາດ​ການ​ນຳພາ-ຊີ້​ນຳ ເອົາ​ວຽກ​ງານ​ສືກ​ສາ​ອົບຮົມ​ການເມືອງ-ແນວ​ຄິດ​ໃຫ້​ມີ​ຄວາມ​ໜັກ​ແໜ້ນ​ຂຶ້ນ​ຕື່ມ ສ້າງ​ແບບແຜນ​ວີ​ທີ​ເຮັດ​ວຽກ​ແບບ​ລວມ​ສູນ​ປະຊາທິປະໄຕ ໃຫ້​ເຂັ້ມແຂງ-ໜັກ​ແໜ້ນ ຮັບປະກັນ​ຄວາມ​ປອດ​ໄພ​ພາຍ​ໃນ​ຫ້ອງ​ພະລາທິການ ໃຫ້​ມີ​ຄວາມ​ສະຫງົບ​ໂດຍ​ພື້ນຖານ​ຢ່າງຮອບດ້ານ. ໂດຍ: ວິໄລ​ພອນ ວົງ​ວິ​ສອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ