

![]()
ຄະນະພັກຮາກຖານຫ້ອງພະລາທິການ ທະຫານແຂວງຈຳປາສັກ ສະຫຼຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມ ກາງສະໄໝທີ V
ເວລາອອກຂ່າວ: 2023-01-27 09:27:20 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 149 | ຄວາມນິຍົມ:
ທ້າຍເດືອນທັນວາ 2022 ນີ້, ຄະນະພັກຮາກຖານຫ້ອງພະລາທິການ ທະຫານແຂວງຈຳປາສັກ ໄດ້ສະຫຼຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມ ກາງສະໄໝທີ V, ຢູ່ທີ່ສະໂມສອນຂອງກົມກອງ, ໂດຍການເປັນປະທານຂອງ ສະຫາຍ ພັນເອກລັດຕະນະວົງ ຫຼວງກີ່ງ ຄະນະພັກກອງບັນຊາການ, ຫົວໜ້າ
ຫ້ອງພະລາທິການ ກອງບັນຊາການທະຫານແຂວງຈຳປາສັກ, ມີບັນດາຄະນະພັກຮາກຖານພາຍໃນ, ຕະຫຼອດຮອດສະມາຊິກພັກສົມບູນ ແລະ ສຳຮອງເຂົ້າຮ່ວມ.
ບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມກາງສະໄໝໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ໂດຍຖືເອົາການເມືອງ-ນຳພາແນວ
ຄິດເປັນວຽກງານຫຼັກ ສອດຫ້ອຍໄປກັບການຈັດຕັ້ງປະຕິວັດວຽກງານຮອບດ້ານໃນທຸກຂົງເຂດ, ເຮັດໃຫ້ສະມາຊິກພັກ, ພະນັກງານ-ນັກຮົບມີຄວາມຮັບຮູ້ເຂົ້າ
ໃຈແຈ້ງຢ່າງເລິກ ເພື່ອຍົກສູງບົດບາດທາງດ້ານຄວາມຮູ້, ຄວາມສາມາດໃນໜ້າທີ່ວຽກງານ. ໃນນັ້ນ, ໄດ້ຮັບຫຼຽນໄຊແຮງງານຊັ້ນ II ຈຳນວນ 8 ໜ່ວຍ, ຊັ້ນ III ຈຳນວນ 5 ໜ່ວຍ, ຫຼຽນກາແຮງງານ 17 ໜ່ວຍ, ປະເພດໃບຍ້ອງຍໍຂັ້ນລັດຖະບານ 45 ສະຫາຍ, ຍ້ອງຍໍຂັ້ນກະຊວງປ້ອງກັນປະເທດ ຈຳນວນ 37 ສະຫາຍ, ຂັ້ນກົມໃຫຍ່ການເມືອງກອງທັບ 11 ສະຫາຍ, ຂັ້ນເຈົ້າແຂວງຈຳ
ປາສັກ 320 ສະຫາຍ ແລະ ຂັ້ນກອງບັນຊາການ ຈຳນວນ 322 ສະຫາຍ.
ສຳລັບທິດທາງແຜນການໃນຕໍ່ໜ້າຈະສຸມໃສ່ການເພີ່ມທະວີບົດບາດການນຳພາ-ຊີ້ນຳ ເອົາວຽກງານສືກສາອົບຮົມການເມືອງ-ແນວຄິດໃຫ້ມີຄວາມໜັກແໜ້ນຂຶ້ນຕື່ມ ສ້າງແບບແຜນວີທີເຮັດວຽກແບບລວມສູນປະຊາທິປະໄຕ ໃຫ້ເຂັ້ມແຂງ-ໜັກແໜ້ນ ຮັບປະກັນຄວາມປອດໄພພາຍໃນຫ້ອງພະລາທິການ ໃຫ້ມີຄວາມສະຫງົບໂດຍພື້ນຖານຢ່າງຮອບດ້ານ.
ໂດຍ: ວິໄລພອນ ວົງວິສອນ

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ