ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ໂທລະພາບ​ກອງທັບ ປະດັບຫຼຽນ​ກາ​ມິດຕະພາບ ໃຫ້​ຊ່ຽວ​ຊານໂທລະພາບ​ກອງທັບ​ປົດ​ປ່ອຍ​ປະຊາຊົນ​ຈີນ
ເວລາອອກຂ່າວ: 2023-01-27 09:25:49 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 119 | ຄວາມນິຍົມ:



ວັນ​ທີ 25 ມັງກອນ 2023 ກອງ​ໂທລະພາບ​ກອງທັບ ຈັດ​ພິທີ​ປະດັບ​ຫຼຽນ​ກາ​ມິດຕະພາບ​ກອງທັບ​ປະຊາຊົນ​ລາວ ໃຫ້​ຊ່ຽວ​ຊານ​ໂທລະພາບ​ກອງທັບ​ປົດ​ປ່ອຍ​ປະຊາຊົນ​ຈີນ, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ວັນ​ລະ​ວົງ ນັນທະ​ວົງ ຫົວໜ້າ​ກົມ​ນະໂຍບາຍ ​ກົມ​ໃຫຍ່​ການເມືອງ​ກອງທັບ, ມີ​ຄະນະ​ພັກ-ຄະນະ​ອຳນວຍການ​ກອງ​ໂທລະພາບ ແລະ ແຂກ​ທີ່​ຖຶກ​ເຊີນ​ເຂົ້່າ​ຮ່ວມ. ສະຫາຍ ພັນ​ເອກ ຈະເລີນ​ສຸກ ວັງ​ເວີນ​ໂຂງ ຫົວໜ້າ​ການ​ທະຫານ ກອງ​ໂທລະພາບ​ກອງທັບ​ໄດ້​ຜ່ານ​ຂໍ້​ຕົກລົງ ວ່າ​ດ້ວຍ​ການ​ປະດັບຫຼຽນ​ກາ​ມິດຕະພາບ​ກອງທັບປະຊາຊົນ​ລາວ ເພື່ອ​ຍ້ອງຍໍ ແລະ ​ສັນລະເສີນ​ຜົນງານ​ຂອງ​ຄະນະ ຊ່ຽວ​ຊານ ກອງທັບ​ປົດ​ປ່ອຍ​ປະຊາຊົນ​ຈີນ ທີ່​ມີ​ຜົນງານ​ດີເດັ່ນ​ໃນ​ການ​ຊ່ວຍເຫຼືອ​ອົບຮົມ​ວິຊາການ​ເຕັກນິກ, ການ​ນຳ​ໃຊ້​ເຄື່ອງມື​ຕ່າງໆ​ກ່ຽວ​ກັບ​ວຽກ​ງານ​ໂທລະ ພາບ ໃຫ້​ແກ່ນາຍ ແລະ ພົນທະຫານ ກອງ​ໂທລະພາບ ກອງທັບ​ປະຊາ ຊົນ​ລາວ ໃຫ້​ມີ​ຄວາມ​ຊຳ​ນິ​ຊຳ​ນານ ແລະ ​ຮັບປະກັນ​ໃນ​ການ​ສົ່ງ​ອອກ​ອາກາດ, ໄດ້​ເຮັດ​ສຳເລັດ​ໜ້າ​ທີ່​ຕາມ​ແຜນການ, ຜົນງານ​ດັ່ງກ່າວ​ເປັນ​ການປະກອບສ່ວນ​ເສິມ​ຂະຫຍາຍ​ສາຍ​ພົວພັນ​ມິດຕະພາບ ທີ່​ເປັນ​ມູນ​ເຊື້ອ​ຍາວ​ນານ​ລະຫວ່າງ ລາວ-ຈີນ ກໍ​ຄື​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອຍ​ດ້ານ​ໝັ້ນ​ຄົງ​ຍາວ​ນານ​ຕາມ​ທິດ 4 ດີ ລະ ຫວ່າງ​ສອງ​ພັກ, ສອງ​ລັດ, ສອງ​ກອງທັບ ແລະ ປະຊາຊົນ​ສອງ​ຊາດ ລາວ-ຈີນ. ດັ່ງນັ້ນ, ​ກະຊວງ​ປ້ອງ​ກັນ​ປະເທດ​ຈື່ງ​ໄດ້​ປະດັບ​ ຫຼຽນມິດຕະພາບ​ໃຫ້​ແກ່​ຊ່ຽວ​ຊານ​ຈີນ ທັງ 4 ສະຫາຍ​ຄື: ສະ ຫາຍ ພັນ​ເອກ ພິເສດ ຢາງ​ເທົາ; ສະຫາຍ ພັນ​ເອກ ສີ​ເສ​ຕົງ; ສະ ຫາຍ ວາງ​ເທົາ ແລະ ສະຫາຍ ຫຼົວ​ຕ້າ​ຈີງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ