

![]()
ສະຫະພັນແມ່ຍິງ ກອງພົນທີ 3 ສ່ອງແສງວຽກງານຮອບດ້ານ ປະຈຳປີ 2022
ເວລາອອກຂ່າວ: 2023-01-27 09:06:45 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 375 | ຄວາມນິຍົມ:
ວັນທີ 28 ທັນວາ 2022 ນີ້, ພະແນກສະຫະພັນແມ່ຍິງ ກອງພົນທີ 3 ໄດ້ຈັດຕັ້ງສະຫຼຸບວຽກງານສະຫະພັນແມ່ຍິງ ປະຈຳປີ 2022, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ນາງ ໄມເພັດ ວິລາວັນ ຫົວໜ້າພະແນກສະຫະພັນແມ່ຍິງ ກອງພົນທີ 3, ມີບັນດາຄະນະໜ່ວຍສະຫະພັນແມ່ຍິງມາຈາກອົງການ, ກົມກອງ ກອງພົນທີ 3 ເຂົ້າຮ່ວມ.
ບົດສະຫຼຸບໄດ້ຕີລາຄາຄືນໃນການເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງສະຫະພັນແມ່ຍິງທົ່ວ ກອງພົນທີ 3 ຕະຫຼອດໄລຍະຜ່ານມາ ເປັນຕົ້ນແມ່ນດ້ານດີທີ່ຕັ້ງໜ້າ, ບັນບັນຫາທີ່ຍັງຄົງຄ້າງ ແລະ ບາງບົດຮຽນທີຖອດຖອນໄດ້ໃນການ
ເຄື່ອນໄຫວ, ແບບແຜນວິເຮັດວຽກໃນຊີ້ນຳ-ນຳພາອົງການຈັດຕັ້ງມະຫາຊົນ ກໍຄືການສຶກສາອົບຮົມການເມືອງ-ແນວຄິດຂອງສະມາຊິກແມ່ຍິງ, ການສ້າງຂະບວນ
ການກິລາ-ວັນນະຄະດີ, ການປະຕິບັດຂໍ້ກຳນົດກົດລະບຽບຂອງກອງທັບ, ຂອງກົມກອງກໍຄືກົດລະບຽບຂອງຫ້ອງການສະຫະພັນແມ່ຍິງກອງທັບວາງອອກ. ໃນນີ້, ທົ່ວກອງພົນທີ 3 ປະກອບມີ 1 ພະແນກ, ມີ 2 ຂະແໜງການ, ມີ 8 ໜ່ວຍ, ມີ 4 ຈຸຂຶ້ນກັບ, ມີສະມາຊິກສະຫະພັນແມ່ຍິງທັງໝົດ ຈຳນວນ 298 ສະຫາຍ, ມີພະແນກ 3 ດີ 1 ພະແນກ, ຂະແໜງ 3 ດີ ມີ 3 ຂະແໜງ, ໜ່ວຍ, ຈຸ 3 ດີ 19 ໜ່ວຍ, ມີກົມກອງນຳພາດີ 28 ກົມກອງ, ກົມກອງ 3 ດີ ມີ 3 ກົມກອງ, ມີຄອບຄົວ 3 ດີ ຈຳນວນ 47 ຄອບຄົວ, ຄອບຄົວຕົວແບບ ຈຳນວນ 20 ຄອບຄົວ, ມີບຸກຄົນດີເດັ່ນປະເພດ I ມີ 210 ສະຫາຍ, ປະເພດ II ຈຳນວນ 88 ສະຫາຍ, ບຸກຄົນດີເດັ່ນດ້ານວິຊາສະເພາະ 47 ສະຫາຍ, ພົນລະເມືອງດີ 298 ສະຫາຍ, ພັດທະນາດີ ມີ 256 ສະຫາຍ, ສ້າງເງິນກອງທຶນໄດ້ 627.000.000 ກີບ, ປ່ອຍກູ້ ທັງໝົດ 420.00.000 ກີບ ມີສະມາຊິກກອງທຶນທັງໝົດ 12.230 ສະຫາຍ. ພ້ອມນີ້, ກໍຍັງໄດ້ຜ່ານບົດທິດທາງແຜນການການ ປະຈຳປີ2023 ຕື່ມອີກ.
ໂດຍ: ເທບພະກອນ ລັດຕະນະສັກ

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ